ສໍາມະນາລະດັບລັດຖະມົນຕີ ວ່າດ້ວຍ ການຫັນເປັນດິຈິຕ໋ອນກຸ່ມຂໍ້ມູນຜູກພັນ 4.0 ເພື່ອພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ

26/05/2023

ສໍາມະນາລະດັບລັດຖະມົນຕີ ວ່າດ້ວຍ ການຫັນເປັນດິຈິຕ໋ອນກຸ່ມຂໍ້ມູນຜູກພັນ 4.0 ເພື່ອພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ

        ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ Meta Bank, ປະເທດ ສິງກະໂປ ຈັດກອງປະຊຸມສໍາມະນາລະດັບລັດຖະມົນຕີ ວ່າດ້ວຍ ການຫັນເປັນດິຈິຕ໋ອນກຸ່ມຂໍ້ມູນຜູກພັນ 4.0 ເພື່ອພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ໃນວັນທີ 26 ພຶດສະພາ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານ ລັດຖະມົນຕີ,​ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ສະຖາບັນ, ຫ້ອງການ, ປະທານບໍລິສັດ Meta Bank ພ້ອມດ້ວຍຄະນະຜູ້ບໍລິຫານງານ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.

        ຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອສົ່ງເສີມການຫັນເປັນດິຈິຕ໋ອນຂອງ ສປປ ລາວ, ພັດທະນາເສດຖະກິດດິຈິຕ໋ອນ ບົນພື້ນຖານການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain Technology) ແລະ ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບໃນການຜັນຂະຫຍາຍຈັດຕັ້ງປະຕິບັດ ວິໄສທັດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 20 ປີ (2021-2040),​ ຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 5 ປີ (201-2025) ຂອງ ສປປ ລາວ ແລະ ການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນໃນການສ້າງເສດຖະກິດດິຈິຕ໋ອນ.​ ເມື່ອບໍ່ດົນມານີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມກັບ ບໍລິສັດ Meta Bank ລົງນາມສັນຍາຮ່ວມມື ວ່າດ້ວຍ ການສົ່ງເສີມການຫັນເປັນດິຈິຕ໋ອນ ແລະ ພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີກຸ່ມຂໍ້ມູນຜູກພັນແຫ່ງຊາດ (Lao National Blockchain Infrastructure) ເພື່ອສຸມໃສ່ການພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີບລ໋ອກເຊນແຫ່ງຊາດ ຮອງຮັບການຫັນເປັນດິຈິຕ໋ອນຂອງແຕ່ລະຂະແໜງການ,​ ສ້າງຕັ້ງສູນຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີບລ໋ອກເຊນ ແລະ ສ້າງຕັ້ງກອງທຶນການສຶກສາການຫັນເປັນດິຈິຕ໋ອນ ເພື່ອຊຸກຍູ້ສົ່ງເສີມວຽກງານການພັດທະນາຊັບພະຍາກອນມະນຸດດ້ານດິຈິຕ໋ອນ ໃນ ສປປ ລາວ ແນໃສ່ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ແລະ ເຮັດໃຫ້ການພັດທະນາເສດຖະກິດດິຈິຕ໋ອນ ສາມາດສ້າງລາຍຮັບປະກອບເຂົ້າ GDP ຂອງປະເທດເພີ່ມຂຶ້ນເທື່ອລະກ້າວ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງລັດຖະບານ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ມີສະພາບດີຂຶ້ນ ແລະ ທັງເປັນການຊຸກຍູ້ໃຫ້ ສປປ ລາວ ກ້າວສູ່ ເຕັກໂນໂລຊີ Web 3.0 ແລະ ກຸ່ມຂໍ້ມູນຜູກພັນ 4.0 ແລະ ອຸດສະຫະກຳ 4.0 ຢ່າງວ່ອງໄວ.

         ໃນກອງປະຊຸມສຳມະນາ, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດຮຽນຈາກຊ່ຽວຊານລະດັບສາກົນຈາກຫຼາຍປະເທດ ເຊັ່ນ: ການນຳສະເໜີກ່ຽວກັບຄວາມສີວິໄລໃນຍຸກດິຈິຕ໋ອນ (Digital Civilization) ໂດຍ ທ່ານ ສາດສະດາຈານ Bill Roscoe,​ ຈາກມະຫາວິທະຍາໄລ Oxford,​ ປະເທດອັງກິດ; ນໍາສະເໜີກ່ຽວກັບການຫັນເປັນດິຈິຕ໋ອນເພື່ອພັດທະນາປະເທດຊາດ (Digital Nation) ໂດຍ ທ່ານ Zhu Jiawei, ນັກຊ່ຽວຊານດ້ານລະບົບກຸ່ມຂໍ້ມູນຜູກພັນ (Blockchain) ຂອງ ສປ ຈີນ; ກ່ຽວກັບ ເສດຖະກິດດິຈິຕ໋ອນ (Digital Economy) ໂດຍ ທ່ານ Frank Sui, Founder, ປະທານບໍລິສັດ Meta Bank ແລະ ສະເໜີ ກ່ຽວກັບ ການຫັນເປັນດິຈິຕ໋ອນຂອງ ສປປ ລາວ (Digital Transformation in Lao PDR) ໂດຍ ທ່ານ ນ. Zhang Li, ຄູ່ຮ່ວມງານຜູ້ກໍ່ຕັ້ງ D11 Labs.

        ໂອກາດອັນສະຫງ່າລາສີຄັ້ງນີ້, ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ມີຄໍາເຫັນວ່າ: ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ ພັກ ແລະ ລັດ ໄດ້​ນຳ​ພາ-ຊີ້​ນຳ ບັນ​ດາ​ຂະ​ແໜງ​ການ​ໃນ​ທຸກ​ຂັ້ນ ເພື່ອ​ສົ່ງ​ເສີມ​ການ​ຄົ້ນ​ຄວ້າ, ການ​ພັດ​ທະ​ນາ ແລະ ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດຕະ​ກຳ ຕາມ​ແນວ​ທາງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ ຊຶ່ງ​ເປັນ​ບາດ​ກ້າວ​ລິ​ເລີ່ມ​ໃນ​ການ​ເຂົ້າ​ສູ່​ກາ​ນ​ຫັນ​ເປັນ​ດິ​ຈິ​ຕ໋ອນ​ຂອງ​ປະ​ເທດ. ບົນ​ພື້ນ​ຖານ​ນັ້ນ, ບັນ​​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ໄດ້​ຜັນ​ຂະ​ຫຍາຍ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ຈຳ​ນວນ​ໜຶ່ງ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ ເຕັກ​ໂນ​ໂລ​ຊີ​ສື່​ສານ​ຂໍ້​ມູນ​ຂ່າວ​ສານ, ພື້ນ​ຖານ​ໂຄງ​ລ່າງ​ໂທ​ລະ​ຄົມ​ມະ​ນາ​ຄົມ ກໍ​ໄດ້​ຮັບ​ການ​ພັດ​ທະ​ນາ ແລະ ຂະ​ຫຍາຍ​ກວ້າງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕ໋ອນ ໄດ້​ຖືກ​ນຳ​ໃຊ້​ຢູ່​ໃນ​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ບໍ​ລິ​ການ, ຂະ​ແໜງ​ກະ​ສິ​ກຳ, ການ​ສຶກ​ສາ ແລະ ສາ​ທາ​ລະ​ນະ​ສຸກ ເຊິ່ງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ, ເພີ່ມ​ລາຍ​ຮັບ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ບັນ​ດາ​ກະ​ຊວງ, ອົງ​ການ​ຂັ້ນ​ສູນ​ກາງ​ຈຳ​ນວນ​ໜຶ່ງ ກໍ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີດິ​ຈິ​ຕ໋ອນໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ບໍ​ລິ​ການ​ແບບ​ເອ​ເລັກ​ໂຕຣ​ນິກ ພາຍ​ໃຕ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຢູ່​ປະ​ເທດ​ເຮົາ. ທ່ານກ່າວຕື່ມວ່າ: ພວກ​ເຮົາ​ຈະ​ຕ້ອງ​ພ້ອມ​ກັນ​ຕັດ​ສິນ​ໃຈ ດຳ​ເນີນ​ພາ​ລະ​ກຳ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ດັ່ງ​ກ່າວ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຕາມ​ແນວ​ທາງ​ຂອງ​ພັກ​ເຮົາ​ວາງ​ໄວ້. ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ, ກ່ອນ​ອື່ນ​ໝົດ​ຄະ​ນະ​ພັກ-ຄະນະນຳ ແລະ ອົງ​ການ​ປົກ​ຄອງ​ທຸກ​ຂັ້ນ​ຕ້ອງ​ນຳ​ພາ-ຊີ້​ນຳ​ການ​ຫັນ​ເປັນ​ດິ​ຈິ​ຕ໋ອນ​ໃນ​ຂົງ​ເຂດ​ຂອງ​ຕົນ ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ; ສະ​ພາ​ແຫ່ງ​ຊາດ ເປັນ​​ເຈົ້າ​ການ​ສ້າງ ແລະ ປັບ​ປຸງ​ບັນ​ດາ​ນິ​ຕິ​ກຳ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດິ​ຈິ​ຕ໋ອນ ພ້ອມ​ທັງ​ຕິດ​ຕາມ, ກວດ​ກາ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ຖືກ​ຕ້ອງ​ຕາມ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​ຂອງ ສ​ປ​ປ ລາວ. ລັດ​ຖະ​ບານ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນ​ຄວ້າ ຜັນ​ຂະ​ຫຍາຍ​ແຜນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດິ​ຈິ​ຕ໋ອນ​ໃຫ້​ເປັນ​ນິ​ຕິ​ກຳ, ເປັນ​ແຜນ​ພັດ​ທະ​ນາ, ໂຄງ​ການ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄວາມ​ເໝາະ​ສົມ ແນ​ໃສ່​ຊຸກ​ຍູ້​ສົ່ງ​ເສີມ​ການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ດິ​ຈິ​ຕ໋ອນ​ຂອງ​ປະ​ເທດ​ເຮົາ​ ໃຫ້​ມີ​ຄວາມ​ວ່ອງ​ໄວ​ທັນ​ກັບ​ສະ​ພາບ​ການ​ໃໝ່. ແນວ​ລາວ​ສ້າງ​ຊາດ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ໂຄ​ສະ​ນາ​ຂົນ​ຂວາຍ ແລະ ປຸກ​ລະ​ດົມ​ມະ​ຫາ​ຊົນ​ໃຫ້​ເຂົ້າ​ຮ່ວມ​ຢ່າງ​ກວ້າງ​ຂວາງ, ແຂງ​ແຮງ ແລະ ຟົດ​ຟື້ນ. ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ກ່ຽວ​ຂ້ອງ ຈັດ​ຕັ້ງ​ເຜີຍ​ແຜ່ ແລະ ຄົ້ນ​ຄວ້າ​ເຊື່ອມ​ຊຶມ​”`ເພື່ອ​ຫັນ​ປ່ຽນ​ຈິນ​ຕະ​ກາ​ການ​ໃຫ້​ແກ່​ຄະ​ນະ​ພັກ-ຄະນະນຳ ແລະ ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ສະ​ມາ​ຊິກ​ພັກ-ພະ​ນັກ​ງານ​ຫຼັກ​ແຫຼ່ງ ແລະ ນັກ​ທຸ​ລະ​ກິດ-ຜູ້​ປະ​ກອບ​ການໃຫ້​ທົ່ວ​ເຖິງ ແລະ ເລິກ​ເຊິ່ງ​ເພື່ອ​ໃຫ້​ທົ່ວ​ສັງ​ຄົມ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົາ​ໃນ​ຂະ​ບວນ​ການ​ຫັນ​ເປັນ​ດິ​ຈິ​ຕ໋ອນ​ຂອງ​ປະ​ເທດ​ເຮົາ.

        ໃນກອງປະຊຸມສຳມະນາຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນຄົ້ນຄວ້າລົງເລິກ ແລະ ແລກປ່ຽນຄຳຄິດຄຳເຫັນ ເພື່ອຊອກຫາແນວທາງຊຸກຍູ້ ແລະ ເລັ່ງລັດການພັດທະນາເສດຖະກິດດິຈິຕ໋ອນຂອງປະເທດເຮົາ ໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍ. ພ້ອມທັງ ຄົ້ນຄວ້າສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ກົນໄກ ການຮ່ວມມືພາກລັດ ແລະ ເອກະຊົນ ແລະ ນັກລົງທຶນທົ່ວໂລກເພື່ອຮ່ວມມືກັນໃນການສ້າງກຸ່ມຂໍ້ມູນຜູກພັນ 4.0 (Blockchain 4.0), ຜັກດັນ ແລະ ຂັບເຄື່ອນການພັດທະນາເສດຖະກິດດິຈິຕ໋ອນຂອງປະເທດເຮົາຢ່າງຍືນຍົງ ແລະ ໝັ້ນຄົງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ