17/11/2023

ວັນທີ 16 ພະຈິກ 2023 ນີ້, ທີ່ຫ້ອງຮັບແຂກ ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກຕສ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພໍ ເຄລີ (Paul Kelly), ເອກອັກຄະລັດຖະທູດ ອົດສະຕາລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.
ໃນໂອກາດດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ
ທ່ານ ພໍ ເຄລີ ພ້ອມດ້ວຍຄະນະທີ່ໄດ້ເຂົ້າຢ້ຽມຂໍ່ານັບຄັ້ງນີ້ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ລາວ-ອົດສະຕາລີ. ພ້ອມນັ້ນ, ທ່ານໄດ້ສະແດງຄວາມຂອບໃຈມາຍັງທ່ານເອກອັກຄະລັດຖະທູດ ອົດສະຕາລີ ກໍຄືລັດຖະບານ ອົສະຕາລີ ທີ່ໄດ້ການຮ່ວມມື ແລະ ສະໜັບສະໜູນແກ່ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ການຍົກລະດັບທາງດ້ານວິຊາສະເພາະວຽກງານຄວາມປອດໄພທາງດ້ານໄຊເບີໃຫ້ແກ່ພະນັກງານຂອງ ສປປ ລາວ ຊຶ່ງມີຄວາມສຳຄັນ ແລະ ຈຳເປັນໃນການຫັນເປັນດິຈິຕອນຂອງ ສປປ ລາວ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດວິໄສທັດການພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ 5 ປີ (2021-2025), ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີສະພາໄດ້ຮັບຮອງ ໃນນັ້ນການພັດທະນາຕ້ອງມີສາມເສົາຄ້ຳ ຄື: ສ້າງເສດຖະກິດດິຈິຕອນ, ສ້າງລັດຖະບານດິຈິຕອນ ແລະ ສ້າງສັງຄົມດິຈິຕອນ.
ໃນຕອນທ້າຍ, ທ່ານ ພໍ ເຄລີ (Paul Kelly) ໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ທ່ານໄດ້ກ່າວວ່າ ໃນປີ 2022 ສປປ ລາວ ແລະ ອົດສະຕາລີ ໄດ້ມີສາຍສຳພັນທາງການທູດ 40 ປີ ແລະ ຮູ້ສຶກດີໃຈຫຼາຍໃນໄລຍະທີ່ເກີດການແຜ່ລະບາດພະຍາດໂຄວິດ ທາງລັດຖະບານອົດສະຕາລີກໍໄດ້ປະກອບສ່ວນມອບວັກຊີນ ໃນແກ່ ສ ປປ ລາວ ພ້ອມທັງໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວໃນວຽກງານຄວາມປອດໄພທາງດ້ານໄຊເບີ ພ້ອມທັງຢືນຢັນວ່າຈະສືບຕໍ່ໃຫ້ການສະໜັບສະໜູນການສ້າງຂີດຄວາມສາມາດຂອງພະນັກງານ ສປປ ລາວ ທັງວຽກງານພື້ນຖານໂຄງລ່າງ ແລະ ວຽກງານການຕອບໂຕ້ຄວາມປອດໄພໄຊເບີ້ ໂດຍສະເພາະແມ່ນ ໃນປີ 2024 ສປປ ລາວໄດ້ຮັບກຽດເປັນເຈົ້າພາບກອງປະຊຸມອາຊຽນ.
ຂຽນຂ່າວ: ພຸດດາວອນ ພາສຸວັນ