06/03/2025

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງ ໜ່ວຍພັກຮາກຖານ ກົມຄວາມປອດໄພໄຊເບີ (ກຄຊ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 03 ມີນາ 2025, ທີ່ຫ້ອງປະຊຸມໃຫຍ່ ຂອງ ສູນອິນເຕີເນັດແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ສະຫາຍ ຄໍາຫຼ້າ ສຸນນະລັດ ກໍາມະການພັກກະຊວງ, ເລຂາໜ່ວຍພັກຮາກຖານ ກົມຄວາມປອດໄພໄຊເບີ, ຊຶ່ງມີເລຂາ ໜ່ວຍພັກຮາກຖານ, ເລຂາຄະນະພັກຮາກຖານ ແລະ 3 ອົງການຈັດຕັ້ງມະຫາຊົນ ທົ່ວອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານພ້ອມດ້ວຍສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານກົມຄວາມປອດໄພໄຊເບີເຂົ້າຮ່ວມທັງໝົດຈຳນວນ 50 ສະຫາຍ, ຍິງ 16 ສະຫາຍ.
ໃນກອງປະຊຸມ, ສະຫາຍ ຄໍາຫຼ້າ ສຸນນະລັດ ກໍາມະການພັກກະຊວງ, ເລຂາໜ່ວຍພັກຮາກຖານ ກົມຄວາມປອດໄພໄຊເບີ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ. ພ້ອມນັ້ນ, ຄະນະໜ່ວຍພັກກໍໄດ້ຜ່ານ ຮ່າງບົດລາຍງານການເມືອງ ແລະ ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກຮາກຖານກົມຄວາມປອດໄພໄຊເບີ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີທີ່ເປັນຜົນງານ, ດ້ານອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກຕະຫຼອດໄລຍະຜ່ານມາ ແລະ ທິດທາງແຜນການໃນໄລຍະໃໝ່ໃຫ້ປາກົດຜົນເປັນຈິງ. ໃນໄລຍະ 05 ປີ ຜ່ານມາ ຄະນະໜ່ວຍພັກຮາກຖານ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຊີດຊູຄວາມຮັບຜິດຊອບ ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ການເມືອງຂອງກົມ ໃນການປັບປຸງ, ກໍ່ສ້າງບຸກຄະລາກອນພາຍໃນໜ່ວຍພັກ, ຈັດຕັ້ງນໍາພາວຽກງານຮອບດ້ານ ເຊັ່ນ: ດ້ານການເມືອງ-ແນວຄິດ, ວຽກງານປ້ອງກັນພາຍໃນພັກ, ກໍ່ສ້າງພັກ, ນຳພາ-ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນພາຍໃນກົມ, ກໍ່ສ້າງໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ນຳພາຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ພ້ອມທັງເປັນເສນາທິການໃຫ້ແກ່ຄະນະພັກກະຊວງ ກ່ຽວກັບ ວຽກງານຄວາມປອດໄພໄຊເບີ ໃຫ້ມີປະສິດທິພາບ ແລະ ປະສິດຜົນສູງ.
ໂອກາດດັ່ງກ່າວ, ບັນດາສະມາຊິກພັກ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຮາກຖານຊຸດໃໝ່ ຊຶ່ງມີຜູ້ລົງຮັບສະໝັກ 05 ສະຫາຍ, ເລືອກເອົາ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ຄໍາຫຼ້າ ສຸນນະລັດ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ພິສິດໄພ ກອກມີລາ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ສຸເນດໂຕ ຊາພັກດີ ເປັນກຳມະການ ທັງເປັນປະທານກວດກາ. ພ້ອມນັ້ນ, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງ ຊຶ່ງເລືອກໄດ້ຜູ້ແທນສົມບູນ 05 ສະຫາຍ, ຍິງ 01 ສະຫາຍ ແລະ ຜູ້ແທນສໍາຮອງ 02 ສະຫາຍ, ຍິງ 01 ສະຫາຍ.
ຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ເລຂາຄະນະບໍລິຫານງານພັກກະຊວງ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ພ້ອມທັງສະແດງຄວາມເປັນຫ່ວງເປັນໄຍ ທັງໃຫ້ຄວມສໍາຄັນຕໍ່ວຽກງານຄວາມປອດໄພໄຊເບີ ຊຶ່ງເປັນໃຈກາງ-ເປັນເສນາທິການ ໃຫ້ອົງຄະນະພັກກະຊວງ ເພື່ອຕອບສະໜອງຕໍ່ການນໍາພາ-ຊີ້ນໍາ ກໍຄື ການປັບປຸງ, ກໍ່ສ້າງພັກ ຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ໃນສະພາບເງື່ອນໄຂໃໝ່ນີ້. ສະຫາຍ ຍັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ, ບັນດາສະຫາຍສະມາຊິກພັກ, ພະນັກງານ ທົ່ວໜ່ວຍພັກຮາກຖານ ກົມຄວາມປອດໄພໄຊເບີ ຈົ່ງເຊີດຊູສະຕິ ແລະ ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ເຮັດວຽກງານໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງພັກປະຊາຊົນປະຕິວັດລາວໃຫ້ສູງຂຶ້ນເລື້ອຍໆ, ເດັດດ່ຽວຍົກສູງຄວາມຮັບຜິດຊອບຕໍ່ວຽກງານ ຄວາມປອດໄພໄຊເບີ, ໃຫ້ກາຍເປັນກໍາລັງແຮງຂັບເຄື່ອນໃນການຫັນເປັນດິຈິຕອນ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ປະກອບສ່ວນເຂົ້້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກກະຊວງ ໃຫ້ປາກົດຜົນເປັນຈິງຢ່າງສະຫງ່າງາມ.
ຂ່າວ: ກົມຄວາມປອດໄພທາງໄຊເບີ