ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມກອງປະຊຸມເສວະນາຜູ້ນຳໄອຊີທີໂລກ ຄັ້ງທີ 9

17/11/2023

ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມກອງປະຊຸມເສວະນາຜູ້ນຳໄອຊີທີໂລກ ຄັ້ງທີ 9

          ເມື່ອບໍ່ດົນມານີ້, ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຜູ້ນຳໄອຊີທີໂລກ ຄັ້ງທີ 9 (the 9th Global ICT Leadership Forum), ທີ່ ເຊອຸນ, ສ. ເກົາຫລີ. ຈັດຂຶ້ນໂດຍ ກະຊວງ ວິທະຍາສາດ ແລະ ໄອຊີທີ (MSIT) ຮ່ວມກັບ ອົງການສັງຄົມ ຂໍ້ມູນຂ່າວສານແຫ່ງຊາດ (NIA) ສ.ເກົາຫລີ, ຊຶ່ງເຈົ້າພາບໄດ້ເຊື້ອເຊີນບັນດາຜູ້ນຳດ້ານ ໄອຊີທີ ຈາກປະເທດຄູ່ຮ່ວມທັງໃນ ພາກພື້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

          ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້: “ການຮ່ວມມືລະດັບໂລກ ເພື່ອສ້າງສັງຄົມດິຈິຕອນທີ່ຈະເລີນຮຸ່ງເຮືອງຮ່ວມກັນ” ທີ່ເປັນເວທີໃນການແລກປ່ຽນຄວາມຄິດເຫັນ ກ່ຽວກັບຍຸດທະສາດໃນການສ້າງລະບົບນິເວດດິຈິຕອນ ທີ່ເປີດ ກວ້າງ ແລະ ຄວບຄຸມ ທີ່ສາມາດສ້າງມູນຄ່າທາງເສດຖະກິດ ແລະ ສັງຄົມ ໂດຍການນຳໃຊ້ຂໍ້ມູນ ທາງດິຈິຕອນ (Digital Data) ທີ່ຮັບປະກັນໃຫ້ສາມາດເຂົ້າເຖິງໄດ້ ແລະ ການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ. ພ້ອມກັນນັ້ນ, ກໍເພື່ອເປັນການນຳໃຊ້ໄອຊີທີ ເຂົ້າໃນການແກ້ໄຂບັນຫາເສດຖະກິດ-ສັງຄົມ ແລະ ພັດທະນາຕາມແຜນເປົ້າໝາຍການພັດທະນາແບບຍຶນຍົງ  (SDGs), ທັງເປັນການສົ່ງເສີມການຮ່ວມມືລະຫວ່າງປະເທດ ຂອງ ສ. ເກົາຫລີ ກັບ ບັນດາຄູ່ຮ່ວມມືຕ່າງໆ ອີກດ້ວຍ.

          ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມ, ທ່ານຮອງລັດຖະມົນຕີ ໄດ້ເຂົ້າຮ່ວມເວທີນຳສະເໜີ ແລະ ສົນທະນາ ຫົວຂໍ້: “ການສ້າງຄວາມເຂັ້ມແຂງ ແລະ ການຄຸ້ມຄອງວຽກງານດິຈິຕອນ ໃນຍຸກແຫ່ງການປ່ຽນແປງໃໝ່” ທ່ານຮອງລັດຖະມົນຕີ ໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພັດທະນາ ຂອງ ສປປ ລາວ ໃນການເຂົ້າເຖິງດິຈິຕອນຂອງປະຊາຊົນ ແລະ ຄວາມພະຍາຍາມຂອງພາກລັດຖະບານ ທີ່ຈະມີວິທີການແກ້ໄຂ ເພື່ອທີ່ຈະຫຼຸດຜ່ອນບັນຫາ ການເຂົ້າເຖິງ ແລະ ທັກສະໃນການນຳໃຊ້ດັ່ງກ່າວ. ພ້ອມນັ້ນ, ຍັງໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນ ກັບບັນດານັກວິທະຍາກອນ ຕໍ່ກັບການສ້າງ ແຜນການຮ່ວມມື ທີ່ຈະມີສ່ວນຊ່ວຍໃຫ້ບັນດາຊຸມຊົນທົ່ວໂລກ ສາມາດຈັດຕັ້ງ  ຂໍ້ລິເລີ່ມທາງດ້ານ ດິຈິຕອນອັນໃໝ່ ແລະ ຊອກຮູ້ແນວທາງ, ວິທີການ ທີ່ຈະເສີມຂະຫຍາຍໃນວຽກງານດິຈິຕອນ ຮ່ວມກັບ ບັນດາຜູ້ກຳນົດນະໂຍບາຍທາງດ້ານ ໄອຊີທີ ດິຈິຕອນ ພາກພື້ນ ແລະ ສາກົນ.

          ການເຂົ້າຮ່ວມກອງປະຊຸມຄັ້ງນີ້, ໄດ້ເປັນໂອກາດອັນດີໃຫ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການສົ່ງເສີມການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ຮ່ວມກັບບັນດາປະເທດຄູ່ຮ່ວມມື ໃນການຮັບຮູ້ ບັນດາທິດທາງ, ແຜນນະໂຍບາຍ ການພັດທະນາທາງດ້ານເຕັກໂນໂລຊີດິຈິຕອນ ຂອງບັນດາປະເທດ ທັງເປັນກາລະໂອກາດທີ່ດີ ໃນການປຶກສາຫາລືການຮ່ວມມືໃນການພັດທະນາວຽກງານ ໄອຊີທີ ໂດຍສະເພາະທາງດ້ານການກໍ່ສ້າງບຸກຄະລາກອນ ແລະ ຍາດແຍ່ງການຮ່ວມມື ໃນການຊຸກຍູ້ວຽກງານການຫັນເປັນດິຈິຕອນລະດັບຊາດ ຂອງ ສປປ ລາວ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ