ຮອງ ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ການາດາ ປະຈຳ ອາຊຽນ

17/11/2023

ຮອງ ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ການາດາ  ປະຈຳ ອາຊຽນ

ໃນຕອນເຊົ້າຂອງວັນທີ 16 ພະຈິກ 2023, ທີ່ຫ້ອງຮັບແຂກ ຊັ້ນ1, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ນ. ວິກກີ້ ຊິງມິງ (Ms vicky Singmin), ເອກອັກຄະລັດຖະທູດ ການາດາ ປະຈຳອາຊຽນ, ພ້ອມດ້ວຍຄະນະເຂົ້າຢ້ຽມຂໍ່ານັບ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກຕສ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ຢູ່ ສປປ ລາວ.

ຈຸດປະສົງທີ່ເຂົ້້າພົບປະໃນຄັ້ງນີ້, ເພື່ອແລກປ່ຽນຄວາມຄິດເຫັນດ້ານວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ພ້ອມປຶກສາຫາລືກ່ຽວກັບ ຄວາມເປັນໄປໄດ້ໃນການຊຸກຍູ້ວຽກ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃນໄລຍະທີ່ ສປປ ລາວ ຈະເປັນປະທານ ອາຊຽນ ຄັ້ງທີ 44 ໃນປີ 2024 ທີ່ຈະມາເຖິງນີ້.

ໂອກາດດຽວກັນ, ທ່ານ ປອ. ສັນຕິສຸກ ສິມມາລາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ ທ່ານ ນ. ວິກກີ້ ຊິງມິງ, ພ້ອມດ້ວຍຄະນະຂອງສະຖານທູດ ການາດາ ປະຈຳ ອາຊຽນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ຢູ່ ສປປ ລາວ.  ພ້ອມນັ້ນ, ທ່ານໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບ ຄວາມຄືບໜ້າວຽກງານການຫັນເປັນດິຈິຕອນຂອງ ສປປ ລາວ ໃນໄລຍະຜ່ານມາ ມີຄວາມສຳຄັນຫຼາຍໃນຍຸກສະໄໝແຫ່ງການເຊື່ອມໂຍງ ແລະ ເຊື່ອມຈອດ ຊຶ່ງພາຍໃຕ້ຄຳຂວັນຂອງການເປັນປະທານອາຊຽນຂອງ ສປປ ລາວ ວ່າດ້ວຍ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” (ASEAN: Enhancing Connectivity and Resilience) ແມ່ນລວມເຖິງການເຊື່ອມຈອດ ແລະ ຄວາມເຂັ້ມແຂງທາງດ້ານດິຈິຕອນ ທີ່ ສປປ ລາວ, ອາຊຽນ ແລະ ທົ່ວໂລກໃຫ້ຄວາມສຳຄັນ ໃນນັ້ນ,ກໍລວມເຖິງວຽກງານຮັກສາຄວາມປອດໄພທາງໄຊເບີ ທີ່ຕິດພັນເຖິງໜຶ່ງໃນຫ້າແຜນຍຸດທະສາດຂອງການາດາໃນອິນໂດ-ປາຊີຟິກ.

ໃນຕອນທ້າຍ ທ່ານ ນ. ວິກກີ້ ຊິງມິງ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີ ໃນການຕ້ອນຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ຢ່າງອົບອຸ່ນ. ພ້ອມດຽວກັນນີ້, ທັງສອງຝ່າຍຍິນດີີເສີມຂະຫຍາຍການຮ່ວມມື ໂດຍສະເພາະຂະແໜງການເຕັກໂນໂລຊີດິຈິຕອນ.

ພາບ-ຂ່າວ: ທັດສະນີ ພົງບັນດິດ, ພະແນກປະຊາສຳພັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ