ຕິດຕາມກວດການການຂຶ້ນທະບຽນເລກໝາຍໂທລະສັບ ຢູ່ ແຂວງ ບໍ່ແກ້ວ ເພື່ອຮັບປະກັນໃຫ້ສອດຄ່ອງຕາມລະບຽບກົດໝາຍ

10/07/2024

ຕິດຕາມກວດການການຂຶ້ນທະບຽນເລກໝາຍໂທລະສັບ ຢູ່ ແຂວງ ບໍ່ແກ້ວ ເພື່ອຮັບປະກັນໃຫ້ສອດຄ່ອງຕາມລະບຽບກົດໝາຍ

 

ໃນລະຫວ່າງວັນທີ 03-07 ກໍລະກົດ 2024, ອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງເຄື່ອນໄຫວຊຸກຍູ້ຕິດຕາມການຂຶ້ນທະບຽນເລກໝາຍໂທລະສັບ ຢູ່ ແຂວງ ບໍ່ແກ້ວ ໂດຍພາຍໃຕ້ການນໍາພາຂອງ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ພ້ອມດ້ວຍຄະນະ. ຊຶ່ງໃນໂອກາດດັ່ງກ່າວ ຍັງໄດ້ຈັດກອງປະຊຸມເຜີຍແຜ່ບັນດານິຕິກໍາ ແລະ ວາງແຜນຮ່ວມກັນໃນການລົງກວດກາຕົວຈິງ ແລະ ເກັບຊື້ເລກໝາຍໂທລະສັບ ພາຍໃນເມືອງຫ້ວຍຊາຍ, ເມືອງຕົ້ນເຜີ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ເພື່ອຮັບປະກັນການຈໍາໜ່າຍເລກໝາຍໂທລະສັບ ໃຫ້ສອດຄ່ອງຕາມກົດຫມາຍ ແລະ ລະບຽບການ, ໂດຍເປັນປະທານຮ່ວມໃນກອງປະຊຸມຂອງ ທ່ານ ສີສະຫວາດ ແກ້ວປັນຍາ, ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແລະ ທ່ານ ວິລັດ ພົງສະຫວັດ, ຮອງຫົວໜ້າ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ບໍ່ແກ້ວ, ຊຶ່ງມີພະນັກງານພາຍໃນພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ, ພະແນກອ້ອມຂ້າງແຂວງ, ບັນດາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດ ພາຍໃນແຂວງ ແລະ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ເຂົ້າຮ່ວມທັງໝົດ 30 ກວ່າທ່ານ. 

ການລົງເຄື່ອນໄຫວຄັ້ງນີ້ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມ 3 ຂັ້ນຂອງພັກ ກໍຄື ຂະແໜງເຕັກໂນໂລຊີ ແລະ ການສື່ສານ, ສ້າງຂະບວນການຊຸກຍູ້ການຈັດຕັ້ງປະຕິບັດການຫັນເປັນດິຈິຕອນ ຂອງ ສປປ ລາວ ຕາມວິໄສທັດ ຮອດປີ 2040, ຍຸດທະສາດ ຮອດປີ 2030 ແລະ ແຜນພັດທະນາ ຮອດປີ 2025 ຂອງການພັດທະນາເສດຖະກິດດິຈິຕອນ. ຊຶ່ງຫົວຂໍ້ສຳຄັນທີ່ເຜີຍແຜ່ໃນກອງປະຊຸມປະກອບມີ: ກົດໝາຍວ່າດ້ວຍການໂທລະຄົມມະນາຄົມ ສະບັບປັບປຸງ ປີ 2021; ຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນເລກໝາຍໂທລະສັບ; ບົດລາຍງານຜົນການກວດກາ 9 ຕົວເມືອງ ແລະ HLR ຜ່ານມາ. ພ້ອມນັ້ນ, ຍັງໄດ້ຮັບຟັງການລາຍງານສະພາບລວມຂອງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ແລະ ເຂດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ. ນອກຈາກນັ້ນ, ທາງຄະນະຮັບຜິດຊອບກວດກາເລກໝາຍ ຍັງໄດ້ມອບລະຫັດຄິວອາ (QR Code) ນິຕິກຳໃຫ້ແກ່ ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ. ຊຶ່ງໃນແຕ່ລະຫົວຂໍ້ໄດ້ຍົກໃຫ້ເຫັນເນື້ອໃນສໍາຄັນຂອງນິຕິກໍາໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈ ເຊັ່ນ: ການຄຸ້ມຄອງການນໍາໃຊ້ເລກໝາຍໂທລະຄົມມະນາຄົມ ກໍຄື ການຂຶ້ນທະບຽນເລກໝາຍໂທລະສັບມືຖື ທີ່ເປັນວຽກງານບູລິມະສິດໜຶ່ງຂອງວຽກງານການຫັນເປັນດິຈິຕອນ ເພື່ອເປັນພື້ນຖານການສ້າງລະຫັດປະຈຳຕົວດິຈິຕອນ (Digital ID) ແລະ ບັນດາຂໍ້ຫ້າມຕ່າງໆ ທີ່ຂັດກັບກົດໝາຍ ແລະ ລະບຽບການດັ່ງກ່າວ. ເວົ້າລວມ ການລົງເຄື່ອນໄຫວຄັ້ງນີ້ແມ່ນສໍາເລັດຕາມແຜນການ, ເວົ້າສະເພາະ ການກວດກາການຂຶ້ນທະບຽນເລກໝາຍໂທລະສັບໃນແຂວງບໍ່ແກ້ວ ແມ່ນສາມາດປະຕິບັດໄດ້ດີຕາມກົດຫມາຍ ແລະ ລະບຽບການທີ່ກໍານົດ.

ພາບ ແລະ ຂ່າວ: ອົງການດັດສົມໂທລະຄົມມະນາຄົມ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ