19/05/2023

ໃນວັນທີ 18-19 ພຶດສະພາ 2023 ທີ່ຫ້ອງປະຊຸມໃຫຍ່ ສໍານັກງານບໍລິສັດ ລາວ ໂທລະຄົມມະນາ ຄົມ ມະຫາຊົນ ໄດ້ເປີດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະພັກຮາກຖານ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ສະໄໝທີ V ຂອງຕົນຂຶ້ນ, ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ໄດ້ຮັບກຽດເຂົ້າຮ່ວມ ຂອງສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ນອກຈາກນັ້ນຍັງມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນທີ່ຂຶ້ນກັບຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຂົ້້າຮ່ວມຢ່າງພ້ອມພຽງ ທັງໝົດ 61 ສະຫາຍ, ຍິງ 18 ສະຫາຍ.
ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊຶມເອກະສານ: 1) ຄຳສັ່ງວ່າດ້ວຍການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານແຕ່ລະຂັ້ນ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023; 2) ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງ ສະບັບເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023; 3) ຄຳແນະນຳ ຂອງຄະນະກວດກາສູນກາງພັກ ສະບັບເລກທີ 74/ຄກສພ, ລົງວັນທີ 27 ມີນາ 2023. ພ້ອມດຽວກັນນັ້ນ ກໍຮັບຟັງການຜ່ານບົດສະຫຼຸບການຊີ້ນຳ-ນຳພາຂອງຄະນະພັກຮາກຖານກາງສະໄໝ (ປີ 2019-2023) ແລະ ແຜນການຕໍ່ໜ້າ (ປີ 2023-2025) ສະເໜີໂດຍ ເລຂາຄະນະພັກຮາກຖານ, ບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານ ສະເໜີໂດຍ ຮອງເລຂາຄະນະພັກຮາກຖານ ແລະ ການປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບການຊີ້ນຳ-ນຳພາ ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກຮາກຖານ ລລທ ຢ່າງພາວະວິໄສ, ກົງໄປກົງມາ ສະແດງໃຫ້ເຫັນໄດ້ດ້ານທີ່ພົ້ນເດັ່ນ ແລະ ດ້ານຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ນອກຈາກນັ້ນ ກອງປະຊຸມຍັງໄດ້ດຳເນີນການທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ, ບຸກຄົນ ໃນຄະນະພັກຮາກຖານ ລລທ ໂດຍຫຍໍ້ດັ່ງນີ້:
ຮາກຖານພັກ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ປະກອບມີ: ຄະນະພັກຮາກຖານ 07 ສະຫາຍ ມີ 9 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 215 ສະຫາຍ, ຍິງ 82 ສະຫາຍ, ສໍາຮອງ 13 ສະຫາຍ, ຍິງ 3 ສະຫາຍ. ຊຶ່ງມີລະດັບການສຶກສາ: ປະລີນຍາໂທ 37 ສະຫາຍ, ຍິງ 12 ສະຫາຍ, ປະລີນຍາຕີ 122 ສະຫາຍ, ຍິງ 46 ສະຫາຍ, ຊັ້ນສູງ 27 ສະຫາຍ, ຍິງ 11 ສະຫາຍ, ຊັ້ນກາງ 25 ສະຫາຍ, ຍິງ 13 ສະຫາຍ, ຊັ້ນຕົ້ນ 4 ສະຫາຍ, ລະດັບທິດສະດີການເມືອງ-ການປົກຄອງ ປະກອບມີ: ຊັ້ນສູງ 4 ສະຫາຍ, ຍິງ 2 ສະຫາຍ, ບຳລຸງໄລຍະສັ້ນ 208 ສະຫາຍ, ຍິງ 80 ສະຫາຍ.
ການນໍາພາທາງດ້ານວຽກງານວິຊາສະເພາະ ມາຮອດປັດຈຸບັນ ລາວ ໂທລະຄົມ ມີສະຖານີມືຖືທັງໝົດ 10.972 ສະຖານີ (ເພີ່ມຂຶ້ນຈາກປີ 2019 ຈຳນວນ 2.783 ສະຖານີ), ສັນຍານໂທລະສັບມືຖືສາມາດກວມເອົາ 75% ຂອງປະຊາກອນທົ່ວປະເທດ (ເພີ່ມຂຶ້ນ 17%), ທຽບໃສ່ແຜນພັດທະນາເສດຖະກິດສັງຄົມ 5 ປີ ຂອງລັດຖະບານກໍຄືຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະໃຫ້ສັນຍານ 4G ກວມ 90% ຂອງປະຊາກອນ ແມ່ນຍັງນອນຢູ່ໃນແຜນການທີ່ວາງໄວ້. ໃນໄລຍະຜ່ານມາ ສາມາດສ້າງລາຍຮັບໄດ້ 6.300 ຕື້ກ່ວາກີບ, ມີກໍາໄລສຸດທິ 802,64 ຕື້ກີບ ແລະ ສາມາດມອບພັນທະໃຫ້ລັດຖະບານໄດ້ 1.164 ຕື້ກີບ.
ໃນກອງປະຊຸມດັ່ງກ່າວໄດ້ຮັບຮອງເອົາ ບົດສະຫຼຸບການຊີ້ນຳ-ນຳພາກາງສະໄໝ ແລະ ແຜນການທີ່ຈະສູ້ຊົນໃນຕໍ່ໜ້າ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານ ໃນໄລຍະຜ່ານມາ.
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາແກ່ບັນດາສະຫາຍຜູ້ແທນກອງປະຊຸມ ແລະ ຄະນະພັກຮາກຖານ ລລທ, ສະຫາຍໄດ້ເນັ້ນເຖິງໜ້າທີ່ ແລະ ສິດຂອງການຈັດຕັ້ງຮາກຖານພັກ ທີ່ກໍານົດໄວ້ໃນກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ດ້ວຍຄວາມໄວ້ເນື້ອເຊື່ອໃຈຈາກກອງປະຊຸມ, ບັນດາສະຫາຍຄະນະພັກຮາກຖານ ສະໄໝທີ V ຈົ່ງສືບຕໍ່ສຸມສະຕິປັນຍາ, ກໍາລັງວັງຊາ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອແບກຫາບພາລະກິດອັນສູງສົ່ງ ແລະ ໜັກໜ່ວງທີ່ກອງປະຊຸມໄດ້ມອບໝາຍໃຫ້ປະສົບຜົນສໍາເລັດເປັນຢ່າງດີ.