23/12/2024 ~ 23/12/2024

ຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້້າຮ່ວມທັດສະນະສຶກສາ, ທ່ຽວຊົມເຂດອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ແລະ ຮ່ວມກິດຈະກຳຖາມ-ຕອບ ໃນວັນສໍາຄັນຂອງພັກ-ຂອງຊາດ ຄື: ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ (2 ທັນວາ 1975 - 2 ທັນວາ 2024) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ (13 ທັນວາ 1920 - 13 ທັນວາ 2024) ໃນວັນທີ 13 ທັນວາ ຜ່ານມາ, ໂດຍການນຳພາ ຂອງ ສະຫາຍ ມະໄລທອງ ຜອງສົມບັດ, ຄະນະປະຈໍາຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານຊາວໜຸ່ມ, ເລຂາ ແລະ ຕາງໜ້າ ຮາກຖານ/ໜ່ວຍຊາວໜຸ່ມ ພາຍໃນກະຊວງເຂົ້າຮ່ວມຈໍານວນ 20 ກວ່າສະຫາຍ.
ໃນການທັດສະນະສຶກສາຄັ້ງນີ້ ບັນດາສະຫາຍຊາວໜຸ່ມ ເຫັນໄດ້ເຖິງມູນເຊື້ອ ແລະ ຄວາມໝາຍຄວາມສໍາຄັນ ຂອງວັນຊາດ ທີ 2 ທັນວາ ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດລາວເຮົາ, ແມ່ນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ, ມີອະທິປະໄຕຢ່າງຄົບຖ້ວນ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ. ພ້ອມນັ້ນ, ກໍເຫັນໄດ້ເຖິງຜົນສໍາເລັດ ແລະ ຄວາມກ້າວໜ້າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພັກ, ລັດຖະບານ ຂອງ ສປປ ລາວ ຕະຫຼອດໄລຍະ 49 ປີ ທີ່ຜ່ານມາ ຊຶ່ງໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ການຫວນຄືນຊີວິດ ແລະ ມູນເຊື້ອການເຄື່ອນໄຫວປະຕິວັດ ແລະ ຜົນງານການຊີ້ນໍາ ຂອງ ປະທານ ໄກສອນ ພົມວິຫານ ໄດ້ຍົກໃຫ້ເຫັນມູນເຊື້ອອັນອົງອາດກ້າຫານ, ຄວາມປີຊາສາມາດ, ເພິ່ນແມ່ນນັກຮົບປະຕິວັດທີ່ດີເດັ່ນ ທັງເປັນຜູ້ນໍາສູງສຸດຂອງການປະຕິວັດ ຊຶ່ງລູກຫຼານ, ຊາວໜຸ່ມຮຸ່ນສືບທອດຈະຕ້ອງຕັ້ງໜ້າຮໍ່າຮຽນເອົາແບບຢ່າງອັນດີງາມ, ຄຸນສົມບັດສິນທຳປະຕິວັດຂອງປະທານ ໄກສອນ ພົມວິຫານ.
ການທັດສະນະສຶກສາ, ທ່ຽວຊົມເຂດອະນຸສອນສະຖາປະທານ ໄກສອນ ພົມວິຫານ ແລະ ຮ່ວມກິດຈະກຳຖາມ-ຕອບຄັ້ງນີ້ ແມ່ນໄດ້ເຮັດໃຫ້ສະມາຊິກຊາວໜຸ່ມ ແລະ ພະນັກງານ ຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງມູນເຊື້ອປະຫວັດສາດ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກ, ຂອງຊາດລາວເຮົາ ໃນການສ້າງສາພັດທະນາປະເທດຊາດ ໃນຕະຫຼອດ 49 ປີ ຜ່ານມາ, ພ້ອມທັງໄດ້ສຶກສາຮໍ່າຮຽນເອົາເປັນແບບຢ່າງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ການດໍາລົງຊີວິດແບບລຽບງ່າຍ ແລະ ນໍ້າໃຈຮັກເຊື້ອແພງຊາດ ຂອງ ປະທານ ໄກສອນ ພົມວິຫານ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານມີຄຸນສົມບັດສິນທໍາປະຕິວັດ, ມີນ້ຳໃຈເສຍສະຫຼະ, ຄວາມສາມັກຄີ, ມີຄວາມຮູ້ກວ້າງຂວາງ, ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃນໄລຍະໃໝ່.
ພາບ ແລະ ຂ່າວ: ຊາວໜຸ່ມ ກຕສ