03/03/2023

ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຝຶກອົບຮົມວຽກງານໂຄສະນາອົບຮົມ 5 ແຂວງພາກໃຕ້ ປະຈໍາປີ 2023 ຂຶ້ນໃນຕອນເຊົ້າຂອງວັນທີ 03 ມີນາ 2023, ທີ່ ແຂວງ ຈໍາປາສັກ ໂດຍໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ປອ. ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາຄະນະພັກ, ເຈົ້າແຂວງ ຈໍາປາສັກ ຊຶ່ງມີພະນັກງານຂັ້ນສູງຈາກສູນກາງພັກ, ຄູອາຈານ ຕະຫຼອດຮອດພະນັກງານໂຄສະນາອົບຮົມ ທີ່ມາຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ໃນ 5 ແຂວງພາກໃຕ້ ເຂົ້າຮ່ວມທັງໝົດ 160 ກວ່າສະຫາຍ.
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອປັບປຸງທັດສະນະ ແລະ ຍົກລະດັບຄວາມຮູ້-ເຂົ້າໃຈ ໃຫ້ແກ່ຜູ້ເຂົ້າຮ່ວມກໍາໄດ້ກ່ຽວກັບວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາ, ສິລະປະໃນການປາກເວົ້າ ແລະ ການປາຖະກະຖາ, ວຽກງານອົບຮົມ, ວຽກງານຄົ້ນຄວ້າ-ສັງລວມ, ວຽກງານຫາງສຽງສັງຄົມ, ວຽກງານໂຄສະນາຜ່ານສື່, ການນໍາໃຊ້ເຕັກໂນໂລຊີເຂົ້າໃນການເຮັດວຽກງານໂຄສະນາອົບຮົມ, ການຂຽນບົດຂ່າວສານຕ່າງໆໃຫ້ເລິກເຊິ່ງກວ່າເກົ່າ ແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມສາມານໍາໄປປັບປຸງ ແລະ ຍົກສູງຄຸນນະພາບຂອງວຽກງານໂຄສະນາອົບຮົມໃຫ້ດີຂຶ້ນກວ່າເກົ່າ ເພື່ອຕອບສະໜອງໜ້າທີ່ການເມືອງທີ່ນັບມື້ນັບສູງຂຶ້ນ.
ໃນການຝຶກອົບຮົມດັ່ງກ່າວ ບັນດາຜູ້ເຂົ້າຮ່ວມຍັງເປັນກຽດຮັບຟັງການບັນລະຍາຍຂອງ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ຊຶ່ງນໍາສະເໜີໃນຫົວຂໍ້ ສິລະປະການເວົ້າ (ວາທະສິນ) ແລະ ການໂຄສະນາ-ປາຖະກະຖາ, ຮັບຟັງການນໍາສະເໜີກ່ຽວກັບການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານໂຄສະນາອົບຮົມຂອງພັກ ຊຶ່ງນໍາສະເໜີໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ແລະ ວຽກງານການເມືອງ-ແນວຄິດຂອງພັກ ຊຶ່ງນໍາສະເໜີໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ. ນອກນັ້ນ, ຍັງຈະໄດ້ຮັບຟັງອາຈານຂຶ້ນຫ້ອງສອນບັນລະຍາຍ, ສົນທະນາແລກປ່ຽນຄໍາເຫັນ ລະຫວ່າງ ອາຈານກັບນັກຝຶກອົບຮົມ ແລະ ລະຫວ່າງນັກຝຶກອົບຮົມດ້ວຍກັນ, ເຮັດທົດລອງປາຖະກະຖາໃນຫົວຂໍ້ຈໍານວນໜຶ່ງ, ຝຶກຂຽນບົດຂ່າວສານ ແລະ ໄປທັດສະນະສຶກສາ. ຊຶ່ງການຝຶກອົບຮົມໃນຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 6 ວັນ ຈຶ່ງຈະສິ້ນສຸດ.
ພາບ ແລະ ຂ່າວ: ບິນລີ້ ສີສຸລາດ