ບໍລິສັດ ຫົວເຫວີຍລາວ ມອບອຸປະກອນກອງປະຊຸມທາງໄກໃຫ້ແກ່ກະຊວງເຕັກໂນໂລຊີ ແລະ ການສື່ສານ

09/05/2022

ບໍລິສັດ ຫົວເຫວີຍລາວ ມອບອຸປະກອນກອງປະຊຸມທາງໄກໃຫ້ແກ່ກະຊວງເຕັກໂນໂລຊີ ແລະ ການສື່ສານ

       ໃນຕອນເຊົ້າວັນທີ 9 ພຶດສະພາ 2022, ທີ່ຫ້ອງຮັບແຂກກະຊວງເຕັກໂນໂລຊີ ແລະ ການສື່ສານ ບໍລິສັດ ຫົວເຫວີຍລາວ ໄດ້ມອບອຸປະກອນກອງປະຊຸມທາງໄກ Huawei idea Hub Series ຈຳນວນ 2 ເຄື່ອງ ລວມມູນຄ່າ 26,000 ໂດລາ ຫຼື ປະມານ 300 ກວ່າລ້ານກີບ ໃຫ້ແແກ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ປະກອບສ່ວນນຳເຂົ້າໃນການຈັດກອງປະຊຸມທາງໃກເພື່ອຫຼຸດຜ່ອນການແຜ່ລະບາດຂອງພະຍາດໂຄວິດ-19, ຊຶ່ງຕາງໜ້າມອບໂດຍທ່ານ ຫວ ເຫວີຍ ຫົວ, ປະທານບໍລິສັດ ຫົວເຫວີຍລາວ ແລະ ຕາງໜ້າຮັບໂດຍທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ.

        ໂອກາດດັ່ງກ່າວ, ທ່ານ ຫູ ເຫວີຍຫົວ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ລັດຖະບານ ກໍຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໃຫ້ຄວາມເຂົ້າໃຈ, ຄວາມໄວ້ວາງໃຈ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອຕໍ່ ຫົວເຫວີຍລາວ ເປັນໄລຍະເວລາຍາວນານ. ທ່ານໄດ້ກ່າວຕໍ່ວ່າ ປະຈຸບັນນີ້, ປະເທດລາວຢູ່ໃນໄລຍະທີ່ພົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດຂອງພະຍາດໂຄວິດ-19 ແຕ່ພວກເຮົາເຊື່ອໝັ້ນຢ່າງຍິ່ງວ່າ ຄວາມສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພວກເຮົາຈະສາມາດຜ່ານພົ້ນກັບອຸປະສັກດັ່ງກ່າວໄປໄດ້ດ້ວຍດີ.          ຊຶ່ງການມອບອຸປະກອນເພື່ອນຳໃຊ້ເຂົ້າໃນການຈັດປະຊຸມທາງໄກໃນຄັ້ງນີ້ແມ່ນ Huawei idea Hub Series ທີ່ມີໜ້າຈໍສຳຜັດອັດສະລິຍະ, ການຂີດ-ຂຽນແບບບໍ່ຕິດຂັດ, ສາມາດລຶບໄດ້ດ້ວຍຝາມື, ສາມາດເຊື່ອມຕໍ່ກັບອຸປະກອນອື່ນໆແບບໄຮ້ສາຍ, ຮູບພາບທີ່ຊັດເຈນ, ມີລໍາໂພງໃນຕົວ, ມີປາກກາອັດສະລິຍະສໍາລັບຄໍາສັ່ງໄລຍະໄກ, ມີຄວາມລະອຽດລະດັບສູງ 4K ທີ່ຊັດເຈນ ແລະ ການແບ່ງປັນແບບໄຮ້ສາຍ ແລະ ສາມາດນຳໃຊ້ App Gallery ທີ່ຄ້າຍຄືກັບຫ້ອງການອະເນກປະສົງ ຖືກອອກແບບໃຫ້ເໝາະສົມກັບທຸກສະພາບແວດລ້ອມ ໃນການປ່ຽນຫ້ອງປະຊຸມ,  ຫ້ອງ​ຮຽນ ແລະ ລວມໄປເຖີງຫ້ອງການໃຫ້ເປັນພື້ນທີ່ອັດສະລິຍະ ​ໃນ​ອະ​ນາ​ຄົດ​.

        ໃນໂອກາດດຽວກັນ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວຍ້ອງຍໍ ແລະ ຕີລາຄາສູງຕໍ່ກັບການປະກອບສ່ວນຂອງບໍລິສັດ ຫົວເຫວີຍລາວ ທີ່ໃຫ້ມອບການຊ່ວຍເຫຼືອໃນຄັ້ງນີ້, ທ່ານຍັງກ່າວວ່າ: ຫົວເຫວີຍລາວ ເປັນບໍລິສັດຜູ້ໃຫ້ບໍລິການເຄືອຂ່າຍ ແລະ ຜູ້ຜະລິດອຸປະກອນໄອຊີທີຊັ້ນນໍາຂອງໂລກ, ຫວັງວ່າຫົວເຫວີຍລາວຈະສືບຕໍ່ນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າທັນສະໄໝມາສົ່ງເສີມການພັດທະນາເສດຖະກິດລາວໃຫ້ນັບມື້ນັບຫຼາຍຂຶ້ນ. ພ້ອມນັ້້ນ, ທ່ານ ລັດຖະມົນຕີ ຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ບໍລິສັດ ຫົວເຫວີຍລາວ ນຳອີກ.

       

      ພາບ+ຂ່າວ: ຫ້ອງການ, ພະແນກປະຊາສໍາພັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ