02/02/2023

ກອງປະຊຸມຄົບຄະນະບໍລິຫານງານອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ເປີດກ້ວາງ ຄັ້ງທີ 3 ສະໄໝທີ II, ໄດ້ໄຂຂື້ນວັນທີ 31 ມັງກອນ 2023, ທີ່ຫ້ອງປະຊຸມ ຊັ້ນ 4 ກຕສ (ເຂດ ສນຍ). ພາຍໃຕ້ການເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນມົນຕີ ກຕສ, ມີຄະນະປະຈຳພັກ, ຄະນະພັກກະຊວງ, ເລຂາ, ຮອງເລຂາໜ່ວຍພັກ ຄະນະພັກຮາກຖານ, ປະທານ, ຮອງປະທານ 3 ອົງການຈັດຕັ້ງມະຫາຊົນ, ຜູ້ທີ່ມີຄຸນວຸດທິການສຶກສາ ປະລິນຍາເອກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ 60 ກວ່າສະຫາຍ.
ໃນກອງປະຊຸມ, ໄດ້ຮັບຟັງການລາຍງານຮ່າງບົດສະຫຸຼບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກກະຊວງປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023, ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງການ ກຕສ, ສອງວາລະແຫ່ງຊາດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023, ຮ່າງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023. ພ້ອມນີ້, ໄດ້ປະກອບຄຳຄິດ-ຄຳເຫັນ ແລະ ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ເສີມຂະຫຍາຍຫົວຄິດປະດິດສ້າງໃຫ້ເລິກເຊິ່ງ, ຢ່າງກົງໄປກົງມາ, ຍົກບັນຫາທີ່ຫຍໍ້ທໍ້ ແລະ ຂໍ້ຄົງຄ້າງທີ່ຜ່ານມາ. ພ້ອມທັງຊອກວິທີແກ້ໄຂບັນຫາໃນຕໍ່ໜ້າ ແລະ ແລກປ່ຽນຄວາມຄິດຄວາມເຫັນ ແລະ ບົດຮຽນຈາກພຶດຕິກຳໃນການນຳພາໍ-ຊີ້ນຳ ໃນໄລຍະຜ່ານມາ, ທັງນັ້ນກໍ່ເພື່ອເຮັດໃຫ້ກອງປະຊຸມມີເນື້ອໃນເລິກເຊິ່ງໜັກແໜ້ນ ແລະ ມີບົດຮຽນທີ່ອຸດົມສົມບູນ.
ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກໍໄດ້ມີຄຳເຫັນສະຫຼຸບ ພ້ອມທັງໂອ້ລົມໃຫ້ທິດຊີ້ນໍາ ແລະ ຮຽກຮ້ອງມາຍັງບັນດາ ສະຫາຍ ຄະນະບໍລິຫານງານພັກກະຊວງ ແລະ ພະນັກງານນຳພາຂັ້ນຫຼັກແຫ່ງ ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການ ຍົກສູງໃນການຫັນເປັນດິຈິຕ໋ອນ, ການພັດທະນາຊັບພະຍາກອນມະນຸດນັບທັງການຫັນປ່ຽນຈິດຕະນາການກ້າວໄປ ເຖິງໂຄງລ່າງບັນດາເພດຟອມຕ່າງໆ, ຄຽງຄູ່ກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຕິດພັນກັບ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ ແລະ ໃຫ້ມີຜົນສໍາເລັດ, ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກ ແລະ ປະຊາຊົນບັນດາເຜົ່າ. ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປເຜີຍແຜ່ເຊື່ອມຊຶມ ແລະ ສືບຕໍ່ ຊີ້ນໍາການຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ປະກົດຜົນເປັນ. ເອົາໃຈໃສ່ນໍາພາ-ຊີ້ນໍາ, ປັບປຸງ, ຍົກສູງຄວາມສາມາດ ແລະ ຄຸນນະພາບການເຄື່ອນໄຫວການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ສູງຂຶ້ນກວ່າເກົ່າ.
ກອງປະຊຸມໄດ້ດຳເນີນເປັນເວລາ 1 ວັນ ແລະ ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ.