11/01/2025
ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນດິຈິຕອນແຫ່ງຊາດລາວ ວັນທີ 10 ມັງກອນ ໃນຫົວຂໍ້ "ສ້າງພື້ນຖານດິຈິຕອລລາວໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ" ແລະ ບໍ່ພຽງແຕ່ເປັນການສ້າງຂະບວນການສະເຫຼີມສະຫຼອງວັນດັ່ງກ່າວແລ້ວ ບັງເປັນການສົ່ງ ເສີມໃຫ້ທຸກ ພາກສ່ວນຫັນມາອອກ ກໍາລັງກາຍຕື່ມອີກ.
ກິດຈະກໍາຄັ້ງນີ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ມັງກອນ 2025 ທີ່ເຂດເສດຖະກິດພິເສດບຶງທາດ ຫຼວງ ໂດຍມີ ທ່ານ ສົມມາດ ພົລເສນາ ຮອງປະທານສະພາ ແຫ່ງຊາດ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະ ມົນຕີກະ ຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ນາງ ສວນສະ ຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະມໍາ ແລະ ທ່ອງທ່ຽວ ມີບັນດາຮອງລັດຖະ ມົນຕີ ບັນດາແຂກຖືກເຊີນ ແລະ ມວນຊົນເຂົ້າຮ່ວມຫຼາຍຮ້ອຍຄົນ.
ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກ່າວໃນພິທີວ່າ: ກິດຈະກໍາຄັ້ງນີ້ ຈັດຂຶ້ນ ເພື່ອສະເຫຼີມສະຫຼອງວັນດິຈິຕອນແຫ່ງຊາດລາວ ເຊິ່ງເປັນວັນທີ່ສຳຄັນ ສະທ້ອນໃຫ້ເຫັນເຖິງຄວາມກ້າວໜ້າຂອງການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານໃນປະເທດຂອງພວກເຮົາ ພ້ອມທັງເປັນການສົ່ງເສີມໃຫ້ທຸກຄົນຫັນມາອອກກໍາລັງກາຍເພື່ອຮັກສາສຸຂະພາບຫຼາຍຂຶ້ນ.
ພ້ອມນັ້ນ, ທ່ານຍັງໄດ້ເວົ້າເຖິງການພັດທະນາດ້ານດິຈິຕອນຂອງລາວ ຍັງຕ້ອງໄດ້ສືບຕໍ່ພັດທະນາພື້ນຖານດ້ານດີຈີຕອນໃຫ້ເຂັ້ມແຂງ ແລະ ຍືນຍົງ ເພື່ອຫັນໄປສູ່ການບໍລິການ ແລະ ບໍລິຫານລັດດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ. ນອກນັ້ນ, ກໍຍັງໄດ້ຮຽກຮ້ອງໃຫ້ທົ່ວສັງຄົມ ພ້ອມກັນປະກອບສ່ວນເພື່ອສ້າງພື້ນຖານດິຈິຕອນ ຂອງ ສ ປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.
ກິດຈະກໍາຄັ້ງນີ້ ໄດ້ຮັບການຮ່ວມມືຂອງບັນດາຫົວໜ່ວຍທຸລະກິດທາງດ້ານໂທລະຄົມເຂົ້າຮ່ວມວາງສະແດງເພື່ອນໍາສະເໜີຜະລິດຕະພັນ ແລະ ນະວັດຕະກໍາໃໝ່ໆໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊົມ.