03/08/2022

ວັນທີ 01 ສິງຫາ 2022 ນີ້, ທີ່ຫ້ອງປະຊຸມຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໜ່ວຍພັກກົມເຕັກໂນໂລຊິດິຈິຕ໋ອນ (ກຕດ) ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ ຈຳນວນ 03 ສະຫາຍ. ໂດຍການເປັນປະທານຂອງ ສະຫາຍ ຄໍາພູ ດວງຖະໜອມ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ມີບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກ ຂອງບັນດາກົມ/ທຽບເທົ່າ ແລະ ບັນດາສະມາຊິກພັກຂອງກົມກ່ຽວເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ສະຫາຍ ແກ້ວນະຄອນ ໄຊສຸລຽນ ເລຂາໜ່ວຍພັກ ກຕດ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງ ຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ວ່າດ້ວຍການຮັບຮອງເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ ຂອງພັກປະຊາຊົນປະຕິວັດລາວ. ພ້ອມດຽວກັນ, ສະຫາຍປະທານ ກໍໄດ້ໃຫ້ກຽດມອບມະຕິຕົກລົງສະບັບດັ່ງກ່າວ ແລະ ເອກະສານກົດລະບຽບ ຂອງ ພັກປະຊາຊົນປະຕິວັດລາວ ໃຫ້ແກ່ສະມາຊິກພັກສໍາຮອງໃໝ່.
ໃນໂອກາດດຽວກັນນີ້, ສະຫາຍ ຄໍາພູ ດວງຖະໜອມ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ແກ່ບັນດາສະຫາຍ ສະມະຊິກພັກສໍາຮອງໃໝ່ ຊຶ່ງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສືບຕໍ່ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ, ຝຶກຝົນ ຫຼໍ່ຫຼອມ ແລະ ພັດທະນາຕົນເອງ ສູ້ຊົນບຸກບືນຫ້າວຫັນ ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນສຳເລັດ, ເອົາໃຈໃສ່ໃນການປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຢ່າງເຂັ້ມງວດ, ເຊີດຊູພາລະບົດບາດ ແລະ ຄວາມສາມາດການຈັດຕັ້ງນຳພາປະຕິບັດໃຫ້ສູງຂຶ້ນຕື່ມ, ສຶບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ກໍຄືຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ທີ່ຖືກມອບໝາຍໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມ. ພ້ອມນີ້, ສະຫາຍຍັງໄດ້ກ່າວເນັ້ນໃຫ້ບັນດາສະຫາຍສະມາຊິກພັກທີ່ເຂົ້າຮ່ວມໃນພິທີເອົາໃຈໃສ່ຊຸກຍູ້, ເຜີຍແຜ່, ສົ່ງເສີມການນໍາໃຊ້ລະບົບບໍລິຫານລັດຂອງກະຊວງ ເຊັ່ນ: G-drive, G-share, G-chat, E-office ແລະ ລະບົບອື່ນໆອີກດ້ວຍ.
ພາບ+ຂ່າວ: ພະແນກປະຊາສໍາພັນ, ຫ້ອງການກະຊວງ.