05/01/2022

ໃນຕອນເຊົ້າຂອງວັນທີ 30 ທັນວາ 2021 ຜ່ານມານີ້, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ), ປະທານສະພາວິທະຍາສາດແຫ່ງຊາດລາວ (ສວຊ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫລື ຜ່ານລະບົບທາງໄກຮ່ວມກັບ ທ່ານ ບັນດິດ ສຈ. ເຈົ່າວັນມິ່ງ, ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ພ້ອມດ້ວຍຄະນະ.
ກອງປະຊຸມໃນຄັ້ງນີ້, ໄດ້ປຶກສາຫາລື ແລະ ຕີລາຄາຜົນສໍາເລັດວຽກງານຮ່ວມມືດ້ານວິທະຍາສາດ ລະຫວ່າງ ສະພາວິທະຍາສາດແຫ່ງຊາດລາວ ແລະ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ. ພ້ອມທັງ ກໍານົດທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ. ໃນກອງປະຊຸມຜູ້ຕາງໜ້າຄະນະແຕ່ລະຝ່າຍ ໄດ້ລາຍງານສະພາບການ ຈັດຕັ້ງປະຕິບັດໂຄງການພາຍໃນຂະແໜງການຂອງຕົນ, ຊຶ່ງໃນໄລຍະຜ່ານມາ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ໃຫ້ການຊ່ວຍເຫຼືອຫຼາຍດ້ານ ເປັນຕົ້ນ: ການຖ່າຍທອດເຕັກໂນໂລຊີ ທີ່ທັນສະໄໝນໍາໃຊ້ໃນການຄົ້ນຄວ້າ, ວິໄຈ, ການສະໜັບສະໜູນເຄື່ອງມືອຸປະກອນຫ້ອງທົດລອງຕ່າງໆ, ການຍົກລະດັບຄວາມສາມາດໃນການຄົ້ນຄວ້າ-ວິໄຈໃຫ້ນັກຄົ້ນຄວ້າ ຂອງ ສປປ ລາວ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃຫ້ນັບມື້ນັບເກີດດອກ ອອກຜົນ ແລະ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືມິດຕະພາບ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ມີມູນເຊື້ອ ໃຫ້ກ້າວເຂົ້າສູ່ລວງເລິກຍິ່ງໆຂື້ນ. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ, ເຫັນດີຮ່ວມມືກັນ ທາງດ້ານເຕັກໂນໂລຊີ ລະຫວ່າງ ກະຊວງເຕັກ ໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໂດຍໄດ້ມອບໃຫ້ພາກສ່ວນຮັບຜິດຊອບເເຕ່ລະຝ່າຍ ປະສານສົມທົບເພື່ອ ຮ່າງແຜນການຮ່ວມມືດັ່ງກ່າວ ແລະ ເຫັນດີໃຫ້ສືບຕໍ່ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືທີ່ຜ່ານມາໄດ້ສໍາເລັດ ແລະ ສືບຕໍ່ຜັນຂະຫຍາຍບັນດາການຮ່ວມມືຕ່າງໆດ້ານວິທະຍາສາດ ໃຫ້ປາກົດຜົນເປັນຈິງ
ທ່ານ ລັດຖະມົນຕີກະຊວງ ຕສ ໄດ້ກ່າວວ່າ ໃນປະຈຸບັນ ຫ້ອງການສະພາວິທະຍາສາດແຫ່ງຊາດລາວ ແມ່ນຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ທີ່ກຳລັງດຳເນີນການປັບປຸງໂຄງຮ່າງ ຂອງ ສວຊ ແລະ ເພື່ອໃຫ້ວຽກງານຮ່ວມມືຜ່ານມາໄດ້ສືບຕໍ່ກັນຢ່າງຕໍ່ເນື່ອງ, ທາງກະຊວງ ຕສ ກໍ່ຈະສຶບຕໍ່ເຮັດວຽກນຳສະພາວິທະຍາສາດແຫ່ງຊາດລາວ ຈົນກວ່າ ການປັບປຸງໂຄງຮ່າງຂອງ ສວຊ ຈະສໍາເລັດ. ໃນໂອກາດສຳຄັນນີ້, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຮູ້ບຸນຄຸນຕໍ່ພັກ, ລັດຖະບານ, ກໍ່ຄືປະຊາຊົນຫວຽດນາມທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງຈິງໃຈຕະຫຼອດມາ ເຫັນວ່າການຮ່ວມມືຂອງສອງພາກສ່ວນ ລາວ-ຫວຽດນາມ ໃນໄລຍະຜ່ານມາແມ່ນໄດ້ຮັບຜົນດີເປັນຢ່າງສູງ, ພ້ອມຂໍໃຫ້ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ສືບຕໍ່ໃຫ້ຊ່ວຍເຫຼືອໃນດ້ານຕ່າງໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ.
ກວດແກ້: ພະແນກປະຊາສໍາພັນ, ຫ້ອງການກະຊວງ.