24/05/2023

ກອງປະຊຸມກາງສະໄໝ ຂອງໜ່ວຍພັກສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ສະໄໝ II ໄດ້ຈັດຂຶ້ນໃນວັນທີ 18 ພຶດສະພາ 2023 ຜ່ານມານີ້, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ແກ້ວວິສຸກ ໂສລະພົມ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ພົນປະສິດ ພິດສະໄໝ, ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກ ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ມີຜູ້ຕາງໜ້າຈາກກົມຈັດຕັ້ງ ແລະ ຄະນະຕິດຕາມ, ມີສະມາຊິກພັກສົມບູນ ແລະ ສຳຮອງ ຂອງໜ່ວຍພັກ ເຂົ້າຮ່ວມທັງໝົດ 34 ສະຫາຍ.
ໃນກອງປະຊຸມໄດ້ຮັບຟັງບົດລາຍງານກາງສະໄໝຂອງໜ່ວຍພັກ ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ສະໄໝທີ II ໂດຍການນຳສະເໜີຂອງ ສະຫາຍ ປະລິຕະ ແສງຈັນທຣ໌, ຮອງເລຂາໜ່ວຍພັກ, ຮອງຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ຈາກນັ້ນ, ສະຫາຍ ໄຊສົງຄາມ ພານຸວົງ, ຄະນະໜ່ວຍພັກ ຮອງຫົວໜ້າສະຖາບັນຄົ້ນນຳໃຊ້ເຕັກໂນໂລຊີອັດສະລິຍະ ນໍາສະເໜີບົດສໍາຫຼວດການນໍາພາລວມກາງສະໄໝຂອງໜ່ວຍພັກ ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ເພື່ອສະເໜີຜ່ານຕໍ່ທີ່ປະຊຸມ ແລະ ຍັງໄດ້ມີການປະກອບຄຳຄິດເຫັນໃສ່ໃນສອງບົດດັ່ງກ່າວເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ. ຫຼັງຈາກນັ້ນ, ກໍໄດ້ຜ່ານມາດຖານ ແລະ ເງື່ອນໄຂໃນການສຳຫຼວດການຕີລາຄາການຈັດຕັ້ງປະຕິບັດຄະນະໜ່ວຍພັກ ແລະ ຜ່ານໃບສຳຫຼວດຕົນເອງຂອງຄະນະໜ່ວຍພັກແຕ່ລະສະຫາຍ ຕໍ່ກອງປະຊຸມ ແລະ ໄດ້ມີການດຳເນີນປະເມີນຄະນະໜ່ວຍພັກ ໂດຍໃຫ້ສະມາຊິກພັກສົມບູນປະເມີນການຈັດຕັ້ງໄລຍະຜ່ານມາຂອງຄະນະໜ່ວຍພັກເພື່ອເຫັນໄດ້ ໃນດ້ານດີ, ດ້ານອ່ອນ, ບົດຮຽນຖອດຖອນໄດ້ ແລະ ຈຸດທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນອະນາຄົດໃນຕໍ່ໜ້າ.
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ແກ້ວວິສຸກ ໂສລະພົມ ຍັງໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານການເຄື່ອນໄຫວຂອງໜ່ວຍພັກທີ່ສາມາດຍາດໄດ້ໃນໄລຍະຜ່ານມາ ພ້ອມນັ້ນ, ສະຫາຍຍັງໄດ້ຮຽກຮ້ອງມາຍັງໜ່ວຍພັກເອົາໃຈໃສ່ວຽກງານໃນຫຼາຍດ້ານເປັນຕົ້ນແມ່ນ: ໜ່ວຍພັກຕ້ອງເອົາໃຈໃສ່ວຽກງານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກພະນັກງານແມ່ນໃຫ້ມີຄວາມອຸ່ນອ່ຽນທຸນທ່ຽງເຊື່ອໝັ້ນໃນການນຳພາຂອງ; ຄະນະໜ່ວຍພັກໜ່ວຍພັກຕ້ອງເພີ່ມທະວີໃນການຄັດເລືອກເອົາບັນດາສະມາຊິກພັກໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ໃນຕໍ່ໜ້າ; ມອບໝາຍວຽກງານໃຫ້ບັນດາສະຫາຍພາຍໃນສະຖາບັນບໍ່ວ່າວຽກງານຂອງພັກ-ລັດໃຫ້ມີລັກສະເປັນເອກະພາບກັນໃນໝູ່ຄະນະ; ຄະນະໜ່ວຍພັກເພີ່ມທະວີໃນການລົງຕິດຕາມໃກ້ຊິດກັບບັນດາອ້າຍສະມາຊິກພັກ ພະນັກງານ ໃນສະຖາບັນເພື່ອຮັບຮູ້ບັນດາຂໍ້ຫຍຸ້ງຍາກ ຕ່າງໆເພື່ອໃຫ້ຮູ້ໄດ້ເຖິງບັນຫາຢ່າງຊັດເຈນ ແລະ ສາມາດແກ້ໄຂໄດ້ຢ່າງທ່ວງທີທັນເວລາ; ສືບຕໍ່ເອົາໃຈໃສ່ສ້າງໜ່ວຍພັກປອດໄສເຂັ້ມແຂງໜັກແໜ້ນໃຫ້ສຳເລັດເປັນກ້າວໆ; ສືບຕໍ່ເພີ່ມທະວີໃນວຽກງານການຮ່ວມມືກັບຕ່າງປະເທດເພື່ອດຶງເອົາການຮ່ວມມືກັບສາກົນມາໃຫ້ແກ່ທາງສະຖາບັນໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ເອົາໃຈໃສ່ຊຸກຍູ້ສົ່ງເສີມຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານພາຍໃນໜ່ວຍພັກ ໃນການພັດທະນາວຽກງານ Digital transformation ໃຫ້ຫຼາຍຂຶ້ນ.