ສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງ ໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ

06/03/2025

ສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງ ໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ

 

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງ ໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ (ສລດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ໄຂຂຶ້ນຢ່າງສະຫງ່າງາມ ໃນວັນທີ 05 ມີນາ 2025 ນີ້, ທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດແຫ່ງຊາດ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະບໍລິຫານງານ-ປະທານກວດກາພັກກະຊວງ, ສະຫາຍ ທະວີສັກ ມະໂນທັມ ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ, ມີຄະນະປະຈໍາພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ບັນດາເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານອ້ອມຂ້າງກະຊວງ ແລະ ສະມາຊິພັກຂອງໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃຫຍ່ຄັ້ງນີ້, ສະຫາຍ ນ. ຈິດຕະພອນ ຈັນສິລິລາດ ກຳມະການໜ່ວຍພັກຮາກຖານ ສລດ ໄດ້ຜ່ານມະຕິຕົກລົງວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ ແລະ ລາຍງານຄຸນລັກສະນະສະມາຊິກພັກສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ໜ່ວຍພັກ. ຫຼັງຈາກນັ້ນ ສະຫາຍ ປອ. ທະວີສັກ ມະໂນທັມ ເລຂາໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ທີ່ປະຊຸມ ຄະນະໜ່ວຍພັກໄດ້ຜ່ານບົດລາຍງານການເມືອງການຈັດຕັ້ງປະຕິບັດ ໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ 05 ປີທີ່ຜ່ານມາ (ແຕ່ປີ 2021-2025), ວາງທິດທາງຄາດໝາຍ ແລະ ວຽກງານຈຸດສຸມໃນ 05 ປີຕໍ່ໜ້າ ແລະ ໄດ້ສືບຕໍ່ຜ່ານບົດສໍາຫຼວດການນໍາພາ-ຊີ້ນໍາລວມ ຂອງຄະນະໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ ໂດຍສະແດງອອກ ການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວ ນໍາພາ-ຊີ້ນໍາ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຊີດຊູຄວາມຮັບຜິດຊອບ ຂອງ ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນສູນ ຢ່າງເປັນຂະບວນຟົດຟື້ນ, ໄດ້ພ້ອມກັນເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ແລະ ເຂົ້າຮ່ວມຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະໃນການພັດທະນາ ແລະ ຊຸກຍູ້ການນຳໃຊ້ ລະບົບເຕັກໂນໂລຊີດິຈິຕອນຂອງພາກລັດ ແລະ ລະບົບບໍລິການແກ່ສັງຄົມ.

ໂອກາດດຽວກັນນີ້, ຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 05 ສະຫາຍ, ຍິງ 02 ສະຫາຍ ແລະ ເລືອກໄດ້ 03 ສະຫາຍ, ຍິງ 01 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະ ຂອງໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ ໄດ້ເລືອກເອົາ ສະຫາຍ ທະວີສັກ ມະໂນທັມ ເປັນເລຂາໜ່ວຍພັກ, ສະຫາຍ ນ. ວັນນະພາ ພົມມະທັນສີ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ຄຳຜາຍ ອິນທະຣາ ເປັນກຳມະການໜ່ວຍພັກ ທັງເປັນປະທານກວດກາ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ຈຳນວນ 9 ສະຫາຍ ແລະ ສໍາຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈັດຂຶ້ນໃນມໍ່ໆນີ້.

ໃນຕອນທ້າຍຂອງພິທີ, ສະຫາຍ ເລຂາຄະນະບໍລິຫານງານພັກກະຊວງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກໃຫ້ເຫັນບາງບັນຫາ ແລະ ວິທີແກ້ໄຂໃຫ້ແທດເໝາະກັບສະພາບຕົວຈິງ ເປັນຕົ້ນແມ່ນ ການຫັນເປັນດິຈິຕອນຂອງ ສປປ ລາວ ແມ່ນມີ 3 ເສົາຄໍ້າ ຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ  ຊຶ່ງເຫັນວ່າ ວຽກງານບໍລິຫານລັດແມ່ນກ່ຽວພັນກັບທັງ 3 ເສົາຄໍ້າ.  ສະນັ້ນ,  ໜ່ວຍພັກຈະຕ້ອງເປັນແກນນຳໃຫ້ແກ່ລັດຖະກອນໃນສູນ ໂດຍຊີ້ນຳກໍ່ສ້າງທັງ 3 ອົງການຈັດຕັ້ງມະຫາຊົນ ໃຫ້ມີອຸດົມການດຽວກັນ, ມີຄວາມຫຼັກໝັ້ນ ແລະ ມີຄວາມສາມັກຄີເປັນປຶກແຜນດຽວກັນ ເພື່ອໃຫ້ບັນລຸຜົນສຳເລັດທີ່ຕັ້ງເປົ້າໄວ້. ໃນວຽກງານວິຊາສະເພາະ ຕ້ອງໄດ້ບຸກບືນເປັນເຈົ້າຕົນເອງທາງເຕັກໂນໂລຊີ ໂດຍສາມາດພັດທະນາບັນດາພລັດຟອມຕ່າງໆ ເພື່ອຜັນຂະຫຍາຍນຳໃຊ້ໃນວຽກງານບໍລິຫານ ແລະ ບໍລິການລັດແບບດິຈິຕອນ ບົນພື້ນຖານຕ້ອງຢືນຍົງ, ປອດໄພ ແລະ ນຳໃຊ້ສະດວກສະບາຍ. ໃນບາງຄັ້ງກໍສາມາດຮ່ວມມືກັບຊ່ຽວຊານພາຍໃນ ແລະ ສາກົນ ເພື່ອຮ່ວມກັນພັດທະນາ ແຕ່ເຮົາຕ້ອງສາມາດຕໍ່ຍອດ ເພື່ອເປັນເຈົ້າຕົນເອງຂອງລະບົບດັ່ງກ່າວ, ເອົາໃຈໃສ່ເຜີຍແຜ່ ໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໃຫ້ເຂົ້າໃຈນຳໃຊ້ບັນດາພລັດຟອມຕ່າງໆ ຂອງສູນບໍລິຫານລັດດິຈິຕອນ ໂດຍສົມທົບກັບພາກສ່ວນຕ່າງໆຈັດຕັ້ງປະຕິບັດ, ພ້ອມທັງສືບຕໍ່ພັດທະນາຕົນເອງໃຫ້ທັນກັບການພັດທະນາຂອງເຕັກໂນໂລຊີໃໝ່ ໂດຍຄະນະໜ່ວຍພັກຕ້ອງຊຸກຍູ້ສະມາຊິກທຸກຄົນໄດ້ກໍ່ສ້າງຕົນເອງທັງໄລຍະສັ້ນ-ໄລຍະຍາວ ໃຫ້ກວມເອົາທັງ 3 ດ້ານ ຄື: ພັດທະນາທາງທິດສະດີການເມືອງ, ດ້ານວິຊາສະເພາະ ແລະ ດ້ານພາສາຕ່າງປະເທດ.   

ຂ່າວ: ສູນບໍລິຫານລັດດິຈິຕອນ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ