ກະຊວງ ຕສ ເຜີຍແຜ່ເອກະສານ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ.

18/01/2022

ກະຊວງ ຕສ ເຜີຍແຜ່ເອກະສານ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ.

       ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດກອງປະຊຸມເຜີຍແຜ່ບັນດາເອກະສານ ກ່ຽວກັບການຈັດ ຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ຂຶ້ນໃນຕອນເຊົ້າຂອງວັນທີ 18 ມັງກອນ 2022 ນີ້. ໃຫ້ກຽດເຜີຍແຜ່ເອກະສານໂດຍ ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕິກະຊວງ ຕສ ແລະ ທ່ານ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ (ປກສ) ມີບັນດາຄະນະກົມ/ທຽບເທົ່າ, ຄະນະອໍານວຍການບໍລິສັດ ລັດວິສາຫະກິດທີ່ໃຫ້ບໍລິການດ້ານໂທລະ, ອິນເຕີເນັດ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

          ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ຂຶ້ນເຜີຍແຜ່ຄໍາສັ່ງຂອງກົມການເມືອງສູນກາງພັກ, ສະບັບເລກທີ: 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ: 19/ນຍ, ລົງວັນທີ 04 ຕຸລາ 2021 ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ເພື່ອຮັບ ປະກັນວາລະແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຮີບດ່ວນ, ທັນການ, ມີປະສິດທິພາບ ແລະ ປະສິດທິຜົນ. ໃນມະຕິກອງປະຊຸມໃຫຍ່ທົ່ວປະທດ ຄັ້ງທີ XI ຂອງພັກຈຶ່ງໄດ້ກໍານົດອອກວ່າ: “ຕ້ອງຍົກລະດັບການສະກັດກັ້ນ ແລະ ແກ້ໄຂຜົນຮ້າຍຈາກບັນຫາຢາເສບຕິດ ໃຫ້ເປັນໜ້າທີ່ຕົ້ນຕໍ ທາງດ້ານສັງຄົມ ແລະ ເປັນສ່ວນໜື່ງໃນວາລະແຫ່ງຊາດ ເຊິ່ງຕ້ອງປຸກ ລະດົມ ເຂົ້າຮ່ວມຂອງທົ່ວສັ່ງຄົມໃຫ້ແຂງແຮງຕໍ່ເນື່ອງ ແລະ ເຮັດໃຫ້ 70-80% ຂອງບ້ານໃນທົ່ວປະເທດປອດຢາເສບຕິດຢ່າງແທ້ຈິງ”  ເພື່ອຍົກສູງພາລະບົດບາດ, ສ້າງການຫັນປ່ຽນທີ່ແຂງແຮງ, ເລີກເຊິ່ງ ຕໍ່ການແກ້ໄຂບັນຫາຢາເສບຕິດໃຫ້ເກີດເປັນຮູບປະທໍາຢ່າງແທ້ຈິງ ແລະ ກ້າວໄປສູ່ການກໍາຈັດປັດເປົ່າໃຫ້ໝົດສິ້ນໄປເປັນກ້າວໆ.

         ໃນໂອກາດດຽວກັນ, ທ່ານ ພົທ ກົງທອງ ພົງວິຈິດ ໄດ້ເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023); ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍ ການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023). ພ້ອມນີ້, ທ່ານ ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ປກສ ກໍ່ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍ ວ່າດ້ວຍຢາເສບຕິດ ສະບັບເລກທີ 02/ສພຊ, ລົງວັນທີ 09 ສິງຫາ 2021 ແລະ ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ສະບັບເລກທີ: 1843/ປກສ, ລົງວັນທີ 05 ຕຸລາ 2021 ຂອງກະຊວງ ປກສ. ໂດຍຍຶດໝັ້ນຕາມຫຼັກການນໍາພາຂອງພັກ ແລະ ສຸມໃສ່ 03 ຫຼັກການຕົ້ນຕໍຄື: ຄວາມເດັດຂາດ, ຄວາມໂປ່ງໃສ, ຄວາມເປັນມືອາຊີບ ແລະ 06 ວຽກງານຈຸດສຸມຄື: ສ້າງຄວາມຮັບຮູ້ໃນທົ່ວສັງຄົມດ້ວຍການສືກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ສ້າງປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ, ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດໃນການເຄື່ອນ ໄຫວເຮັດໜ້າທີ່ການເມືອງຂອງອົງການສືບສວນ-ສອບສວນ, ອົງການສະຫະປະຊາຊາດ, ອົງການໄອຍະການປະຊາຊົນ, ອົງການປະຕິບັດຄໍາຕັດສິນຂອງສານ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານ, ປັບປຸງຂີດຄວາມສາມາດການເຄື່ອນໄຫວເຮັດໜ້າທີ່ຂອງລະບົບການເມືອງແຕ່ລະຂັ້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີວຽກງານການຮ່ວມມືສາກົນ ຄຽງຄູ່ກັນນັ້ນ, ກອງປະຊຸມໄດ້ເຫັນດີຮັບຮອງເອົາການແບ່ງຄວາມຮັບຜິດຊອບໃຫ້ຂະແໜງການຕ່າງໆ ນັບທັງສູນກາງ ແລະ ທ້ອງຖີ່ນ ຕະຫຼອດຮອດສະຖາບັນຄອບຄົວ, ທຸກຊັ້ນຄົນໃນສັງຄົມ ລວມ 25 ພາກສ່ວນ ແລະ 06 ມາດຕະການຈັດຕັ້ງປະຕິບັດວາລະແຫ່ງຊາດດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2020-2023 ເພື່ອຍົກສູງບົດບາດ ແລະ ຄວາມສາມາດການນໍາພາຂອງພັກ, ການຄຸ້ມຄອງບໍລິຫານຂອງລັດ ໃນການສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງຕໍ່ການແກ້ໄຂບັນຫາຢາເສບຕິດໃຫ້ເກີດເປັນຮູບປະທໍາຕົວຈິງ ເຮັດໃຫ້ສັງຄົມລາວ ປອດໄພຈາກບັນຫາຢາເສບຕິດ ແລະ ກ້າວໄປສູ່ການກໍາຈັດປັດເປົ່າ ໃຫ້ໝົດສິ້ນໄປເປັນກ້າວໆ.

            ໃນຕອນທ້າຍ ທ່ານ ພົທ ກົງທອງ ພົງວິຈິດ ໄດ້ເນັ້ນໜັກໃຫ້ການນໍາແຕ່ລະຂັ້ນຂອງຂະແໜງການ ຕສ ນໍາເອົາເນື້ອໃນດັ່ງກ່າວໄປຈັດຕັ້ງເຜີຍແຜ່ໃຫ້ສະມາຊິກພັກ-ພະນັກງານຂອງຕົນໄດ້ຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ ແລະ ປຸກລະດົມ, ຂົນຂວາຍທຸກກໍາລັງແຮງ ເຂົ້າໃນການແກ້ໄຂບັນກາຢາເສບຕິດ ທີ່ລະບາດເປັນວົງກວ້າງ ແລະ ຮຸນແຮງໃຫ້ຫຼຸດລົງ ເພື່ອສ້າງໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ-ປອດໄພ, ສ້າງເງື່ອນໄຂໃນການສ້າງສາພັດທະນາເສດ ຖະກິດ, ວັດທະນະທໍາ-ສັງຄົມ ແລະ ກ້າວໄປສູ່ສັງຄົມລາວປອດຢາເສບຕິດ ຕາມຄາດໝາຍທີ່ວາງໃວ້.

              ຂ່າວ: ພະແນກປະຊາສໍາພັນ, ຫ້ອງການກະຊວງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ