10/07/2024

ອົງການໄອຍະການປະຊາຊົນສູງສຸດ ຮ່ວມກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມ ການນໍາໃຊ້ລະບົບຫ້ອງການທັນສະໄໝ (E-office) ໃຫ້ແກ່ພະນັກງານ ອົງການໄອຍະການປະຊາຊົນ ທົ່ວນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 08 ກໍລະກົດ 2024, ທີ່ຫ້ອງປະຊຸມ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ (ບ້ານ ສີເມືອງ), ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນມາ ດວງມາລາສິນ, ຮັກສາການຫົວໜ້າຫ້ອງການ ອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ,ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍມີບັນດາທ່ານຫົວໜ້າກົມ, ຮອງກົມ, ຮອງຫົວໜ້າຫ້ອງການ, ຄະນະພະແນກ ແລະ ວິຊາການຈາກອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ, ເຂດ ແລະ ອົງການໄອຍະການທະຫານຂັ້ນສູງ ເຂົ້າຮ່ວມ 40 ກວ່າທ່ານ.
ຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ຂອງອົງການໄອຍະການປະຊາຊົນສູງສຸດ ສາມາດຮັບຮູ້ ແລະ ເຂົ້າໃຈກ່ຽວກັບລະບົບຫ້ອງການທັນສະໄໝ (e-Office) ແລະ ສາມາດນຳໃຊ້ເຂົ້າໃນວຽກງານການບໍລິຫານ ແລະ ການບໍລິການ ໃນຂົງເຂດວຽກງານໄອຍະການປະຊາຊົນ ໄດ້ຢ່າງມີປະສິດທິພາບ ໂດຍແນໃສ່ໃຫ້ວຽກງານມີປະສິດທິຜົນສູງ, ມີຄວາມສະດວກ, ວ່ອງໄວ, ປອດໄພ, ໂປ່ງໃສ ແລະ ປະຢັດ.
ໃນພິທີເປີດຝຶກອົບຮົມ, ທ່ານ ປອ. ທະວີສັກ ມະໂນທັມ ໄດ້ນຳສະເໜີພາບລວມຂອງການຫັນເປັນລັດຖະບານທັນສະໄໝ (ດິຈິຕອນ) ຂອງ ສປປ ລາວ ພ້ອມຍົກໃຫ້ເຫັນຄວາມສຳຄັນ ແລະ ຈຳເປັນ ໃນການຫັນເປັນທັນສະໄໝແບບດິຈິຕອນ ຕາມທິດຂອງລັດຖະບານ ທີ່ໄດ້ມີດຳລັດແຕ່ງຕັ້ງ ຄະນະຫັນເປັນດິຈິຕອນແຫ່ງຊາດ ໂດຍມີ ທ່ານນາຍົກລັດຖະມົນຕີ ເປັນປະທານ, ຊຶ່ງຄະນະດັ່ງກ່າວ ມີເປົ້າໝາຍ 3 ເສົາຄໍ້າດິຈິຕອນ ຄື: 1) ເສົາຄ້ຳ ລັດຖະບານດິຈິຕອນ; 2) ເສົາຄ້ຳເສດຖະກິດດິຈິຕອນ ແລະ 3) ເສົາຄ້ຳສັງຄົມດິຈິຕອນ.
ພ້ອມນີ້, ທ່ານ ບຸນມາ ດວງມາລາສິນ ຍັງໄດ້ຮຽກຮ້ອງໃຫ້ ນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ພ້ອມກັນເອົາໃຈໃສ່ໃນການຝຶກອົບຮົມ, ປະຕິບັດລະບຽບໂມງເວລາການຂຶ້ນຫ້ອງ, ຮຽນຮູ້ບົດຮຽນ ແລະ ແລກປ່ຽນຄໍາຄິດເຫັນນໍາ ຄູ-ອາຈານ ໃຫ້ໄດ້ຮັບປະສິດທິຜົນສູງ, ສາມາດນໍາໄປຈັດຕັ້ງປະຕີບັດຢູ່ກົມກອງຂອງຕົນ ເຮັດໃຫ້ໜ້າທີ່ວຽກງານໄດ້ຮັບໝາກຜົນດີຂຶ້ນເລື້ອຍໆ.
ຊຸດຝຶກອົບຮົມຄັ້ງນີ້ ຈະດໍາເນີນໄປເຖິງວັນທີ 12 ກໍລະກົດ 2024 ຈຶ່ງຈະສໍາເລັດ.
ພາບ ແລະ ຂ່າວ: ຊ່ອງດາວ ພົມມະຈັນ