23/04/2024

ເພື່ອເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ກໍຄື ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກອງປະຊຸມໃຫຍ່ຂອງໜ່ວຍພັກ ອົງການດັດສົມໂທລະຄົມມະນາຄົມ (ອດທ), ຄະນະຮັບຜິດຊອບຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນເລກໝາຍໂທລະສັບ ໄດ້ສືບຕໍ່ລົງຕິດຕາມ, ກວດກາ ການຂຶ້ນທະບຽນເລກໝາຍໂທລະສັບທີ່ສູນກາງໂທລະສັບ (HLR) ຂອງ ບັນດາບໍລິສັດທີ່ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ປະກອບມີ: ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບໍລິສັດ ສະຕາໂທລະຄົມ, ບໍລິສັດ ທີພລັສ, ບໍລິສັດ ເບສໂທລະຄົມ ຈໍາກັດ ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ໃນລະຫວ່າງວັນທີ 4-5 ເມສາ 2024 ພ້ອມທັງລົງຕິດຕາມກວດກາການຈໍາໜ່າຍເລກໝາຍໂທລະສັບໃໝ່ ຢູ່ບັນດາຕົວເມືອງໃນນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 8-9 ເມສາ 2024 ຜ່ານມານີ້, ໂດຍການນໍາພາຂອງ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນຫົວໜ້າຄະນະຮັບຜິດຊອບລົງຕິດຕາມກວດກາການປະຕິບັດວຽກງານຕົວຈິງ.
ການລົງກວດກາໃນຄັ້ງນີ້ ແມ່ນໜຶ່ງໃນມາດຕະການຈັດຕັ້ງປະຕິບັດທີ່ເປັນພາລະບົດບາດສໍາຄັນຂອງ ອົງການດັດສົມໂທລະຄົມມະນາຄົມ ກໍຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອໃຫ້ຮັບປະກັນໄດ້ຄວາມຖືກຕ້ອງ, ລະອຽດ, ຮັດກຸມ ແລະ ຊັດເຈນ ໃນການຂຶ້ນທະບຽນເລກໝາຍໂທລະສັບທີ່ເປັນຂອງ ສປປ ລາວ ແມ່ນໃຫ້ປະຕິບັດຕາມລະບຽບການທີ່ທາງກະຊວງເຕັກໂນໂລຊີ ແລະ ການສື່ສານ ວາງອອກຢ່າງເຄັ່ງຄັດ. ຄຽງຄູ່ກັບວຽກງານການຂຶ້ນທະບຽນເລກໝາຍໂທລະສັບ, ຄະນະຍັງໄດ້ມີການກວດກາການຈັດໂປຼໂມເຊິນ ສົ່ງເສີມການຂາຍ ໃນໄລຍະເວລາການສະເຫຼີມສະຫຼອງບຸນປີໃໝ່ລາວໃຫ້ແກ່ລູກຄ້າ. ຊຶ່ງຜ່ານການຕິດຕາມກວດກາ ຄະນະຮັບຜິດຊອບສາມາດຍາດໄດ້ຜົນສໍາເລັດການເກັບກໍາຂໍ້ມູນທີ່ລະອຽດ, ຊັດເຈນ, ພາວະວິໄສ ແລະ ພົບພໍ້ບາງກໍລະນີຕ້ອງໄດ້ດໍາເນີນມາດຕະຖານຕໍ່ພາກສ່ວນທີ່ລະເມີດ ແລະ ປະກອບນະໂຍບາຍຍ້ອງຍໍຊົມເຊີຍຕໍ່ພາກສ່ວນທີ່ສາມາດຈັດຕັ້ງປະຕິບັດໄດ້ຕາມລໍາດັບ.
ພາບ ແລະ ຂ່າວ: ອດທ