10/05/2022

ວັນທີ 6 ພຶດສະພາ 2022 ທີ່ຜ່ານມານີ້, ທີ່ຫ້ອງປະຊຸມຂອງພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ຈໍາປາສັກ, ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ ໄດ້ມອບ ອຸປະກອນ ແລະ ສັນຍານດາວທຽມລາວ ໃຫ້ແກ່ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງ ຈໍາປາສັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປອ. ວິໄລວົງ ບຸດດາຄໍາ, ກໍາມະການສູນກາງພັກ, ເຈົ້າແຂວງ ຈຳປາສັກ, ທ່ານ ນາງ ແສງສຸວັນ ຊຸຍພະສິດ, ກໍາມະການພັກແຂວງ, ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ຈໍາປາສັກ, ທ່ານ ອູ ຟາງເຈຍ ຜູ້ອໍານວຍການໃຫຍ່ ບໍລິສັດດາວທຽມລາວເອເຊຍປາຊີຟິກ ຈໍາກັດ ແລະ ບັນດາທ່ານຫົວໜ້າກົມ, ຫ້ອງການ, ສູນ ຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຫົວໜ້າ ແລະ ຮອງພະແນກການພາຍໃນແຂວງ ຈຳປາສັກ.
ໃນພິທີດັ່ງກ່າວ, ທ່ານ ສີສັນ ປອງນະທີ, ຮອງອຳນວຍການ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ ໄດ້ກ່າວວ່າ: ເພື່ອເລັ່ງດໍາເນີນການຮ່ວມມື ແລະ ຊ່ວຍເຫຼືອອົງການຈັດຕັ້ງຂອງພາກລັດ ເປັນຕົ້ນແມ່ນບັນດາຊ່ອງໂທລະພາບ, ວິທະຍຸ ແລະ ລະບົບການສື່ສານຜ່ານດາວທຽມອື່ນໆ ຊຶ່ງມາເຖິງປັດຈຸບັນ ທາງບໍລິສັດໄດ້ສໍາເລັດການຮ່ວມມືກັບບັນດາຊ່ອງໂທລະພາບຢູ່ພາຍໃນປະເທດເພື່ອສົ່ງສັນຍານຜ່ານລະບົບດາວທຽມລາວໄດ້ 10 ສະຖານີຄື: ໂທລະພາບແຫ່ງຊາດ ຊ່ອງ 1 ແລະ ຊ່ອງ 3, ໂທລະພາບກອງທັບ, ໂທລະພາບ ປກສ, ໂທລະພາບນະຄອນຫຼວງວຽງຈັນ, ໂທລະພາບສຶກສາ ແລະ ກິລາ, ໂທລະພາບ Lao Star ແລະ ໂທລະພາບ ທີວີລາວ ຊຶ່ງນອກຈາກນັ້ນຍັງມີໂທລະພາບແຂວງຫຼວງພະບາງ ແລະ ຈໍາປາສັກ ທີ່ທາງບໍລິສັດກຳລັງດໍາເນີນການທົດລອງອອກອາກາດຜ່ານລະບົບດາວທຽມລາວໃນປັດຈຸບັນ. ພ້ອມກັນນັ້ນ, ທາງບໍລິສັດກໍໄດ້ມີແຜນສືບຕໍ່ຮ່ວມມືກັບສະຖານີໂທລະພາບແຂວງ ອຸດົມໄຊ ແລະ ໂທລະພາບ ແຂວງ ສະຫວັນນະເຂດ ລວມທັງ ສະຖານີໂທລະພາບ MV Lao ຊຶ່ງຕາມແຜນແມ່ນຈະເຊັນສັນຍາຮ່ວມມືໃນທ້າຍໄຕມາດ 2 ຂອງປີ 2022 ນີ້.
ສຳລັບສະຖານີໂທລະພາບ ແລະ ວິທະຍຸ ແຂວງ ຈໍາປາສັກ ແມ່ນເປັນອີກໜຶ່ງສະຖານີໂທລະພາບ ແລະ ວິທະຍຸທີ່ມີຄວາມສໍາຄັນຊຶ່ງໄດ້ເຮັດໜ້າທີເປັນເສນາທິການດ້ານການນໍາສະເໜີຂ່າວ ແລະ ເຜີຍແຜ່ການເຄື່ອນໄຫວນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກແຂວງໃນທຸກຂົງເຂດວຽກງານ, ແຕ່ເນື່ອງຈາກວ່າການກະຈາຍຂໍ້ມູນຂ່າວສານດັ່ງກ່າວຍັງມີຂໍ້ຈໍາກັດ ຊຶ່ງສາມາດອອກອາກາດໄດ້ພຽງແຕ່ຢູ່ພາຍໃນຂອບເຂດຂອງແຂວງ ແລະ ນໍາສົ່ງຂ່າວຕໍ່ໃຫ້ໂທລະພາບແຫ່ງຊາດຊ່ວຍອອກຂ່າວປະຈໍາວັນ ຊຶ່ງທາງບໍລິສັດໄດ້ເລັງເຫັນເຖິງບັນຫາ ແລະ ຄວາມຈໍາເປັນດັ່ງກ່າວ ຈຶ່ງໄດ້ດໍາເນີນການປຶກສາຫາລືຮ່ວມກັບ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແລະ ພະແນກ ຖວທ ແຂວງ ຈໍາປາສັກ ຈຶ່ງໄດ້ຕົກລົງມອບໃຫ້ບໍລິສັດດາວທຽມລາວ ດໍາເນີນການຮ່ວມມືກັບສະຖານີໂທລະພາບ ແລະ ວິທະຍຸ ແຂວງ ຈໍາປາສັກ ເພື່ອຕິດຕັ້ງອຸປະກອນ ແລະ ທົດລອງສົ່ງສັນຍານໂທລະພາບຂອງແຂວງຜ່ານລະບົບດາວທຽມລາວ ຊຶ່ງການຕິດຕັ້ງ ແລະ ທົດລອງແມ່ນໄດ້ສໍາເລັດໃນວັນທີ 4 ເມສາ 2022 ທີ່ຜ່ານມາ. ສຳລັບການສົ່ງສັນຍານຂອງວິທະຍຸ ແມ່ນຈະສືບຕໍ່ດໍາເນີນການທາງເຕັກນິກເພີ່ມຕື່ມບາງດ້ານ.
ອຸປະກອນທີ່ມອບຄັ້ງນີ້ປະກອບມີ: ຈານສົ່ງສັນຍານຂະໜາດ 2,4 ແມັດ, LNB, BUC, DSNG ລວມ 1 ຊຸດ ແລະ ສັນຍານດາວທຽມ 3,5 MHz ລວມມູນຄ່າ 110,000 ໂດລາສະຫາລັດ ຫຼື ປະມານ 1.3 ຕື້ ກວ່າກີບ. ຊຶ່ງການມອບ-ຮັບໃນຄັ້ງນີ້ແມ່ນເພື່ອໃຫ້ທາງ ພະແນກ ຖວທ ແຂວງ ຈໍາປາສັກ ກໍຄື ສະຖານີໂທລະພາບ ແລະ ວິທະຍຸ ແຂວງ ໄດ້ນໍາໃຊ້ທົດລອງອອກອາກາດໄປຕື່ມໄລຍະໜຶ່ງ ໂດຍທາງບໍລິສັດຈະຊ່ວຍຝຶກອົບຮົມດ້ານເຕັກນິກໃຫ້ພະນັກງານວິຊາການ ແລະ ໃຫ້ຄໍາປຶກສາໃນໄລຍະເວລາຂອງການທົດລອງ, ຫຼັງຈາກນັ້ນທັງສອງຝ່າຍຈຶ່ງປະເມີນຜົນແລ້ວລາຍງານໃຫ້ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຄະນະນໍາຂອງແຂວງຈໍາປະສັກ ເພື່ອຊາບ.
ບົດຂ່າວ: ທັດສະນີ ພົງບັນດິດ