ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ສະມາຊິກສະຫະພັນແມ່ຍິງຮາກຖານ ສູນອິນເຕີເນັດ ແຫ່ງຊາດ

02/04/2024

ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ສະມາຊິກສະຫະພັນແມ່ຍິງຮາກຖານ ສູນອິນເຕີເນັດ ແຫ່ງຊາດ

       ສະຫະພັນແມ່ຍິງຮາກຖານ ສູນອິນເຕີເນັດ ແຫ່ງຊາດ (ສອຊ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂຶ້ນໃນວັນທີ 27 ມີນາ 2024, ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 02 ຂອງ ສອຊ, ໂດຍໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ມີນາໄຊ ພິລາວົງ ຄະນະພັກກະຊວງ, ເລຂາໜ່ວຍພັກ ສູນອິນເຕີເນັດ ແຫ່ງຊາດ, ສະຫາຍ ນາງ ເກສອນ ສຸລິວົງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ,  ສະຫາຍ ນາງ ນີລາເພັດ ຄຳມຸງຄຸນ ປະທານສະຫະພັນແມ່ຍິງຮາກຖານ ສອຊ, ພ້ອມທັງປະທານສະຫະພັນກຳມະບານ ແລະ ເລຂາຊາວໜຸ່ມຮາກຖານ ສອຊ, ຊຶ່ງມີຕາງໜ້າສະຫະພັນແມ່ຍິງຮາກຖານອ້ອມຂ້າງ ແລະ ສະມາຊິກສະຫະພັນແມ່ຍິງຮາກຖານ ສອຊ ເຂົ້າຮ່ວມທັງໝົດ 31 ສະຫາຍ, ຍິງ 28 ສະຫາຍ.   

        ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ທ່າມກາງບັນຍາກາດທີ່ທົ່ວພັກ ແລະ ທົ່ວປວງຊົນລາວທັງຊາດ ກຳລັງສຸມໃສ່ຈັດຕັ້ງການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 03 ຂັ້ນຂອງພັກ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ III, ໂດຍສະເພາະ ແມ່ຍິງລາວພວມຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນຂັ້ນຂອງຕົນຢ່າງເປັນເຈົ້າການ. ກອງປະຊຸມຄັ້ງນີ້ ບັນດາສະມາຊິກພາຍໃນຮາກຖານໄດ້ຮັບຟັງ ແລະ ປະກອບຄຳເຫັນ ໃສ່ຮ່າງບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ ຂອງຄະນະສະຫະພັນແມ່ຍິງຮາກຖານ ສອຊ ແລະ ບັນດາສະມາຊິກຜູ້ເຂົ້າຮ່ວມກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານ ສະຫະພັນແມ່ຍິງຮາກຖານ ສອຊ ຊຸດໃໝ່ ຊຶ່ງມີຜູ້ລົງເລືອກຕັ້ງຈຳນວນ 07 ສະຫາຍ ແລະ ເລືອກໄດ້ 05 ສະຫາຍ, ຊຶ່ງຜ່ານກອງປະຊຸມຄັ້ງປະຖົມມະລຶກຄົບຄະນະປະທານໄດ້ຕົກລົງເຫັນດີເລືອກເອົາ ຄະນະສະຫະພັນແມ່ຍິງຮາກຖານ ສອຊ ຊຸດໃໝ່ຄື: ສະຫາຍ ນາງ ນີລາເພັດ ຄຳມຸງຄຸນ ເປັນປະທານ, ສະຫາຍ ນາງ ທອງດຳ ມາລາວົງ ເປັນຮອງປະທານ, ທັງເປັນປະທານກວດກາ, ສະຫາຍ ນາງ ສຸພາວະດີ ປຣະເສີດ ເປັນຮອງປະທານ, ສະຫາຍ ນາງ ນິດຕະຍາ ສິມມາລາວົງ  ແລະ ສະຫາຍ ນາງ ຍົມມະລີ ຈັນຫຼ້າ ເປັນກໍາມະການ.

ເພື່ອເຮັດໃຫ້ກອງປະຊຸມ ມີຄວາມໝາຍຄວາມສຳຄັນ ສະຫາຍ ມີນາໄຊ ພິລາວົງ, ຄະນະພັກກະຊວງ, ເລຂາໜ່ວຍພັກ ສອຊ ໄດ້ໃຫ້ກຽດມີຄຳເຫັນຊີ້ນຳຕໍ່ກອງປະຊຸມໃຫຍ່ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການນໍາພາ-ຊີ້ນຳ ຂອງ ຄະນະສະຫະພັນແມ່ຍິງຮາກຖານ ສອຊ ຊຸດເກົ່າໃນໄລຍະຜ່ານມາ. ພ້ອມນັ້ນ, ຍັງໄດ້ຮັບຟັງການໂອ້ລົມອັນມີຄວາມໝາຍໜັກແໜ້ນ ແລະ ເລິກເຊິ່ງຈາກ ສະຫາຍ ນາງ ເກສອນ ສຸລິວົງ, ຄະນະພັກກະຊວງ, ປະທານສະຫະພັນແມ່ຍິງກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງສະຫາຍໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາສະພາບການເຄື່ອນໄຫວຂອງສະຫະພັນແມ່ຍິງຮາກຖານ ສອຊ ໃນໄລຍະຜ່ານມາ ເເລະ ຊົມເຊີຍ ຕໍ່ຜົນສໍາເລັດທີ່ຄະນະສະຫະພັນແມ່ຍິງ ຍາດມາໄດ້ໃນໄລຍະຜ່ານມາ, ຈາກນັ້ນ, ສະຫາຍໄດ້ກ່າວໃຫ້ທິດຊີ້ນໍາວຽກງານແຕ່ລະດ້ານ ພ້ອມທັງໄດ້ເນັ້ນໜັກໃຫ້ ຄະນະສະຫະພັນແມ່ຍິງຮາກຖານ ສອຊ ສືບຕໍ່ນໍາພາ-ຊີ້ນໍາ ສະມາຊິກພາຍໃນຮາກຖານ ປະຕິບັດວຽກງານທີ່ຖືກມອບໝາຍຢ່າງຕັ້ງໜ້າ, ເພີ່ມທະວີຄວາມສາມັກຄີ ພາຍໃຕ້ການນໍາພາຂອງພັກປະສົມຜົນສໍາເລັດຕາມແຜນທີວາງໄວ້ ກອງປະຊຸມໄດ້ປິດລົງໃນເວລາ 11:30 ໂມງ ຂອງມື້ດຽວກັນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ