ເປີດຊຸດຝຶກອົບຮົມ “ການເພີ່ມຂີດຄວາມສາມາດໃຫ້ແກ່ຜູ້ປະກອບການເພດຍິງໂດຍຜ່ານການຫັນເປັນດິຈິຕອນ”

10/07/2024

ເປີດຊຸດຝຶກອົບຮົມ “ການເພີ່ມຂີດຄວາມສາມາດໃຫ້ແກ່ຜູ້ປະກອບການເພດຍິງໂດຍຜ່ານການຫັນເປັນດິຈິຕອນ”

ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2024 ນີ້, ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສູນຝຶກອົບຮົມເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາ ອາຊີ - ປາຊີຟິກ (APCICT/ESCAP) ໄດ້ເປີດຊຸດຈັດຝຶກອົບຮົມ “ການເພີ່ມຂີດຄວາມສາມາດໃຫ້ແກ່ຜູ້ປະກອບການເພດຍິງໂດຍຜ່ານການຫັນເປັນດິຈິຕອນ (Women ICT Frontier Initiative (WIFI) DX:  Empowering Women Entrepreneurs through Digital Transformation)”. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ເກສອນ ສຸລິວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ໂຄ ຄີຢອງ, ຜູ້ອໍານວຍການໃຫຍ່ ສູນຝຶກອົບຮົມເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາ ອາຊີ - ປາຊີຟິກ, ຊຶ່ງມີພະນັກງານ-ວິຊາການພາຍໃນ ກຕສ,  ຂະແໜງເຕັກໂນໂລຊີ ແລະ ການສື່ສານ, ຜູ້ຕາງໜ້າຈາກພາກສ່ວນອ້ອມຂ້າງ ແລະ ຜູ້ປະກອບທຸລະກິດ ອ້ອມຂ້າງກະຊວງ ແລະ ຜູ້ປະກອບການເພດຍິງ ເຂົ້າຮ່ວມ 60 ກວ່າທ່ານ.

ຈຸດປະສົງການຝຶກອົບຮົມຄັ້ງນີ້ ກໍເພື່ອສ້າງເຄື່ອຂ່າຍໃນການຊຸກຍູ້ ແລະ ຂັບເຄື່ອນ ການສົ່ງເສີມການນຳໃຊ້ດິຈິຕອນໃຫ້ກັບພະນັກງານ ແລະ ນັກທຸລະກິດເພດຍິງໃຫ້ມີຄວາມເຂັ້ມແຂງ. ບັນດາຜູ້ເຂົ້າຮ່ວມຈະໄດ້ຮ່ວມແລກປ່ຽນຄວາມຮູ້ ຮ່ວມກັບວິທະຍາກອນຜູ້ທີ່ມີປະສົບການ ຈາກສຳນັກງານສົ່ງເສີມເສດຖະກິດດິຈິຕອນ (DEPA) ກ່ຽວກັບ ຄວາມຮູ້ພື້ນຖານການສ້າງຄວາມເຂັ້ມແຂງການນຳໃຊ້ດິຈິຕອນເພື່ອສ້າງທຸລະກິດ, ການຕະຫຼາດ ແລະ ການຄ້າອອນລາຍ, ການວິເຄາະຂໍ້ມູນ ແລະ ຄວາມໄວ້ວາງໃຈ ແລະ ຄວາມປອດໄພໃນການນຳໃຊ້ເຕັກໂນໂລຊີດິຈິຕອນ ​ເພື່ອ​​ຊຸກຍູ້ການໃນ​ຫັນ​ເປັນ​ດິຈິ​ຕອນ ພາຍໃນ ສປປ ລາວ. ຊຸດຝຶກອົບຮົມດັ່ງກ່າວ, ຈະໄດ້ດຳເນີນໄປເປັນເວລາ 03 ວັນ (ລະຫວ່າງວັນທີ 10-12 ກໍລະກົດ 2024) ຈຶ່ງຈະສຳເລັດ, ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນໍາສະເໜີຫຼາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນແມ່ນ ພື້ນຖານຂອງການຫັນເປັນດິຈິຕອນສໍາລັບຜູ້ປະກອບການແມ່ຍິງ, ການວິເຄາະຂໍ້ມູນ, ພື້ນຖານຂອງການຕະຫຼາດດິຈິຕອນ, ການສ້າງເນື້ອຫາການຕະຫຼາດໂດຍໃຊ້ປັນຍາປະດິດ ເພື່ອການເຮັດການຕະຫຼາດທາງສື່ສັງຄົມອອນລາຍ ພ້ອມທັງ ວິທີການຮັກສາຄວາມປອດໄພ ແລະ ຄວາມເປັນສ່ວນຕົວຂອງຂໍ້ມູນທີ່ສຳຄັນອີກດ້ວຍ.

ບົດຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ

ພາບ: ເລັກເຊ່ຍ ສຸດທິວົງ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ