ສໍາເລັດກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງຮາກຖານ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຄັ້ງທີ IV

23/04/2024

ສໍາເລັດກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງຮາກຖານ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຄັ້ງທີ IV

ສະຫະພັນແມ່ຍິງຮາກຖານ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IV ຂຶ້ນໃນຕອນເຊົ້າຂອງວັນທີ 10 ເມສາ 2024 ຜ່ານມາ, ທີ່ຫ້ອງປະຊຸມ ຂອງ ສຕສ, ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ ສະຫາຍ ປະລິນຍາເອກ ປະດັບໄຊ ໄຊຍະໂຄດ ຄະນະພັກກະຊວງ, ເລຂາໜ່ວຍພັກ ສຕສ, ສະຫາຍ ນາງ ເກສອນ ສຸລິວົງ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກຕສ, ສະຫາຍ ນາງ ກົງມະລີ ໂພໄຊ ປະທານສະຫະພັນແມ່ຍິງຮາກຖານ ສຕສ, ມີສະຫາຍປະທານສະຫະພັນກຳມະບານຮາກຖານ ສຕສ ແລະ ເລຂາຊາວໜຸ່ມຮາກຖານ ສຕສ, ມີສະຫະພັນແມ່ຍິງຮາກຖານອ້ອມຂ້າງ ສະຖາບັນ ແລະ ສະມາຊິກສະຫະພັນແມ່ຍິງຮາກຖານ ສຕສ  ເຂົ້າຮ່ວມ 34 ສະຫາຍ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດລາຍງານການເມືອງຂອງສະຫະພັນແມ່ຍິງຮາກຖານ ສຕສ ໃນໄລຍະ 05 ປີຜ່ານມາ ແລະ ແຜນການທິດທາງໃນຕໍ່ໜ້າ ຊຶ່ງເນື້ອໃນສະແດງອອກຄື: ໃນໄລຍະຜ່ານມາຄະນະສະຫະພັນແມ່ຍິງຮາກຖານ ສຕສ ໄດ້ນໍາພາ-ຊີ້ນໍາວຽກງານຮອບດ້ານ ເຮັດໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງມີຄວາມເຂັ້ມແຂງຂຶ້ນ ແລະ ມີຄວາມກ້າວໜ້າປະກອບສ່ວນສ້າງຜົນງານລວມຂອງສະຖາບັນ ເພື່ອນໍາພາຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ໂດຍສະເພາະແມ່ນການນໍາພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນທີ 8 ມີນາ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ດ້ວຍຫຼາຍຮູບການ ເປັນຕົ້ນແມ່ນ ການທັດສະນະແລກປ່ຽນບົດຮຽນດ້ານວິຊາສະເພາະເຜີຍແຜ່ຫຼັກສູດການຮຽນ-ການສອນ ຂອງສະຖາບັນ ເພື່ອນໍາເອົາຄວາມຮູ້ຄວາມສາມາດມາໝູນໃຊ້ເຂົ້າໃນວຽກງານຕົວຈິງດ້ວຍຄວາມຮັບຜິດຊອບສູງ.

ໃນໂອກາດນີ້, ສະຫາຍ ປອ. ປະດັບໄຊ ໄຊຍະໂຄດ ຄະນະພັກກະຊວງ, ເລຂາໜ່ວຍພັກ ສຕສ ກໍໃຫ້ກຽດມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງຄະນະສະຫະພັນແມ່ຍິງຮາກຖານ ສຕສ ຍາດມາໄດ້ໃນໄລຍະ 5 ປີຜ່ານມາ ພ້ອມທັງໄດ້ເນັ້ນໜັກໃຫ້ສະມາຊິກແມ່ຍິງ ສຕສ ຈົ່ງພ້ອມກັນໃຊ້ສິດປະຊາທິປະໄຕຄັດເລືອກເອົາຄະນະຊຸດໃໝ່ດ້ວຍຄວາມຮັບຜິດຊອບສູງ. ພ້ອມດຽວກັນນີ້, ບັນດາສະມາຊິກແມ່ຍິງ ກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານ ສະຫະພັນແມ່ຍິງຮາກຖານ ສຕສ ຊຸດໃໝ່ ຊຶ່ງມີຜູ້ລົງເລືອກຕັ້ງຈຳນວນ 07 ສະຫາຍ ແລະ ເລືອກໄດ້ 05 ສະຫາຍ, ໃນກອງປະຊຸມຄັ້ງປະຖົມມະລຶກຄົບຄະນະປະທານໄດ້ຕົກລົງເຫັນດີເລືອກເອົາ ຄະນະສະຫະພັນແມ່ຍິງຮາກຖານ ສຕສ ຊຸດໃໝ່ ຄື: ສະຫາຍ ນາງ ສາຍໃຈ ສາຍສຳພັນ ເປັນປະທານ, ສະຫາຍ ນາງ ມະເລດີ້ ນາມວົງສາ ເປັນຮອງປະທານ, ທັງເປັນປະທານກວດກາ, ສະຫາຍ ນາງ ຄອນເຂົາເງິນ ອ້ວນວິໄລ ເປັນຮອງປະທານ, ສະຫາຍ ນາງ ເພັດສະໄໝ ສີສຸທຳ ແລະ ສະຫາຍ ນາງ ສີລາວັນ ໂພທິລັກ ເປັນຄະນະ.

ໃນຕອນທ້າຍ, ສະຫາຍ ນາງ ເກສອນ ສຸລິວົງ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະສະຫະພັນແມ່ຍິງຮາກຖານ ສຕສ ຊຸດໃໝ່ ພ້ອມທັງຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມ ແລະ ຫຼາຍຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນໄລຍະຜ່ານມາ. ສະຫາຍຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ນໍາພາ-ຊີ້ນໍາທຸກຂະບວນການ, ໃກ້ສິດຕິດແທດກັບເອື້ອຍນ້ອງແມ່ຍິງ ເພື່ອເປັນການເຕົ້້າໂຮມຄວາມສາມມັກຄີໃຫ້ເອື້ອຍນ້ອງແມ່ຍິງມີຄວາມໜັກແໜ້ນເຂັ້ມແຂງ, ຊຸກຍູ້ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຂອງຕົນຢ່າງເປັນປົກກະຕິ, ຕໍ່ເນື່ອງ ເຮັດໃຫ້ເອື້ອຍນ້ອງສະມາຊິກມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ສົ່ງເສີມຄວາມເປັນເອກະພາບໃນການເຄື່ອນໄຫວວຽກງານ, ຍຶດໝັ້ນຮັກສາຄວາມສາມັກຄີພາຍໃນເປັນອັນໜຶ່ງອັນດຽວກັນ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ, ສຸມໃສ່ແບບແຜນວິທີການນຳພາ, ແບບແຜນວິທີເຮັດວຽກເພື່ອກໍ່ສ້າງໃຫ້ໄດ້ພະນັກງານຍິງທີມີຄຸນນະພາບ, ປະກອບສ່ວນໃນອົງການຈັດຕັ້ງພັກ-ລັດໃຫ້ມີຄວາມເຂັ້ມແຂງ, ຖືເອົາການປະຕິບັດຂໍ້ແຂ່ງຂັນ 3 ດີໂດຍຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ, ເອົາໃຈໃສ່ສືບຕໍ່ບຸກບືນສູ້ຊົນ ແລະ ແກ້ໄຂຂໍ້ຫຍຸ້ງຍາກຢ່າງຕັ້ງໜ້າ, ສືບຕໍ່ ນໍາພາ-ຊີ້ນໍາ ສະມາຊິກພາຍໃນຮາກຖານ ເພື່ອຕອບສະໜອງໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້. ພ້ອມນັ້ນ, ກໍຕ້ອງຮ່ວມແຮງຮ່ວມໃຈກັນຢ່າງຕັ້ງໜ້າ ໃນການປະຕິບັດຕາມແນວທາງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ຢ່າງເປັນຂະບວນຝົດຟື້ນ ແລະ ມີໝາກຜົນອັນຈົບງາມຂຶ້ນເລື້ອຍໆ ເພື່ອແນໃສ່ການສົ່ງເສີມດ້ານດີ, ດ້ານຕັ້ງໜ້າປະຕິບັດວຽກງານ ແລະ ຊອກຫາວິທີທາງແກ້ໄຂຂໍ້ຄົງຄ້າງໃຫ້ທັນກັບເວລາ.

ພາບ ແລະ ຂ່າວ: ສຕສ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ