ຮອງ ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງເອກອັກຄະລັດຖະທູດ ສ.ອາເມລິກາ ປະຈໍາ ອາຊຽນ

25/05/2023

ຮອງ ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງເອກອັກຄະລັດຖະທູດ ສ.ອາເມລິກາ ປະຈໍາ ອາຊຽນ

ໃນຕອນບ່າຍຂອງວັນທີ 19 ພຶດສະພາ 2023, ທີ່ຫ້ອງຮັບແຂກຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ໂຍຮານເນັດສ໌ ອາບຣາຮໍາ (Yohannes Abraham), ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ອາຊຽນ ແລະ ທ່ານ ປີເຕີ ເຮມອນ (Peter Haymond) ເອກອັກຄະລັດຖະທູດສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.

ໃນໂອກາດດັ່ງກ່າວ, ທ່ານ ໂຍຮານເນັດສ໌ ອາບຣາຮໍາ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ຮອງລັດຖະມົນຕີ ທີ່ໄດ້ເສຍສະຫຼະເວລາອັນມີຄ່າຕ້ອນຮັບຄະນະເອກອັກຄະລັດຖະທູດ ສ.ອາເມລິກາ ປະຈໍາ ອາຊຽນ ພ້ອມທັງກ່າວຈຸດປະສົງໃນການເຂົ້າມາພົບປະ, ປຶກສາຫາລື ແລະ ແລກປ່ຽນບົດຮຽນກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານໃນຄັ້ງນີ້ ກ່ຽວກັບການພັດທະນາຂົງເຂດດິຈະຕອນ ແລະ ຄວາມປອດໄພໄຊເບີ ທີ່ສາມາດຊຸກຍູ້ການ

ເຕີບໂຕທາງດ້ານເສດຖະກິດໃນອາຊຽນ ພ້ອມການສະໜັບສະໜູນຂອງ ສ.ອາເມລິກາ ຕໍ່ບັນດາ ບູລິມະສິດ ພາຍໃຕ້ການຮ່ວມມືຄູ່ຮ່ວມຍຸດທະສາດກວມລວມອາຊຽນ-ສ.ອາເມລິກາ ແລະ ການສະໜັບສະໜູນໃນໄລຍະ ສປປ ລາວ ຈະເປັນປະທານ ອາຊຽນ 2024 ໃນຂະເເໜງການດິຈິຕອນ.

ໂອກາດດຽວກັນ, ທ່ານ ຮອງ ລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານ ສ. ອາເມລິກາ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ຜ່ານໂຄງການທີ່ສໍາຄັນຕ່າງໆ ທັງໃນຂອບຮ່ວມມືສອງຝ່າຍ, ຫຼາຍຝ່າຍໃນຂອບອາເມລິກາ-ອາຊຽນ ແລະ ລາຍງານໃຫ້ທ່ານ ເອກອັກຄະລັດຖະທູດ ໄດ້ຮັບຮູ້ທັງການຮ່ວມມືໃນໄລຍະຜ່ານມາໃນຂອບຮ່ວມມືອາຊຽນ ແລະ ທັງສອງຝ່າຍ;  ການພັດທະນາຂົງເຂດດິຈິຕອນ; ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025); ເປົ້າໝາຍການກໍ່ສ້າງບຸກຄະລະກອນຈາກແຮງງານດ້ານໄອຊີທີ ທີ່ກວມພຽງແຕ່ 0,3% ຂອງແຮງງານທັງໝົດໃນທົ່ວປະເທດ ໃຫ້ໄດ້ຢ່າງໜ້ອຍ 3% ພາຍໃນ ປີ 2023 ເພື່ອຂັບເຄື່ອນເສດຖະກິດດິຈິຕອນ ຂອງ ປະເທດ ທີ່ ລວມທັງທາງດ້ານເຕັກນິກ ແລະ ທັກສະຕ່າງໆ ທາງດ້ານດິຈິຕອນ; ການພັດທະນາຂົງເຂດຄວາມປອດໄພໄຊເບີ; ຄວາມຄືບໜ້າການກະກຽມໃນໄລຍະ ສປປ ລາວ ຈະເປັນປະທານອາຊຽນ 2024 ໃນຂະແໜງການດິຈິຕອນ ແລະ ຫົວຂໍ້ສະເໜີແລກປ່ຽນ ຫຼື ຂໍຄວາມຊ່ວຍເຫຼືອນຳ ສ. ອາເມລິກາ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ