25/10/2024

ໃນຕອນບ່າຍຂອງວັນທີ 24 ຕຸລາ 2024, ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ດິຈິຕອນ ອາຊຽນ ແລະ ສະພາດັດສົມໂທລະຄົມມະນາຄົມ ອາຊຽນ ຄັ້ງທີ 2 ປະຈໍາປີ 2024 (2nd ASEAN Digital Senior Officials' Meeting - ASEAN Telecommunication Regulators' Council Leaders' Retreat of 2024), ໂດຍປະຕິບັດການເປັນເຈົ້າພາບໝູນວຽນຂອງ ສປປ ລາວ ໂດຍທ່ານ ນາງ ພາວັນນາ ດວງບຸບຜາ, ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ປະທານເຈົ້າໜ້າທີ່ອາວຸໂສດັດສົມໂທລະຄົມມະນາຄົມອາຊຽນ, ມີຜູ້ແທນຕາງໜ້າຈາກ 10 ປະເທດສະມາຊິກອາຊຽນ ພ້ອມດ້ວຍກອງເລຂາອາຊຽນ, ຫົວໜ້າສູນກອງທຶນອາຊຽນໄອຊີທີ (AICTC) ເຂົ້າຮ່ວມຫຼາຍກວ່າ 50 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືບັນດາວາລະວຽກງານທີ່ສຳຄັນ ແລະ ການກະກຽມເນື້ອໃນສໍາລັບກອງປະຊຸມລັດຖະມົນຕີດິຈິຕອນ ອາຊຽນ (ADGMIN) 2025 ທີ່ ຣາຊະອານາຈັກໄທ ຈະເປັນເຈົ້າພາບ, ແຜນການຮ່ວມມືກັບບັນດາປະເທດຄູ່ຮ່ວມເຈລະຈາ ແລະ ວາລະສໍາຄັນສະເພາະ ເຊັ່ນ: ຄວາມຄືບໜ້າບັນດາກິດຈະກໍາປະຈໍາປີ 2024 (ສປປ ລາວ ມີ 01 ກິດຈະກຳ); ແຜນການຮ່ວມມື ແລະ ກິດຈະກໍາສໍາລັບສົກປີ 2025; ວຽກງານທີ່ຕິດພັນກັບຄວາມປອດໄພທາງໄຊເບີ; ການປະເມີນ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນແມ່ບົດ ADM2025, ພິຈາລະນາກ່ຽວກັບ ຮ່າງຖະແຫຼງການ, ຮ່າງບົດຖະແຫຼງຂ່າວ (JMS) ແລະ ບັນດາເອກສານສໍາຄັນຕ່າງໆ ທີ່ຈະສະເໜີຮັບຮອງໃນກອງປະຊຸມລັດຖະມົນຕີດິຈິຕອນ ອາຊຽນ ADGMIN ແລະ ອື່ນໆ.