ຮອງລັດຖະມົນຕີ ກຕສ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ ແຂວງ ຫຼວງພະບາງ

03/08/2022

ຮອງລັດຖະມົນຕີ ກຕສ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ ແຂວງ ຫຼວງພະບາງ

        ໃນວັນທີ 29 ກໍລະກົດ 2022 ຜ່ານມານີ້, ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ແຂວງ ຫຼວງພະບາງ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ພູມີ ອໍເພັດສານ ຫົວໜ້າ ພຕສ ແຂວງ ຫຼວງພະບາງ ພ້ອມດ້ວຍພະນັກງານ ແລະ ຄະນະພະແນກບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມ.

          ໃນໂອກາດນີ້, ທ່ານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຫຼວງພະບາງ ໄດ້ລາຍງານຫຍໍ້ກ່ຽວກັບສະພາບການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຊຶ່ງສະແດງອອກໃຫ້ເຫັນວຽກງານທີ່ພົ້ນເດັ່ນຫຼາຍດ້ານ ເຊັ່ນ: ປັດຈຸບັນທົ່ວແຂວງ ລັດວິສາຫະກິດໄປສະນີລາວ ມີຫ້ອງການໄປສະນີ 8 ແຫ່ງ, ດ້ານໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ມີການພັດທະນາຂຶ້ນຢ່າງຕັ້ງໜ້າ ແລະ ຂະຫຍາຍລົງຮອດທ້ອງຖິ່ນເຂດຊົນນະບົດ, ຮອດທ້າຍປີ 2021 ມີສະຖານີຮັບສົ່ງສັນຍານມືຖືລະບົບຕ່າງໆທັງໝົດ 995 ສະຖານີ, ມີລະບົບສາຍສົ່ງຄວາມໄວສູງເຂົ້າເຖິງທຸກເມືອງ ມີຄວາມຍາວ 21,430 ກິໂລແມັດ, ພື້ນທີ່ການໃຫ້ບໍລິການໂທລະຄົມມະນາຄົມລະບົບ 2G ຄວບຄຸມໄດ້  98%, 3G ຄວບຄຸມໄດ້ 46,17%, 4G ຄວບຄຸມໄດ້ 34,3% ຂອງບ້ານທັງໝົດໃນທົ່ວແຂວງ; ມີຈໍານວນຜູ້ນໍາໃຊ້ໂທລະສັບຕັ້ງໂຕະ ແລະ ມືຖື 1 ລ້ານກວ່າ ເລກໝາຍ ຫຼື 143 ເລກໝາຍຕໍ່ປະຊາກອນ 100 ຄົນ, ຜູ້ນໍາໃຊ້ອິນເຕີເນັດ (ລະບົບມີສາຍ ແລະ ບໍ່ມີສາຍ) ທັງຫມົດ 7 ແສນກວ່າບັນຊີ, ຂະຫຍາຍການນໍາໃຊ້ລະບົບກອງປະຊຸມທາງໄກ (Video Conference) ໄດ້ 18 ຫ້ອງການ, ໃນນີ້ ນໍາໃຊ້ລະບົບກອງປະຊຸມທາງໄກ ຂອງລັດຖະບານ 02 ຫ້ອງການ,  ນໍາໃຊ້ລະບົບຫ້ອງການທັນສະໄໝ (e-Office) 01 ຫ້ອງການ, ລະບົບການແລກປ່ຽນຂໍ້ມູນຂ່າວສານທັນສະໄໝ (G-Web,  G-Chat, G-share) 136 ບັນຊີ, ພ້ອມທັງສຸມໃສ່ຂະຫຍາຍເຄືອຂ່າຍອິນເຕີເນັດຄວາມໄວສູງໄປສູ່ພື້ນທີ່ພັດທະນາເສດຖະກິດ ແລະ ການທ່ອງທຽວຢ່າງທົ່ວເຖີງ ເພື່ອອໍານວຍຄວາມສະດວກ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ຍົກລະດັບປະສິດທິພາບການບໍລິຫານ ແລະ ການບໍລິການວຽກງານຂອງທຸກພາກສ່ວນ ແລະ ມີຄວາມສະດວກ, ໂປ່ງໃສ, ປະຢັດລາຍຈ່າຍບໍລິຫານ, ຄວາມສະຫງົບປອດໄພ ແລະ ເຮັດໃຫ້ມີການເກັບລາຍຮັບເພີ່ມຂຶ້ນ ໂດຍສະເພາະແມ່ນການນໍາໃຊ້ລະບົບການເກັບລາຍຮັບທີ່ທັນສະໄໝ (TaxRis) ຂອງ ຂະແໜງການເງິນ. ເປັນເຈົ້າການ ເຄື່ອນໄຫວໂຄສະນາເຜີຍແຜ່ ແລະ ຕິດຕັ້ງຄິວອາໂຄດ (QR Code) ບໍລິການ ແອັບພລິເຄເຊິນ ລາວສູ້ໆ (Lao KYC) ໃນການສ້າງບັດຂຽວອອນລາຍ ເພື່ອຮອງຮັບການທ່ອງທ່ຽວສີຂຽວຂອງແຂວງ. ພ້ອມນັ້ນ, ຍັງມີບາງຂໍ້ສະເໜີ ເຊັ່ນ: ສະເໜີໃຫ້ມີການຄົ້ນຄວ້າແບ່ງຂັ້ນຄຸ້ມຄອງຄືນໃໝ່ ໃຫ້ລະອຽດຈະແຈ້ງພາຍໃຕ້ພາລະບົດບາດໃໝ່ຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານ ໂດຍສະເພາະວຽກງານຄຸ້ມຄອງທຸລະກໍາຊັບສິນດິຈິຕ໋ອນ ເພື່ອຮັບປະກັນຄວາມຖືກຕ້ອງທາງດ້ານກົດລະບຽບທີ່ທາງພັກ-ລັດຖະບານ ວ່າງອອກ ຢ່າງເຂັ້ມງວດ.

          ພາຍຫຼັງຮັບຟັງການລາຍງານ, ທ່ານຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນງານທີ່ ພວຕ ແຂວງ ຫຼວງພະບາງ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໃຫ້ທິດຊີ້ນໍາ ແລະ ເນັ້ນໜັກໃຫ້ ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດໜ້າທີ່ຂອງຕົນ ຄຽງຄູ່ກັບການປັບປຸງໂຄງຮ່າງການຈັດຕັ້ງຄືນ  ໃໝ່, ເປັນແບບຢ່າງ ແລະ ຊຸກຍູ້ໃຫ້ປະຊາຊົນນໍາໃຊ້ ແອັບພລິເຄເຊິນ ລາວສູ້ໆ ໃຫ້ກວ້າງຂວງຂຶ້ນຕື່ມ ເພື່ອສະດວກໃນການຕິດຕາມ ວັກຊິນ ພາດສະປອດ ແລະ ວັກຊິນ ໄອດີ. ພ້ອມທັງສໍາມະນາສ້າງຄວາມເຂົ້າໃຈ, ສ້າງແນວຄວາມຄິດ, ປ່ຽນຈິນຕະນາການ ເພື່ອນໍາພາປະເທດຊາດກ້າວເຂົ້າສູ່ເສດຖະກິດດິຈິຕ໋ອນ ໃນການຫັນເປັນທັນສະໄໝ ກ້າວເຂົ້າສູ່ອຸດສາຫະກໍາ 4.0 ໃຫ້ມີຜົນປະໂຫຍດສູງສຸດ.

            ພາບ+ຂ່າວ: ພະແນກປະຊາສໍາພັນ, ຫ້ອງການກະຊວງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ