10/08/2022

ວັນທີ 2 ສິງຫາ 2022 ຜ່ານມານີ້, ທີ່ຫ້ອງປະຊຸມ, ສະຖາບັນເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ, ອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມຜ່ານໂຄງຮ່າງ ແລະ ເນື້ອໃນວ່າດ້ວຍ ດຳລັດກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈິຕອນ ໂດຍເປັນປະທານຂອງ ທ່ານສຸດໃຈ ລໍລອນສີ, ຄະນະພັກກະຊວງ, ຫົວໜ້າ ອົງການດັດສົມໂທລະຄົມມະນາຄົມ, ໂດຍມີຄະນະຮັບຜິດຊອບເນື້້ອໃນສ້າງຕັ້ງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈິຕອນ, ບັນດາຄະນະກົມ, ຫ້ອງການ, ສູນ ແລະ ສະຖາບັນ ພາຍໃນ ກຕສ ເຂົ້້າຮ່ວມ.
ຈຸດປະສົງໃນກອງປະຊຸມຄັ້ງນີ້ ແມ່ນເພື່ອຜ່ານໂຄງຮ່າງ ແລະ ເນື້້ອໃນວ່າດ້ວຍດຳລັດໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ເພື່ອໃຫ້ເປັນເອກະພາບທາງດ້ານໂຄງຮ່າງ ແລະ ເນື້້ອໃນດັ່ງກ່າວ ຈາກບັນດາຄະນະຮັບຜິດຊອບເນື້້ອໃນ ແລະ ບັນດາຄະນະກົມ, ຫ້ອງການ, ສູນ ແລະ ສະຖາບັນພາຍໃນ ກຕສ ກ່ອນຈະລາຍງານຄວາມຄືບໜ້າຂອງການສ້າງຕັ້ງດຳລັດດັ່ງກ່າວຕໍ່ ຄະນະນຳກະຊວງເຕັກໂນໂລຊີ ແລະ ການສື່ສານໃນຂັ້ນຕໍ່ໄປ.
ໃນກອງປະຊຸມດັ່ງກ່າວ ບັນດາຄະນະຮັບຜິດຊອບເນື້້ອໃນ ແລະ ບັນດາຄະນະກົມ, ຫ້ອງການ, ສູນ ແລະ ສະຖາບັນພາຍໃນ ກຕສ ໄດ້ມີຄວາມຮັບຜິດຊອບສູງເອົາໃຈໃສ່ປະກອບຄຳຄິດຄຳເຫັນ ຕໍ່ກັບດຳລັດກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈິຕອນ ເພື່ອເຮັດໃຫ້ເນື້້ອໃນດຳລັດສອດຄ່ອງກັບເປົ້າໝາຍຂອງການນຳໃຊ້ກອງທຶນ ໂດຍສະເພາະວຽກງານການພັດທະນາດ້ານໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ໃນຂອບເຂດທົ່ວປະເທດ.
ພາບ+ຂາວ: ອົງການດັດສົມໂທລະຄົມ