ສ້າງຄວາມເຂັ້ມແຂງວຽກງານການຮ່ວມມືຕ່າງປະເທດຂອງ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ພາກກາງ ແລະ ພາກໃຕ້

23/06/2022

ສ້າງຄວາມເຂັ້ມແຂງວຽກງານການຮ່ວມມືຕ່າງປະເທດຂອງ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ພາກກາງ ແລະ ພາກໃຕ້

        ໃນລະຫວ່າງວັນທີ 21-22 ມິຖຸນາ 2022, ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຝຶກ​ອົບ​ຮົມ ຫົວຂໍ້: “ການສ້າງ​ຄວາມ​ເຂັ້ມ​ແຂງ ທາງ​ດ້ານ​ວຽກ​ງານ​ການ​ຮ່ວມ​ມື​ຕ່າງ​ປະ​ເທດ ຂອງ ຂະ​ແໜງການເຕັກໂນໂລຊີ ແລະ ການສື່ສານ (ຕສ)”. ທີ່ນະຄອນປາກເຊ, ແຂວງຈຳປາສັກ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ພາວັນນາ ດວງບຸບຜາ, ຮອງຫົວໜ້າຫ້ອງການ ກຕສ  ແລະ ທ່ານ ທຽນໄຊ ສະຖາພອນ, ຮັກສາການຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ຈຳປາສັກ ໂດຍມີຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຈາກພະແນກເຕັກໂນໂລຊີ ແລະ ການສື່ສານ ຈາກ 06 ແຂວງພາກກາງ ແລະ ພາກໃຕ້ ພ້ອມດ້ວຍນັກວິທະຍາກອນ ຈາກ ກຕສ ແລະ ກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມ ຈໍານວນ 20 ກວ່າທ່ານ.

       ຈຸດ​ປະ​ສົງ​ໃນ​ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອ​ຍົກ​ລະ​ດັບ​ຄວາມ​ຮູ້ ຄວາມ​ສາ​ມາດ, ສຸມ​ໃສ່​ການ​ກໍ່​ສ້າງ​ບຸກ​ຄະ​ລາ​ກອນ ແລະ ພັດ​ທະ​ນາ​ທາງ​ດ້ານ​ເຕັກ​ນິກວິ​ຊາ​ການ ​ຂອງ​ລັດ​ຖະ​ກອນ​ຂະ​ແໜງ​ການ ຕສ ໃນ​ທົ່ວ​ປະ​ເທດ ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ໃນ​ວຽກ​ງານ​ຮ່ວມ​ມື​ກັບຕ່າງ​ປະ​ເທດ, ເພື່ອ​ສ້າງ​ຄວາມ​ສາ​ມາດ​ໃຫ້​ພະ​ນັກ​ງານ​ວິ​ຊາ​ການ ​ໃນ​ການ​ຍາດ​ແຍ່ງ​ທຶນການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ, ໂຄງການລົງທຶນຕ່າງໆ ແລະ ເພື່ອເປັນການກຽມ​ຄວາມ​ພ້ອມ​ ການຫັນເປັນເສດຖະກິດດິຈິຕ໋ອນ ແລະ ອຸດສາຫະກຳ 4.0 ຊຶ່ງໃນວາລະຂອງການຝຶກອົບຮົມ ໄດ້ຮັບຟັງການແລກປ່ຽນຈາກ 04 ພະແນກຮ່ວມມື ຂອງຫ້ອງການ ກຕສ ແລະ ຂັ້ນຕອນຂະບວນການໃນການຍາດແຍ່ງທຶນຮອນໂຄງການຮ່ວມມືຕ່າງປະເທດຈາກນັກວິທະຍາກອນ ຈາກ ກະຊວງແຜນການ ແລະ ການລົງທຶນ ແລະ ຍັງໄດ້ຮັບຟັງການແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຮ່ວມມື ໃນຂົງເຂດໄອຊີທີ ຂອງບັນດາແຂວງພາກໃຕ້.

       ການຝຶກອົບຮົມຍັງໄດ້ມີການແລກປ່ຽນຄຳຄິດເຫັນ ແລະ ຮັບຟັງຂໍ້ສະເໜີ ຈາກສຳມະນາກອນ ຜູ້ເຂົ້າຮ່ວມຢ່າງກົງໄປ ກົງມາ ໃນສະພາບການຫັນປ່ຽນໃນຍຸກປັດຈຸບັນ ເພື່ອໃຫ້ສາມາດປັບປຸງໃຫ້ການຈັດຕັ້ງປະຕິບັດວຽກງານຮ່ວມມືໃຫ້ດີຂຶ້ນ ເຊັ່ນ: ການແລກປ່ຽນບົດຮຽນ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ທີ່ຕິດພັນກັບວຽກງານການຮ່ວມມືຕ່າງປະເທດ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ເພື່ອນຳກັບເອົາໄປຄົ້ນຄວ້າ ແລະ ຜັນຂະຫຍາຍໃນອານາຄົດ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ