ການນຳກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າອວຍພອນທູດຫວຽດນາມປະຈຳ ສປປ ລາວ ເນື່ອງໃນໂອກາດບຸນປີໃໝ່ຫວຽດນາມ

09/02/2024

ການນຳກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າອວຍພອນທູດຫວຽດນາມປະຈຳ ສປປ ລາວ ເນື່ອງໃນໂອກາດບຸນປີໃໝ່ຫວຽດນາມ

ໃນຕອນເຊົ້າຂອງວັນທີ 07 ກຸມພາ 2024, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທັງເປັນປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ນໍາພາຄະນະໄປອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດບຸນປີໃໝ່ຫວຽດນາມ.

ໃນໂອກາດນີ້, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ ມອບກະຕ່າດອກໄມ້ ແລະ ອວຍພອນ ໃຫ້ແກ່ທ່ານ ຫງວຽນ ບ໋າ ຮຸ່ງ ພ້ອມດ້ວຍພະນັກງານສະຖານທູດ ສສ ຫວຽດນາມ ທີ່ກໍາລັງປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ການຮ່ວມມື ແລະ ປະກອບສ່ວນຂອງສະຖານທູດ ຫວຽດນາມ ໃນການປະສານງານ ແລະ ອຳນວຍຄວາມສະດວກໃນໄລຍະຜ່ານມາ ອັນເຮັດໃຫ້ການພົວພັນຮ່ວມມືສອງຝ່າຍ ລາວ-ຫວຽດນາມ ເປັນຕົ້ນການຢ້ຽມຢາມຂອງການນຳທັງສອງປະເທດໄດ້ປະສົບຜົນສຳເລັດຢ່າງຈົບງາມ. ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ, ໂດຍສະເພາະລະຫວ່າງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ກະຊວງ ຖະແຫຼງຂ່າວ ແລະ ການສື່ສານ,  ສສ ຫວຽດນາມ ທີ່ນັບມື້ນັບມີການຮ່ວມມືຢ່າງມີປະສິດທິພາບ ແລະ ປະສິດທິຜົນ ຂຶ້ນເລື້ອຍໆ.

ພ້ອມດຽວກັນ, ທ່ານ ຫງວຽນ ບ໋າ ຮຸ່ງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ພ້ອມດ້ວຍຄະນະ ທີ່ມາອວຍພອນໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ-ລາວ ຈະສືບຕໍ່ຮັກສາມູນເຊື້ອການພົວພັນອັນສະໜິດແໜ້ນ ເພື່ອຮ່ວມກັນປະຕິບັດວຽກງານໃຫ້ປະກົດຜົນເປັນຈິງ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ