25/05/2023

ໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2023, ທີ່ຫ້ອງຮັບແຂກ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກຕສ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພິນິດ ຈັນທະລັງສີ ທີ່ປຶກສາລະດັບພາກພື້ນຂອງ ພະແນກວິທະຍາສາດສັງຄົມ ແລະ ມະນຸດສາດ (UNESCO Regional Adviser for the Social and Human Sciences), ຮັບຜິດຊອບ ສປປ ລາວ, ຈາກຫ້ອງການອຸຍແນສໂກ ປະຈຳບາງກອກ, ປະເທດໄທ ເນື່ອງໃນໂອກາດທີ່ເດີນທາງມາເຮັດວຽກຢູ່ ສປປ ລາວ ໃນຫວ່າງວັນທີ 23-26 ພຶດສະພາ 2023.
ໃນໂອກາດດັ່ງກ່າວ, ທ່ານ ພິນິດ ຈັນທະລັງສີ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງ, ພ້ອມທັງກ່າວສະແດງຈຸດປະສົງ ແລະ ນຳສະເໜີວຽກງານນະໂຍບາຍຂອງອົງການອຸຍແນສໂກ ກ່ຽວກັບຈັນຍາບັນ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ ເພື່ອການພັດທະນາທີ່ຍືນຍົງ. ທ່ານຍັງໄດ້ລາຍງານສະພາບລວມ ແຜນການດໍາເນີນງານຂອງອົງການອຸຍແນສໂກ ພ້ອມທັງສະເໜີການຮ່ວມມືກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕໍ່ກັບວຽກງານດັ່ງກ່າວ.
ພ້ອມດຽວກັນນີ້, ທ່ານຮອງລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ທີ່ປຶກສາລະດັບພາກພື້ນຂອງ ພະແນກວິທະຍາສາດສັງຄົມ ແລະ ມະນຸດສາດ ຈາກຫ້ອງການອົງການອຸຍແນສໂກປະຈໍາບາງກອກ ທີ່ເດີນທາງມາເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງອົງການອຸຍແນສໂກ ຕໍ່ ສປປ ລາວ ໃນໄລຍະຜ່ານມາ. ທ່ານ ຍັງໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ ຂອງ ສປປ ລາວ ໃນປັດຈຸບັນ, ພ້ອມທັງຍົກໃຫ້ເຫັນຄວາມກຽມພ້ອມຂອງ ສປປ ລາວ ທາງດ້ານຍຸດທະສາດ ແລະ ນິຕິກໍາ ເປັນຕົ້ນແມ່ນ ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ລວມທັງບັນດາແຜນງານຕ່າງໆ ເປັນຕົ້ນແມ່ນແຜນງານການປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງເຕັກໂນໂລຊີດິຈິຕອນ, ແຜນພັດທະນາຊັບພະຍາກອນມະນຸດທາງດ້ານດິຈິຕອນ ແລະ ແຜນການສົ່ງເສີມການເພີ່ມປະສິດທິພາບການຜະລິດດ້ວຍລະບົບເຕັກໂນໂລຊີດິຕອນ. ພ້ອມນັ້ນ, ກໍສະເໜີການຮ່ວມມືຊ່ວຍເຫຼືອຈາກອົງການອຸຍແນສໂກຕື່ມອີກ.
ພາບ-ຂ່າວ: ທັດສະນີ ພົງບັນດິດ, ພະແນກປະຊາສຳພັນ