02 ໜ່ວຍພັກພາຍໃນ ກຕສ ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ

14/11/2023

02 ໜ່ວຍພັກພາຍໃນ ກຕສ ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ

ໃນຕອນບ່າຍຂອງວັນທີ 10 ພະຈິກ 2023 ຜ່ານມານີ້, ທີ່ຫ້ອງປະຊຸມຂອງສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ), ໄດ້ມີພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ຂອງ 02 ໜ່ວຍພັກພາຍໃນ ອົງຄະນະພັກ ກຕສ ຄື: ໜ່ວຍພັກສູນອິນເຕີເນັດ ແຫ່ງຊາດ ແລະ ໜ່ວຍພັກສະຖາບັນຄົ້ນຄວ້າການນຳໃຊ້ເຕັກໂນໂລຊີອັດສະລິຍະ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກຕສ, ມີບັນດາສະຫາຍເລຂາ, ຮອງເລຂາ ຂອງໜ່ວຍພັກກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກ 02 ໜ່ວຍພັກເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ, ສະຫາຍ ມີນາໄຊ ພິລາວົງ, ຄະນະພັກກະຊວງ, ເລຂາໜ່ວຍພັກສູນອິນເຕີເນັດ ແຫ່ງຊາດ ໄດ້ຂຶ້ນຜ່ານ ມະຕິຕົກລົງ ວ່າດ້ວຍການອະນຸມັດໃຫ້ມະຫາຊົນກ້າວໜ້າສູນອິນເຕີເນັດ ແຫ່ງຊາດ ເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນ 04 ສະຫາຍ, ຍິງ 02 ສະຫາຍ. ຈາກນັ້ນ, ສະຫາຍ ປະລິຕະ ແສງຈັນທຣ໌, ຮອງເລຂາໜ່ວຍພັກສະຖາບັນຄົ້ນຄວ້າການນຳເຕັກໂນໂລຊີອັດສະລິຍະ ໄດ້ຂຶ້ນຜ່ານ ມະຕິຕົກລົງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 03 ສະຫາຍ, ຍິງ 02 ສະຫາຍ.

ໂອກາດດຽວກັນນີ້, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ກໍໄດ້ໃຫ້ກຽດມອບມະຕິຕົກລົງ ແລະ ປື້ມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ໃຫ້ກັບສະມາຊິກພັກສໍາຮອງ ແລະ ສະມາຊິກພັກສົມບູນໃໝ່. ພ້ອມທັງໂອ້ລົມຕໍ່ພິທີໃນຄັ້ງນີ້ ຊຶ່ງສະຫາຍໄດ້ກ່າວສະແດງຄວາມຍິນດີ, ຍ້ອງຍໍຊົມເຊີຍຜູ້ທີ່ໄດ້ເຂົ້າເປັນສະມາຊິກພັກໃໝ່ ແລະ ຜູ້ທີ່ໄດ້ເລື່ອນເປັນສະມາຊິກພັກສົມບູນ. ພ້ອມນີ້, ສະຫາຍໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄວາມຮູ້, ຄວາມສາມາດ ແລະ ທາງດ້ານອົງການຈັດຕັ້ງ ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດບັນດາກົດລະບຽບ ແລະ ນິຕິກໍາຕ່າງໆ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ວາງອອກຢ່າງເຂັ້ມງວດ, ໃຫ້ມີຄວາມກະຕືລືລົ້ນ, ຫ້າວຫັນ, ເຮັດແທ້ທໍາຈິງ ປະຕິບັດໜ້າທີ່ວຽກງານ ທີ່ຕົນຮັບຜິດຊອບຢ່າງມີແບບແຜນ ແລະ ແຍກອອກໃຫ້ເປັນແຜນອັນລະອຽດ ພ້ອມທັງມີການຕິດຕາມກວດກາຜົນສໍາເລັດ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ໂດຍສະເພາະແມ່ນ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ທີ່ພັກ ແລະ ການຈັດຕັ້ງໄດ້ມອບໝາຍໃຫ້, ເປັນແບບຢ່າງນຳໜ້າໃນທຸກຂະບວນການ, ຕັ້ງໜ້າຝຶກຝົນຫຼໍ່ຫຼ້ອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດທີ່ໜັກແໜ້ນ, ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ທິດສະດີການເມືອງ ເພື່ອສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໂດຍສະເພາະແມ່ນວຽກງານອິນເຕີເນັດ ແຫ່ງຊາດ ແລະ ໜ່ວຍພັກສະຖາບັນຄົ້ນຄວ້າການນຳໃຊ້ເຕັກໂນໂລຊີອັດສະລິຍະ ຊຶ່ງເປັນວຽກງານທີ່ມີຄວາມສຳຄັນຢ່າງຍິ່ງໃນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ໃນຍຸກປັດຈຸບັນ.

         

ພາບ+ຂ່າວ: ສູນອິນເຕີເນັດ ແຫ່ງຊາດ

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ