28/10/2024

ໃນຕົ້ນເດືອນຕຸລາ 2024 ທີ່ຜ່ານມານີ້, ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງຕິດຕາມຊຸກຍູ້ການປະຕິບັດໂຄງການທົດລອງຂຸດຄົ້ນເງິນຄຣິບໂຕ ແລະ ເຜີຍແຜ່ວຽກງານດິຈິຕອນ ຢູ່ ສປປ ລາວ ໃຫ້ບັນດາຂະແໜງການຂັ້ນທ້ອງຖິ່ນ ຢູ່ແຂວງພາກກາງ ແລະ ພາກເໜືອ ຄື: ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຜົ້ງສາລີ ໂດຍການນຳພາຂອງ ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີດິຈິຕອນ, ຮອງຫົວໜ້າຄະນະຄຸ້ມຄອງໂຄງການທົດລອງທຸລະກໍາຊັບສິນດິຕອນ ຢູ່ ສປປ ລາວ, ມີບັນດາຄະນະກໍາມະການຕິດຕາມກວດກາ ຈາກ ກະຊວງເຕັກໂນໂລຊິ ແລະ ການສື່ສານ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງແຜນການ ແລະ ການລົງທຶນ, ທະນາຄານແຫ່ງ ສປປ ລາວ ແລະ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍກອງເລຂາຄະນະຄຸ້ມຄອງໂຄງການທົດລອງທຸລະກໍາຂຸດຄົ້ນຊັບສິນດິຈິຕອນ ເຂົ້າຮ່ວມ.
ຈຸດປະສົງຂອງການລົງເຜີຍແຜ່ດັ່ງກ່າວ ກໍເພື່ອສ້າງຄວາມເຂົ້າໃຈກ່ຽວກັບວຽກງານຄຸ້ມຄອງທຸລະກໍາຊັບສິນດິຈິຕອນ ແລະ ການຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນຊັບສິນດິຈິຕອນ ຢູ່ ສປປ ລາວ ໃນໄລຍະຜ່ານມາ ໃຫ້ແກ່ພາກສ່ວນກ່ຽວຂ້ອງໃນຂັ້ນທ້ອງຖິ່ນ ໂດຍສະເພາະບັນດາແຂວງຈຸດທີ່ຕັ້ງຂອງໂຄງການທົດລອງ. ຊຶ່ງໂຄງການດັ່ງກ່າວນີ້, ເປັນໂຄງການໜຶ່ງທີ່ສາມາດສ້າງລາຍຮັບໃໝ່ທີ່ເປັນເງິນຕາໃຫ້ແກ່ລັດຖະບານ ໃນການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ການເງິນ ແລະ ທັງເປັນການຈັດຕັ້ງປະຕິດບັດແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ. ພ້ອມນັ້ນ, ກໍເພື່ອປຶກສາຫາລືຮ່ວມກັບທ້ອງຖິ່ນກ່ຽວກັບການຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນຊັບສິນດິຈິຕອນ ຢູ່ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະແມ່ນການມີສ່ວນຮ່ວມ ແລະ ແບ່ງຄວາມຮັບຜິດຊອບໃຫ້ທ້ອງຖິ່ນ, ກົນໄກການປະສານງານລະຫວ່າງສູນກາງ ແລະ ບັນດາພະແນກການຂັ້ນທ້ອງຖິ່ນ ລວມທັງການປຶກສາຫາລືກ່ຽວກັບການຂຸດຄົ້ນຊັບສິນດິຈິຕ໋ອນບໍ່ຖຶກລະບຽບການ.