23/06/2022

ໃນລະຫວ່າງ ວັນທີ 20-21 ມິຖຸນາ 2022 ຜ່ານມາ, ສະຫະພັນກໍາມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມ ກອງປະຊຸມຝຶກອົບຮົມ ແລະ ປຶກສາຫາລື ວຽກງານກໍາມະບານ, ພ້ອມທັງຮັບຟັງ ການເຜີຍແຜ່ວຽກງານແຂ່ງຂັນ-ຍ້ອງຍໍ, ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ວຽກງານຈັດຕັ້ງ-ພະນັກງານ ແລະ ວຽກງານພົວພັນຕ່າງປະເທດ ຄັ້ງທີ I ຂຶ້ນ ທີ່ຫ້ອງປະຊຸມຊັ້ນ 05 ຂອງ ກຕສ, ໂດຍການຮ່ວມເປັນປະທານຂອງ ສະຫາຍ ສຸດໃຈ ພິມມະສີ, ປະທານສະຫະພັນກຳມະບານ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ນາງ ຈັນເພັດ ມະນີແສງ, ຫົວໜ້າກົມຂະບວນການ ສູນກາງສະຫະພັນກຳມະບານລາວ ຊຶ່ງມີີຄະນະບໍລິຫານງານສະຫະພັນກໍາມະບານ, ປະທານຮາກຖານ ແລະ ໜ່ວຍກໍາມະບານ ບັນດາກົມ/ທຽບເທົ່າ ພາຍໃນ ກຕສ ແລະ ບໍລິສັດ ພ້ອມດ້ວຍສະມາຊິກກຳມະບານເຂົ້າຮ່ວມຈຳນວນ 35 ສະຫາຍ ຍິງ10 ສະຫາຍ.
ຈຸດປະສົງການຈັດກອງປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການປະຕິບັດວຽກງານກໍາມະບານ ຕາມທິດທາງແຜນການປີ 2022, ທັງເປັນການສ້າງຂະບວນການ, ສ້າງເງື່ອນໄຂໃຫ້ແກ່ການກະກຽມເປີດບັ້ນສ້າງຂະບວນການຂໍ້ແຂ່ງ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ ແລະ ເພື່ອເຮັດໃຫ້ ຄະນະ ກໍຄືສະມາຊິກກໍາມະບານ ຂອງ ກຕສ ກໍາໄດ້ເນື້ອໃນຢ່າງຖືກຕ້ອງ ແລະ ສາມາດນໍາເອົາໄປຈັດຕັ້ງປະຕິບັດໃຫ້ເປັນເອກະພາບ ແລະ ມີປະສິດທິຜົນສູງສຸດ. ພ້ອມດຽວກກັນນັ້ນ, ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງ ອົງຄະນະພັກ ກຕສ ໃຫ້ມີຄວາມຟົດຟື້ນ.
ກອງປະຊຸມຝຶກອົບຮົມ ແລະ ປຶກສາຫາລື ວຽກງານກໍາມະບານໃນຄັ້ງນີ້ ໄດ້ດໍາເນີນໄປເປັນເວລາ 2 ວັນ ຊຶ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານກໍາມະບານທີ່ສໍາຄັນຫຼາຍໜ້າວຽກ ເຊັ່ນ: ວຽກງານແຂ່ງຂັນ-ຍ້ອງຍໍ, ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ການຈັດຕັ້ງປະຕິບັດວຽກງານຂະບວນການ ໃຫ້ມີຄຸນນະພາບ, ວຽກງານຈັດຕັ້ງ-ພະນັກງານ ແລະ ວຽກງານພົວພັນຕ່າງປະເທດ ເປັນຕົ້ນ. ພ້ອມນັ້ນ, ຍັງໄດ້ມີການຈັດແບ່ງກຸ່ມຄົ້ນຄວ້າ ແລະ ປະຕິບັດຕົວຈິງ ເພື່ອສົນທະນາ ປຶກສາຫາລື-ແລກປ່ຽນຄໍາຄິດເຫັນ ຊຶ່ງເຕັມໄປດ້ວຍບັນຍາກາດຟົດຟື້ນ, ມ່ວນຊື່ນ ທັງໄດ້ຄວາມຮູ້ ແລະ ປະສົບການຕົວຈິງ ຈາກວິທະຍາກອນທີ່ມາຈາກ ສູນກາງສະຫະພັນກໍາມະບານລາວ.
ຂຽນຂ່າວໂດຍ: ສະຫະພັນກໍາມະບານ ກຕສ