ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງ (ຮ່າງ) ດໍາລັດ ວ່າດ້ວຍການສົ່ງເສີມທຸລະກິດແບບສະຕາດອັບ

20/12/2024 ~ 23/12/2024

ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງ (ຮ່າງ) ດໍາລັດ ວ່າດ້ວຍການສົ່ງເສີມທຸລະກິດແບບສະຕາດອັບ

ໃນລະຫວ່າງ ວັນທີ 11-13 ທັນວາ 2024 ທີ່ຜ່ານນີ້, ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງ (ຮ່າງ) ດໍາລັດ ວ່າດ້ວຍການສົ່ງເສີມທຸລະກິດແບບສະຕາດອັບ ຂຶ້ນທີ່ຫ້ອງປະຊຸມ ຊັ້ນ 3 ຂອງກະຊວງຍຸຕິທໍາ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ກົງຈີ ຢ່າງຈື, ຮອງລັດຖະມົນຕີ ກະຊວງຍຸຕິທຳ, ມີບັນດາຄະນະກົມຈາກກົມກົດໝາຍ ກະຊວງຍຸຕິທຳ; ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ; ກະຊວງແຜນການ ແລະ ການລົງທືນ, ກະຊວງອຸດສາຫະກຳ ແລະ ການຄ້າ, ຄະນະຄູ-ອາຈານສອນ ຈາກມະຫາວິທະຍາໄລແຫ່ງຊາດ, ກະຊວງການເງິນ, ຄະນະພະແນກ ແລະ ພະນັກງານວິຊາການ ຂອງສອງພາກສ່ວນ ເຂົ້າຮ່ວມມີທັງໝົດຈໍານວນ 38 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການກວດກາຄວາມສອດຄ່ອງທາງດ້ານເນື້ອໃນ, ຫຼັກການ ໃຫ້ສາມາດຈັດຕັ້ງປະຕິບັດການຄຸ້ມຄອງດ້ວຍກົດໝາຍ ແລະ ລະບຽບການ, ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ດຳເນີນທຸລະກິດແບບສະຕາດອັບໃຫ້ໄປໃນທິດທາງດຽວກັນ, ຫັນເອົາແນວທາງນະໂຍບາຍຂອງພັກ-ລັດ ເປັນນິຕິກຳອັນລະອຽດ, ຊັດເຈນ, ຄົບຖ້ວນ ແລະ ຮັດກຸມ ໃນການຄຸ້ມຄອງ ແລະ ພັດທະນາວຽກງານທຸລະກິດແບບສະຕາດອັບ.

ຂ່າວ ແລະ ພາບ: ກົມເຕັກໂນໂລຊີ ແລະ ນະວັດຕະກຳ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ