ພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ

04/08/2022

ພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ

          ໃນຕອນເຊົ້າ ວັນທີ 03 ສິງຫາ 2022 ນີ້, ທີ່ຫ້ອງປະຊຸມຊັ້ນ 05 ຕຶກກະຊວງເຕັກໂນໂລຊີ ແລະ ການສື່ສານ(ຂ້າງຕະຫຼາດເຊົ້າ), ໜ່ວຍພັກຫ້ອງການກະຊວງ, ໜ່ວຍພັກກົມຈັດຕັ້ງ-ພະນັກງານ ແລະ ໜ່ວຍພັກສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ອັດສະລິຍະ ໄດ້ພ້ອມກັນຈັດພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ໂດຍການເປັນປະທານຂອງສະຫາຍ ໄຊລືຊາ ອິນສີຊຽງໃໝ່, ຄະນະປະຈຳພັກກະຊວງ ເຕັກໂນໂລຊີ ແລະການສື່ສານ ມີສະຫາຍຄະນະປະຈຳພັກ, ບັນດາເລຂາສະຫາຍເລຂາ, ຮອງເລຂາໜ່ວຍພັກ ຂອງບັນດາກົມ/ທຽບເທົ່າ ແລະ ບັນດາສະມາຊິກພັກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

          ໃນພິທີດັ່ງກ່າວ, ສະຫາຍ ພົນປະສິດ ພິດສະໄໝ, ເລຂາໜ່ວຍພັກສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ອັດສະລິຍະ, ສະຫາຍ ວະລະໄຊ ດາລາລອຍ, ຮອງເລຂາໜ່ວຍພັກຫ້ອງການ, ສະຫາຍ ເຄນທອງ ແພງວົງສາ, ຮອງເລຂາໜ່ວຍພັກກົມຈັດຕັ້ງ ໃຫ້ກຽດຂຶ້ນຜ່ານມະຕິຕົກລົງ ຂອງ ຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ວ່າດ້ວຍການຮັບຮອງເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງຈຳນວນ 02 ສະຫາຍ ແລະ ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຈຳນວນ 03 ສະຫາຍ. ຈາກນັ້ນ, ບັນດາເລຂາໜ່ວຍພັກແຕ່ລະໜ່ວຍກໍໄດ້ມອບມະຕິຕົກລົງ ແລະ ເອກະສານກົດລະບຽບຂອງ ພັກປະຊາຊົນປະຕິວັດລາວໃຫ້ແກ່ສະມາຊິກພັກສໍາຮອງໃໝ່ ແລະ ສະມາຊິກສົມບູນໃໝ່.

          ໃນໂອກາດດຽວກັນນີ້, ສະຫາຍ ໄຊລືຊາ ອິນສີຊ່ຽງໃໝ່, ຄະນະປະຈຳພັກກະຊວງ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ແກ່ບັນດາສະຫາຍ ສະມະຊິກພັກສໍາຮອງໃໝ່ ແລະ ສະມາຊິກພັກສົມບູນໃໝ່ ຊຶ່ງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສືບຕໍ່ເອົາໃຈໃສ່ໃນການປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຢ່າງເຂັ້ມງວດ,ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ, ຝຶກຝົນ ຫຼໍ່ຫຼອມ ແລະ ພັດທະນາຕົນເອງ ສູ້ຊົນບຸກບືນຫ້າວຫັນ ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນສຳເລັດ, ເຊີດຊູພາລະບົດບາດ ແລະ ຄວາມສາມາດການຈັດຕັ້ງນຳພາປະຕິບັດໃຫ້ສູງຂຶ້ນ, ສຶບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ-ລັດ ກໍຄືຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ  ທີ່ຖືກມອບໝາຍໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມ.

          ພາບ+ຂ່າວ: ພະແນກປະຊາສໍາພັນ, ຫ້ອງການກະຊວງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ