10/01/2025
ໃນວັນທີ 10 ມັງກອນ 2025, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ((ສຕສ) IICT)), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ສຕສ) ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສຕສ (IICT), ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ((ສຖຕ) (TPTC)) ແລະ ມະຫາວິທະຍາໄລ ຂອນແກ່ນ (KKU) ຣາຊາອານາຈັກໄທ. ໂດຍການເຂົ້າຮ່ວມ ຂອງ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ພິຍາສີນີ ມູນລະພຶກ, ເອກອັກຄະລັດຖະທູດ, ທີ່ປຶກສາແຫ່ງຣາຊາອານາຈັກໄທ ປະຈຳ ສປປ ລາວ ມີບັນດາທ່ານຮອງລັດຖະມົນຕີ ກຕສ, ຄະນະນໍາຈາກມະຫາວິທະຍາໄລຂອນແກ່ນ, ຄະນະກົມທຽບເທົ່າພາຍໃນ ກຕສ ແລະ ບັນດາແຂກທີ່ຖືກເຊີນ ເຂົ້າຮ່ວມຫຼາຍກວ່າ 50 ທ່ານ.
ໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ແມ່ນໄດ້ສຸມໃສ່ການພັດທະນາ ທາງດ້ານວິຊາການ ແລະ ການສຶກສາ ໂດຍເນັ້ນໃສ່ການຍົກລະດັບ ແລະ ແລກປ່ຽນບົດຮຽນແບບແຜນວິທີການບໍລິຫານການສຶກສາ, ກິດຈະກໍາຂອງນັກສຶກສາ, ພະນັກງານຄູອາຈານ ແລະ ພະນັກງານບໍລິຫານ, ການຄົ້ນຄວ້າວິທະຍາສາດ ທາງດ້ານ ໄອຊີທີ (ICT), ປັນຍາປະດິດ (AI). ການຂັບເຄື່ອນດ້ານບຸກຄະລາກອນໃນຍຸກການຫັນເປັນດິຈິຕອນ ຕ້ອງມີຄວາມພ້ອມຮອບດ້ານໃນການປະກອບສ່ວນເຂົ້າໃນວຽກງານຕົວຈິງຮ່ວມກັນ ແລະ ເພື່ອເສີມສ້າງທັກສະທາງດ້ານ AI ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (IICT), ສຖຕ (TPTC) ແລະ ມະຫາວິທະຍາໄລ ຂອນແກ່ນ (KKU) ຣາຊາອານາຈັກໄທ. ພ້ອມນັ້ນ, ຍັງເປັນການສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ອົງ ຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ 3 ແລະ ສະເຫຼີມສະຫຼອງ ວັນດິຈິຕອນ ແຫ່ງຊາດ ປະຈໍາປີ 2025. ການລົງນາມດັ່ງກ່າວນີ້, ໄດ້ເປັນງານທີ່ມີຄວາມໝາຍຄວາມສຳຄັນ ເປັນນິມິດໝາຍທີ່ດີ ແລະ ສໍາຄັນ ເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນ ຮ່ວມມືມິດຕະພາບທັງສອງຝ່າຍປະເທດເພື່ອນບ້ານ ແລະ ການຮ່ວມມືໃນຄັ້ງນີ້, ແມ່ນໄດ້ສຸມໃສ່ໃນການພັດທະນາບຸກຄະກອນຮ່ວມກັນ ຊຶ່ງເຫັນວ່າສອດຄ່ອງກັບວິໄສທັດການພັດທະນາເສດຖະກິດ ດິຈິຕອນ ແຫ່ງຊາດ ໃນໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດ ດິຈີຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດໄລຍະ 5 ປີ (2021-2025).
ການຮ່ວມລົງນາມກັນໃນຄັ້ງນີ້ໂດຍ ທ່ານ ປອ ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ທ່ານ ຮສ ຊານໄຊ ພານທອງວິລະກຸນ, ອະທິການບໍດີມະຫາວິທະຍາໄລຂອນແກ່ນ. ທ່ານນາງ ເກສອນ ສຸລິວົງ ຫົວໜ້າ ສຖຕ ແລະ ທ່ານ ຮສ ຊານໄຊ ພານທອງວິລະກຸນ, ອະທິການບໍດີມະຫາວິທະຍາໄລຂອນແກ່ນ. ໃຫ້ກຽດເປັນສັກຂີພະຍານຂອງ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະນຳທັງສອງຝ່າຍ.
ບົດຂ່າວ ໂດຍ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.