ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງ ໜ່ວຍພັກ ບໍລິສັດ ໄປສະນີລາວ ຈໍາກັດ

31/01/2025

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງ ໜ່ວຍພັກ ບໍລິສັດ ໄປສະນີລາວ ຈໍາກັດ

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກ ບໍລິສັດ ໄປສະນີລາວ ຈຳກັດ ໄດ້ໄຂຂຶ້ນ ແລະ ສຳເລັດລົງໃນວັນທີ 24 ມັງກອນ 2025 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 02 ຂອງສູນອິນເຕີເນັດແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈໍາພັກກະຊວງ, ສະຫາຍ ວຽງທອນ ຫຼວງໄຊ ເລຂາໜ່ວຍພັກບໍລິສັດ ໄປສະນີລາວ ຈໍາກັດ, ຊຶ່ງມີຄະນະປະຈໍາພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ບັນດາເລຂາໜ່ວຍພັກອ້ອມຂ້າງກະຊວງ ແລະ ສະມາຊິພັກຂອງໜ່ວຍພັກດັ່ງກ່າວເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນໄດ້ຮັບຟັງ ແລະ ຄົ້ນຄວ້າປະກອບຄໍາເຫັນຕໍ່ບົດລາຍງານການເມືອງ ຊຶ່ງໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະມາຊິກພັກ ຂອງ ໜ່ວຍພັກຮາກຖານ ບໍລິສັດ ໄປສະນີລາວ (ແຕ່ປີ 2020-2024), ວາງທິດທາງຄາດໝາຍ ແລະ ວຽກງານຈຸດສຸມໃນ 05 ປີຕໍ່ໜ້າ ແລະ ບົດສໍາຫຼວດການນໍາພາ-ຊີ້ນໍາລວມ ຂອງຄະນະໜ່ວຍພັກ ໂດຍສະແດງອອກ ການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວ ນໍາພາ-ຊີ້ນໍາ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຊີດຊູຄວາມຮັບຜິດຊອບ ຂອງ ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນ ບໍລິສັດ ໄປສະນີລາວ ຈໍາກັດ ຢ່າງເປັນຂະບວນຟົດຟື້ນ, ໄດ້ພ້ອມກັນເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ແລະ ເຂົ້າຮ່ວມຂະບວນການແຂ່ງຂັນ“ຮັກຊາດ ແລະ ພັດທະນາ”ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ, ການຫັນເປັນດິຈິຕອນ, ການສຶກສາຮໍ່າຮຽນຍົກລະດັບ, ຂະບວນການກິລາ, ສິລະປະວັນນະຄະດີ ແລະ ອື່ນໆ. ຄະນະໜ່ວຍພັກ ຍັງໄດ້ພ້ອມກັນເຄື່ອນໄຫວກໍ່ສ້າງປັບປຸງພາຍໃນ ໂດຍຕິດພັນກັບການດໍາເນີນການຕີລາຄາຈັດແບ່ງປະເພດສະມາຊິກພັກ, ປະເມີນຜົນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ດໍາເນີນກອງປະຊຸມໃຫຍ່ 3 ອົງການຈັດຕັ້ງມະຫາຊົນ, ການປັບປຸງກົງຈັກການຈັດຕັ້ງຂັ້ນພະແນກ, ໄປສະນີແຂວງ, ໄປສະນີນະຄອນຫຼວງ, ສູນ ແລະ ສັບຊ້ອນຈັດວາງພະນັກງານ-ລັດຖະກອນຄືນໃໝ່, ພ້ອມທັງປະຕິບັດນະໂຍບາຍຕ່າງໆຕໍ່ພະນັກງານ-ລັດຖະກອນ. 

ໂອກາດດຽວກັນນີ້, ຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 05 ສະຫາຍ ແລະ ເລືອກໄດ້ 03 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະ ຂອງ ໜ່ວຍພັກບໍລິສັດ ໄປສະນີລາວ ໄດ້ເລືອກເອົາ ສະຫາຍ ວຽງທອນ ຫຼວງໄຊ ເປັນເລຂາໜ່ວຍພັກ, ສະຫາຍ ສົມຈິດ ອິນທິລາດວົງສີ ເປັນຮອງເລຂາໜ່ວຍພັກ, ທັງເປັນປະທານກວດກາ ແລະ ສະຫາຍ ວຽງຄຳ ໄຊຍະວົງ ເປັນກຳມະການໜ່ວຍ. ພ້ອມນັ້ນ, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈັດຂຶ້ນໃນມໍ່ໆນີ້.

ໃນຕອນທ້າຍຂອງພິທີ, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃຫ້ໜ່ວຍພັກເອົາໃຈໃສ່ບາງບັນຫາ ຄື: ຕ້ອງຍົກສູງຄວາມຮັບຜິດຊອບການເມືອງ, ເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ບັນດາມະຕິກອງປະຊຸມໃຫຍ່ຂອງພັກ, ກົດລະບຽບຂອງພັກ, ມະຕິ, ຄໍາສັ່ງ ຂອງພັກ, ກົດໝາຍຂອງລັດ, ໃຫ້ມີທັດສະນະຫຼັກໝັ້ນການເມືອງ, ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີຄວາມສັດຊື່ບໍລິສຸດ, ມີຈັນຍາບັນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ໂປ່ງໃສ,ເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ. ເຂົ້າຮ່ວມດໍາເນີນຊີວິດພັກເປັນປົກກະຕິ ແລະ ຈິງໃຈຕິຊົມຕົນເອງ, ຕິຊົມໝູ່ເພື່ອນ ເພື່ອພ້ອມກັນກ້າວໜ້າ, ສູ້ຊົນສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ຕາມທິດທາງແຜນການທີ່ກໍານົດໄວ້ ໂດຍຖືເອົາຄຸນນະພາບເປັນກົກ, ເຮັດໃຫ້ການຈັດຕັ້ງພັກເປັນແກນນໍາທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງແທ້ຈິງຈາກມະຫາຊົນ, ສາມາດນໍາພາ-ຊີ້ນໍາຮອບດ້ານ ເຮັດໄດ້ຄືແນວນັ້ນ ຈຶ່ງຈະຮັກສາໄດ້ ບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດໃນທົ່ວຂະແໜງການ, ເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານບໍາລຸງ-ກໍ່ສ້າງພະນັກງານ ໃຫ້ມີລະດັບທາງດ້ານທິດສະດີການເມືອງ-ການປົກຄອງ, ວິຊາສະເພາະດ້ານຕ່າງໆ, ມີຄຸນສົມບັດສິນທໍາປະຕິວັດຢ່າງໜັກແໜ້ນ ເພື່ອສາມາດຮອງຮັບໜ້າທີ່ວຽກງານໃນໄລຍະໃໝ່.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ