ສະຫະພັນກໍາມະບານ ກຕສ ຈັດປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ແລະ ສະຫຼຸບຜົນສຳເລັດການເຄື່ອນໄຫວວຽກງານກຳມະບານ ປີ 2022 ແລະ ທິດທາງແຜນການປີ 2023

02/03/2023

ສະຫະພັນກໍາມະບານ ກຕສ ຈັດປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ແລະ ສະຫຼຸບຜົນສຳເລັດການເຄື່ອນໄຫວວຽກງານກຳມະບານ ປີ 2022 ແລະ ທິດທາງແຜນການປີ 2023

         ສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ໄດ້ຈັດພິທີປາຖະກະຖາ ເລົ່າມູນເຊື້ອ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 67 ປີ (01 ກຸມພາ 1956-01 ກຸມພາ 2023) ແລະ ຈັດກອງປະຊຸມສະຫຼຸບຜົນສຳເລັດການເຄື່ອນໄຫວວຽກງານກຳມະບານກະຊວງ ເຕັກໂນໂລຊີ​ ແລະ ​ການສື່ສານ ປີ 2022 ແລະ​ ທິດທາງແຜນການປີ 2023 ໃນຕອນເຊົ້າວັນທີ 02 ມີນາ 2023, ໂດຍໃຫ້ກຽດເຂົ້າເປັນປະທານຮ່ວມຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາລົງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກຕສ ແລະ ສະຫາຍ ວິໄລ ວົງຂະເສີມ, ຄະນະພັກ,​ ຮອງປະທານ​ສູນກາງສະຫະພັນກຳມະບານລາວ, ມີຄະນະບໍລິຫານງານສະຫະພັນກຳມະບານ ກຕສ, ກໍາມະບານຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມ,​ສະຖາບັນ, ສູນ,​ ອົງການ, ບໍລິສັດ ພ້ອມດ້ວຍບັນດາແຂກ ແລະ ບັນດາສະມາຊິກ ກໍາມະບານເຂົ້າຮ່ວມ.

         ໂອກາດດັ່ງກ່າວ, ສະຫາຍ ສະຫາຍ ວິໄລ ວົງຂະເສີມ ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ ຄົບຮອບ 67 ປີ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນກ່ຽວກັບມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກຳມະບານລາວ ໃນຕະຫລອດໄລຍະ 67 ປີ ທີ່ເປັນຕົວແທນໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໃນການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົດປ່ອຍປະເທດຊາດ ໃນເມື່ອກ່ອນກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ແນໃສ່ປຸກລະດົມ ແລະ ປູກຈິດສຳນຶກໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານເວົ້າລວມ, ເວົ້າສະເພາະ ແມ່ນສະມາຊິກ ກຳມະບານທົ່ວ ກຕສ ໃຫ້ມີຄວາມບຸກບືນ, ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກຳມະບານ, ສ້າງຂະບວນການແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ ແລະ ຂະບວນການຜະລິດ, ສ້າງທັດສະນະໃນການອອກແຮງງານທີ່ມີລະບຽບວິໄນໃຫ້ກວ້າງຂວາງ ແລະ ຝົດຟື້ນກວ່າເກົ່າ.

            ຈາກນັ້ນ, ສະຫາຍ ສຸດໃຈ ພິມມະສີ, ປະທານສະຫະພັນກຳມະບານ ກຕສ ໄດ້ຜ່ານ​ບົດ​ສະຫຼຸບ ​ການ​ເຄື່ອນ​ໄຫວວຽກງານກໍາມະບານ ປີ 2022 ​ແລະ ທິດ​ທາງ​ແຜນ ປະຈຳ​ປີ 2023  ຊຶ່ງສະຫາຍໄດ້ໃຫ້ຮູ້ວ່າ ສະຫະພັນກຳມະບານ ກຕສ ມີ 1 ສະຫະພັນ ແລະ 18 ຮາກຖານ ຈຳນວນສະມາຊິກກຳມະບານ ທັງໜົດ 2.645 ສະຫາຍ, ຍິງ 1.130 ສະຫາຍ, ມີຄະນະບໍລິຫານງານທັງໜົດມີໜ້າໂຕຈິງ 11  ສະຫາຍ, ຍິງ 02 ສະຫາຍ. ຕະຫລອດໄລຍະປີ 2022 ທີ່ຜ່ານມາ, ການເຄື່ອນໄຫວວຽກງານວຽກງານກໍາມະບານ ກຕສ ແມ່ນມີຄວາມຝົດຟື້ນ ແລະ ໄດ້ຍາດແຍ່ງຜົນງານສຳເລັດອັນ ພົ້ນເດັ່ນຄື:  ສະມາຊິກສາມາດໄດ້ຍົກລະດັບການສຶກສາທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 37 ສະຫາຍ  (ປະລິນຍາເອກ ຈຳນວນ 01 ສະຫາຍ ແລະ ປະລິນຍາໂທ ຈຳນວນ 36 ສະຫາຍ), ໄດ້ຂະຫາຍບັນດາລະບົບບໍລິການລັດຕ່າງໆໃຫ້ແກ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຊັ່ນ: ລະບົບສື່ສານພາກລັດ ຈຳນວນ 8.197 ບັນຊີ, ລະບົບການແບ່ງປັນເອກະສານພາກລັດ ຈໍານວນ 779 ລາຍຊື່, ໃຫ້ຄໍາປຶກສາແນະນໍາດ້ານເຕັກນິກວິຊາການໃນການແກ້ໄຂບັນຫາແກ່ຜູ້ເສຍຫາຍທາງສື່ສັງຄົມອອນລາຍ (Facebook), ຜ່ານທາງໂທລະສັບເບີ 030 5764222 ຈໍານວນ 85 ຄັ້ງ, ສຳເລັດກອງປະຊຸມສຳມະນາເຜີຍແຜ່ປື້ມແຜນແມ່ບົດອາຊຽນດິຈິຕອນ (ADM2025) ແລະ ຜົນກອງປະຊຸມລັດຖະມົນຕີດິຈິຕ໋ອນອາຊຽນ ຄັ້ງທີ 02, ສຳເລັດຂັ້ນຕອນການຂຽນໂຄງການພາຍໃຕ້ກອງທຶນອາຊຽນ ໄອຊີທີ, ສຳເລັດການມອບໃບຍ້ອງຍໍການປະຕິບັດວຽກງານກຳມະບານປະຈຳປີ2021 ໃຫ້ແກ່ບັນດາສະມາຊິກພາຍໃນສະຫະພັນ ແລະ ຮາກຖານກຳມະບານ ທັງໝົດ ຈຳນວນ 290 ສະຫາຍ ແລະ ອື່ນໆ.

           ແຜນໃນຕໍ່ໜ້າ ປີ 2023 ແມ່ນຈະເພີ່ມທະວີ ເອົາໃຈໃສ່ໃນການສ້າງໃຫ້ສະຫະພັນກຳມະບານມີຄວາມເຂັ້ມແຂງ, ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ວຽກງານຈັດຕັ້ງ, ບຳລຸງ ແລະ ກໍ່ສ້າງພະນັກງານ, ມີຄວາມເປັນເອກະພາບພ້ອມກັນຈັດຕັ້ງປະຕິບັດວຽກ ເນື້ອໃນຂໍ້ແຂ່ງຂັນ 05 ເປັນເຈົ້າຂອງ ສະຫະພັນກຳມະບານລາວວາງອອກ ໃຫ້ສາມາດບັນລຸໄດ້ຕາມຈຸດປະສົງ ແລະ ຄາດໝາຍ, ເອົາໃຈໃສ່ວຽກງານດ້ານວິຊາສະເພາະ ທີ່ທາງ ກຕສ ໄດ້ກຳນົດໄວ້ໃຫ້ສຳເລັດທັນເວລາ ແລະ ມີປະສິດທິພາບສູງສຸດ. ມີການປົກປ້ອງຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານ, ເກັບ ແລະ ຖອກເງິນບໍາລຸງໃຫ້ຂັ້ນເທິງເປັນປົກກະຕິ, ປະຕິບັດນະໂຍບາຍຕ່າງໆ ຕໍ່ສະມາຊິກ-ພະນັກງານ, ຄຸ້ມຄອງບໍລິຫານກອງທຶນໃຫ້ມີຄວາມໂປ່ງໃສ ສາມາດກວດສອບໄດ້ ແລະ ສ້າງລາຍຮັບດ້ວຍວິທີການລົງທຶນຕາມຄວາມສາມາດ.

          ຈາກນັ້ນ, ສະຫາຍ ຄໍາໄມ ແພງວົງສາ, ຮອງປະທານສະຫະພັນກຳມະບານ ກຕສ, ປະທານກວດກາ ໄດ້ຜ່ານ​ບົດ​ສະຫຼຸບ-ລາຍງານ ການຈັດຕັ້ງປະຕິບັດ​ຂໍ້ແຂ່ງຂັນ 5 ​ເປັນ​ເຈົ້າ ປີ 2022 ​ແລະ ທິດ​ທາງ​ແຜນ ປີ 2023 ຊຶ່ງມີ ສະຫະພັນ ແລະ ຮາກຖານຖືກຢັ້ງຢືນ ທັງໝົດ 19 ພາກສ່ວນ. ຈາກນັ້ນກໍໄດ້ຈັດພິທີ ມອບ-ຮັບ ໃບຍ້ອງຍໍ, ໃບຢັ້ງຢືນ 5 ເປັນເຈົ້າ ພ້ອມເປີດຂະບວນການແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2023.

           ຂ່າວໂດຍ: ສະຫະພັນກໍາມະບານ ກຕສ

 

ວິໄສທັດແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ວິໃສທັດ,ແຜນຍຸດທະສາດ ແລະ ແຜນການ 5 ປີ ຄັ້ງທີ III (2021-2025)
ວາ​ລະ​ສານ ໄອ​ຊີ​ທີ 17
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ