31/01/2025

ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສະຫຼຸບຜົນການປະເມີນການຈັດຕັ້ງປະຕິບັດໂຄງການທົດລອງທຸລະກຳຊັບສິນດິຈິຕອນ ຢູ່ ສປປ ລາວ ໄລຍະ 03 ປີ (ທັນວາ 2021- ທັນວາ 2024) ຂຶ້ນໃນວັນທີ 23 ມັງກອນ 2025, ທີ່ຫ້ອງປະຊຸມຊັ້ນ 04 ຂອງສະຖາບັນຕຶກໂນໂລຊີການສື່ສານຂໍ້ມູນຂ່າວສານ (ເຂດຫຼັກ 03 ), ໂດຍການເປັນປະທານຮ່ວມຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ຊຶ່ງມີຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່, ກະຊວງອ້ອມຂ້າງ, ບັນດາຫົວໜ້າກົມ/ທຽບເທົ່າ, ບັນດາຫົວໜ້າບໍລິສັດຂຸດຄົ້ນເງິນຄຣິບໂຕ, ຫົວໜ້າພະແນກ ແລະ ວິຊາການ ເຂົ້າຮ່ວມ ຈໍານວນ 70 ກວ່າທ່ານ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວວ່າ: ຈຸດປະສົງ ການເຮັດທົດລອງທຸລະກໍາຊັບສິນດິຈິຕອນຢູ່ປະເທດເຮົາ ແມ່ນເລີ່ມຈາກ 3 ບັນຫາຕົົ້ນຕໍ ຄື: 1) ປະເທດເຮົາມີທ່າແຮງດ້ານພະລັງງານໄຟຟ້າ, ຊຶ່ງໄດ້ຜະລິດອອກມາແຕ່ຍັງບໍ່ທັນນໍາໃຊ້ຢ່າງມີປະສິດຕິຜົນສູງ. ພະລັງງານໄຟຟ້າຈໍານວນໜຶ່ງບໍ່ທັນສາມາດສົ່ງອອກນອກປະເທດໄດ້ຍ້ອນຫຼາຍສາເຫດ ເຊັ່ນ: ບໍ່ສາມາດ ເຈລະຈາຊື້-ຂາຍໄດ້ເທື່ອ, ບໍ່ທັນມີສາຍສົ່ງເທື່ອ; 2) ຖານລາຍຮັບຍັງຈໍາກັດ, ສະນັ້ນ ທຸລະກິດດັ່ງກ່າວຈະສ້າງຖານລາຍຮັບໃໝ່ທີ່ໝັ້ນຄົງ ແລະ ເປັນແຫຼ່ງລາຍຮັບທີ່ເປັນເງິນຕາ ຊຶ່ງຈະສາມາດເພີ່ມຄັງແຮເງິນຕາຂອງລັດຖະບານ; 3) ລັດຖະບານບໍ່ໄດ້ລົງທຶນ, ພຽງແຕ່ມອບໃຫ້ບັນດາກະຊວງ, ຂະແໜງການອອກລະບຽບການຄຸ້ມຄອງ, ຊຸກຍູ້, ສົ່ງເສີມເທົ່ານັ້ນ ເພື່ອໃຫ້ຜູ້ປະກອບການພາຍໃນປະເທດລົງທຶນເອງ ແລະ ສະກັດກັ້ນບໍ່ໃຫ້ເງິນຕາຮົ່ວໄຫຼອອກນອກປະເທດ. ຄະນະກໍາມະການຄຸ້ມຄອງໂຄງການ ໄດ້ມີການຄົ້ນຄວ້າເຈລະຈາເຊັນສັນຍາກັບບັນດາບໍລິສັດທີ່ຢູ່ໃນເປົ້າໝາຍຂອງລັດຖະບານ ຊຶ່ງໃນເບື້ອງຕົ້ນມີ 5 ບໍລິສັດ, ໄລຍະທີສອງ ມີ 6 ບໍລິສັດ ແລະ ໄລຍະສຸດທ້າຍ ມີ 4 ບໍລິສັດ. ລວມບໍລິສັດທີ່ເຊັນສັນຍາຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນຊັບສິນດິຈິຕອນທັງໝົດ ມີຈໍານວນ 15 ບໍລິສັດ. ໃນໄລະຍະຜ່ານມາ ຄະນະກໍາມະການ ໄດ້ເຮັດໜ້າທີ່ລົງຊຸກຍູ້ ຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການຂອງບັນດາບໍລິສັດ ປະຈໍາປີ (ປີ 2022, ປີ 2023 ແລະ ປີ 2024), ໄດ້ເຂົ້າຮ່ວມລົງເຄື່ອນໄຫວຕິດຕາມກວດກາ ຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຮ່ວມກັບສະພາແຫ່ງຊາດ, ໄດ້ເຜີຍແຜ່ສ້າງຄວາມເຂົ້າໃຫ້ສັງຄົມ, ສົ່ງບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການໃຫ້ຂັ້ນເທິງເປັນປົກກະຕິ. ຍ້ອນມີສະພາບການລະບາດຂອງພະຍາດໂຄວິດ-19, ມີສະພາບຄວາມຫຍຸ້ງຍາກຂອງເສດຖະກິດໂລກ, ມີສະພາບສົງຄາມ ເຮັດໃຫ້ລາຄາເງິນຄຣິບໂຕມີຄວາມຜັນຜວນສູງ ໂດຍສະເພາະລາຄາເງິນຄຣິບໂຕທີ່ຫຼຸດລົງຫຼາຍເມື່ອທຽບໃສ່ໄລຍະເລີ່ມຕົ້ນໂຄງການ ແລະ ບັນຫາອື່ນໆທັງໃນຕົວ ແລະ ນອກຕົວ ເຮັດໃຫ້ຫຼາຍບໍລິສັດໂຄງການທົດລອງຂຸດຄົ້ນເງິນຄຣິບໂຕໄດ້ຮັບຜົນກະທົບ, ມີບາງບໍລິສັດຊັກຊ້າ ບໍ່ໄປຕາມແຜນ ແລະ ບາງບໍລິສັດບໍ່ສາມາດສືບຕໍ່ດໍາເນີນໂຄງການ.
ໃນກອງປະຊຸມ ຍັງໄດ້ຮັບຟັງການສະຫຼຸບລາຍງານການຈັດຕັ້ງປະຕິບັດໂຄງການທົດລອງທຸລະກຳຊັບສິນດິຈິຕອນ ຢູ່ ສປປ ລາວ ໃນໄລຍະ 03 ປີ ຈາກ ທ່ານ ສີຣິລັກ ໄຊຍະບຸນຊູ, ຮັກສາການຫົວໜ້າກົມເຕັກໂນໂລຊີດິຈິຕອນແລະ ຮັບຟັງການນໍາສະເໜີ ການທົດລອງດຳເນີນກິດຈະການຊື້ຂາຍເງິນຄິບໂຕ ຈາກ ຜູ້ຕາງໜ້າທະນາຄານແຫ່ງ ສປປ ລາວ. ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນກ່ຽວກັບທິດທາງໃນຕໍ່ໜ້າ ໃນການຄຸ້ມຄອງວຽກງານຊັບສິນດິຈິຕອນ ຢູ່ ສປປ ລາວ ຈາກບັນດາບໍລິສັດ ເປັນຕົ້ນແມ່ນ ກຸ່ມບໍລິສັດ ເອັມຈີກຸບ, ກຸ່ມບໍລິສັດ ພົງຊັບທະວີ ແລະ ກຸ່ມບໍລິສັດອື່ນໆ.
ໃນຕອນທ້າຍຂອງກອງປະຊຸມ, ຄະນະປະທານ ໄດ້ສະຫຼຸບ ແລະ ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງທີ່ໂຄງການສາມາດຍາດມາໄດ້ ຊຶ່ງສາມາດສ້າງລາຍຮັບໃໝ່ທີ່ເປັນເງິນຕາໃຫ້ແກ່ລັດຖະບານ ທັງໃນທາງກົງ ກໍຄືການປະກອບສ່ວນຄ່າລິຂະສິດ, ການເສຍອາກອນມອບເໝົາ ແລະ ໃນທາງອ້ອມ ກໍຄືການຈ່າຍຄ່າໄຟຟ້າໃນຕະຫຼອດໄລຍະ 3 ປີຜ່ານມາ. ຜ່ານບົດຮຽນທີ່ຖອດຖອນໄດ້ ເຫັນວ່າໃນການສືບຕໍ່ດໍາເນີນໂຄງການໃນຕໍ່ໜ້າ ຍັງມີສິ່ງທ້າທາຍຫຼາຍປະການທີ່ຕ້ອງໄດ້ຮ່ວມກັນສູ້ຊົນບຸກບືນຜ່ານຜ່າ ແລະ ກໍມີທັງກາລະໂອກາດອັນດີທີ່ໄປຄຽງຄູ່ກັນ. ຄະນະປະທານ ຍັງຮຽກຮ້ອງໃຫ້ທຸກພາກສ່ວນ ສືບຕໍ່ໃຫ້ການສະໜັບສະໜູນ, ໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການຮ່ວມກັນ.
ຂ່າວ: ກົມເຕັກໂນໂລຊີດິຈິຕອນ
ພາບ: ພຸດດາວອນ