ຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ຮ່ວມແລກປ່ຽນບົດຮຽນ

14/06/2022

ຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ຮ່ວມແລກປ່ຽນບົດຮຽນ

           ໃນຕອນບ່າຍ ຂອງວັນທີ 10 ມີຖຸນາ 2022, ທີ່ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄຊປປລ ກຕສ) ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມ ຮ່ວມກັບ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ຄຊປປລ ສມປຊ). ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ປອ. ສັນຕິສຸກ ສີມມາລາວົງ, ຮອງເລຂາຄະນະພັກຮອງລັດຖະມົນຕີ, ຜູ້ຊີ້ນຳວຽກງານສາມອົງການຈັດຕັ້ງມະຫາຊົນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ນຳພາຄະນະບໍລິຫານງານຊາວໜຸ່ມ ສມປຊ ມາແລກປ່ຽນບົດຮຽນໃນຄັ້ງນີ້ ໂດຍ ສະຫາຍ ປອ. ດາວສະຫວັນ ເຄືອມີໄຊ, ຄະນະພັກ ສມປຊ, ຮອງຫົວໜ້າ ສມປຊ, ກຳມະການສູນກາງ ຊປລ, ເລຂາ ຄຊປປລ ສມປຊ  ພ້ອມດ້ວຍຄະນະ ຈຳນວນ 45 ສະຫາຍ.

           ໃນພິທີກອງປະຊຸມຄັ້ງນີ້, ສະຫາຍ ພວງປະເສີດ ແກ້ວສຸວັນ ຄະນະພັກກະຊວງ, ກຳມະການສູນກາງ ຊປລ, ເລຂາ ຄຊປປລ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວຈຸດປະສົງ ຂອງກອງປະຊຸມ ແລະ ກ່າວນຳສະເໜີແຂກທີ່ເຂົ້າຮ່ວມກອງປະຊຸມ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 80 ສະຫາຍ ຈາກທັງສອງພາກສ່ວນ ໃນນີ້ປະກອບມີຜູ້ເຂົ້າຮ່ວມ ຈາກ ຄະນະບໍລິຫານງານຊາວໜຸ່ມ ກຕສ, ອາດີດເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປທສ ແຕ່ລະສະໄໝ, ອາດີດເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ບັນດາສະຫາຍເລຂາ ຮາກຖານ/ໜ່ວຍຊາວໜຸ່ມ ທີ່ຂຶ້ນກັບ ພ້ອມດ້ວຍນັກສຳມະນາກອນ ທັງໝົດ 35 ສະຫາຍ. ສ່ວນຈາກ ຄຊປປລ ສມປຊ ຈຳນວນ 45 ສະຫາຍ.

        ກອງປະຊຸມໄດ້ຮັບກຽດ ຈາກ ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກກະຊວງ, ຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ, ອາດີດເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປທສ ຂຶ້ນມີຄຳເຫັນກ່າວຕ້ອນຮັບແຂກ ແລະ ສະແດງຄວາມຂອບໃຈຕໍ່ ຄຊປປລ ທັງສອງພາກສ່ວນທີ່ກຳນົດເອົາສະຖານທີ່ ກົມຄື້ນຄວາມຖີ່ວິທະຍຸສື່ສານ ເປັນບ່ອນພົບປະແລກປ່ຽນບົດຮຽນເຊິ່ງ ແລະ ກັນ. ຕໍ່ຈາກນັ້ນ, ສະຫາຍ ປອ. ດາວສະຫວັນ ເຄືອມີໄຊ ກໍໄດ້ສະເໜີຈຸດປະສົງຂອງການເດີນທາງມາແລກປ່ຽນບົດຮຽນ ຕໍ່ ຄະນະພັກກະຊວງ ແລະ ຄະນະຊາວໜຸ່ມ ກຕສ ພ້ອມບັນດາສະຫາຍຢູ່ທີ່ກອງປະຊຸມຊາບ ແລະ ກ່ອນຈະເຂົ້າສູ່ການເຮັດວຽກຮ່ວມກັນລະຫວ່າງ ສອງຄະນະບໍລິຫານງານຊາວໜຸ່ມ ນະໂອກາດນີ້ ສະຫາຍ ຮອງເລຂາ ຄະນະພັກກະຊວງ ຕາງໜ້າໃຫ້ ຄະນະພັກກະຊວງ ຕີລາຄາສູງຕໍ່ກັບການມາແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມໃນຄັ້ງນີ້ ແລະ ກໍ່ໄດ້ມີຄວາມເຫັນຕໍ່ການສ້າງກິດຈະກຳດັ່ງກ່າວ ພ້ອມໃຫ້ທິດທາງໃນເບື້ອງຕົ້ນໃນການຈັດຕັ້ງຜັນຂະຫຍາຍການຮ່ວມມືໃນຕໍ່ໜ້າໃຫ້ແກ່ສອງ ຄະນະບໍລິຫານງານຊາວໜຸ່ມເພື່ອນຳໄປຄົ້ນຄວ້າໃນໄລຍະຕໍ່ໄປ.

           ໃນໂອກາດດຽວກັນນີ້ ກອງປະຊຸມໄດ້ຍົກເອົາຫຼາຍບັນຫາຂຶ້ນມາເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດວຽກງານ 4 ບຸກ, ວຽກງານຊາວໜຸ່ມ ທີ່ຕິດພັນກັບວຽກວິຊາສະເພາະ ຂອງ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ເຊັ່ນ: ການຫັນເປັນເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ, ວຽກງານການຄຸ້ມຄອງ ແລະ ກວດກາຄື້ນຄວາມຖີ່ວິທະຍຸສື່ສານ ຂອງກົມຄື້ນຄວາມຖີ່ວິທະຍຸສື່ສານ, ການກວດກາໂປຼແກຼມປະສົງຮ້າຍໃນ USB, ການຂຶ້ນທະບຽນເລກໝາຍໂທລະສັບ, ການຫັນເປັນສະໄໝເຂົ້າໃນການບໍລິຫານລັດ, ວຽກງານຂອງສູນອິນເຕີເນັດແຫ່ງຊາດ ແລະ ບາງບົດຮຽນການຈັດຕັ້ງປະຕິບັດການຫັນເປັນເສດຖະກິດດິຈິຕ໋ອນ ຂອງ ຮາກຖານຊາວໜຸ່ມບໍລິສັດລາວໂທລະຄົມ ແລະ ຂອງ ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ກ່ຽວກັບວຽກງານການຮຽນ-ການສອນ ແລະ ອື່ນໆ. ທັງສອງພາກສ່ວນ ມີຄວາມສົນໃຈ ຕໍ່ກັບບັນດາຫົວຂໍ້ທີ່ຍົກມາແລກປ່ຽນໃນຄັ້ງນີ້ ຊຶ່ງເປັນຂໍ້ມູນທີ່ສຳຄັນໃນການນຳໄປໜູນໃຊ້ເຂົ້າໃນວຽກງານ ຂອງຕົນໃນຂັ້ນຕໍ່ໄປ ພ້ອມທັງເປັນການສ້າງຄວາມສາມັກຄີຮັກແພງ ເຊິ່່ງກັນ ແລະ ກັນໃຫ້ຫຼາຍຂຶ້ນຕື່ມອີກດ້ວຍ.

ພາບຂ່າວ: ກອງເລຂາ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ