10/08/2022

ໃນວັນທີ 03 ສິງຫາ 2022 ຜ່ານມານີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ໄດ້ຈັດງານເປີດໂຕບົດລາຍງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA Report) ຂຶ້ນ ທີ່ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ ພາຍໃຕ້ໂຄງການຮ່ວມມືກັບ UNDP ເພື່ອສົ່ງເສີມການຫັນເປັນດິຈິຕອນ ຂອງພາກລັດ (Digital Government Transformation) ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະລິນຍາເອກ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນ ກຕສ ແລະ ທ່ານ ນາງ ຣິຄາດາ ຣິເກີ, ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາແຂວງ, ອົງການຈັດຕັ້ງສາກົນ, ບັນດາກົມພາຍໃນ ກຕສ ແລະ ບັນດາຊ່ຽວຊານ ຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ທັງໝົດຫຼາຍກວ່າ 80 ທ່ານ ທັງໃນຮູບແບບເຊິ່ງໜ້າ ແລະ ແບບອອນລາຍຜ່ານລະບົບກອງປະຊຸມທາງໄກ.
ພາຍໃນງານ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງເຕັກໂນໂລຊີໃນຍຸກດິຈິຕອນ ທີ່ພັດທະນາຢ່າງວ່ອງໄວ ໂດຍສະເພາະໃນຊ່ວງຂອງການແຜ່ລະບາດຂອງພະຍາດໂຄວິດ-19. ດັ່ງນັ້ນ, ລັດຖະບານ ຈຶ່ງເຫັນໄດ້ເຖິງຄວາມສໍາຄັນຂອງການສຶກສາຄວາມພ້ອມດ້ານດິຈິຕອນຂອງ ສປປ ລາວ ທີ່ແນໃສ່ຮອງຮັບເອົາບັນດາເຄື່ອງມື ICT ໃນບັນດາຂັ້ນຕ່າງໆຂອງການບໍລິຫານຢູ່ກະຊວງ, ກົມ, ຂັ້ນແຂວງ, ເມືອງ, ແລະ ຂັ້ນບ້ານ ຢູ່ໃນ ສປປ ລາວ. ເຄື່ອງມືດັ່ງກ່າວນີ້ລວມມີ ລະບົບການບໍລິການລັດທັນສະໄໝ ເພື່ອເອື້ອອຳນວຍການເຂົ້າເຖິງການບໍລິການຂອງພາກລັດທີ່ງ່າຍຂຶ້ນ, ວ່ອງໄວ ແລະ ຄວບຄຸມທົ່ວເຖິງຂຶ້ນກວ່າເກົ່າ (ທັງໃນຕົວເມືອງ ແລະ ບ້ານ) ໂດຍຜ່ານຊ່ອງທາງການໃຫ້ບໍລິການແບບດິຈິຕອນ ເພື່ອເປັນບ່ອນອີງໃນການວາງແນວທາງແຜນພັດທະນາດ້ານດິຈິຕອນ ໃຫ້ທັນກັບພາກພື້ນ ແລະ ສາກົນ. ບົດລາຍງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA Report) ດັ່ງກ່າວ ເປັນບົດທີ່ໄດ້ເກັບກໍາຂໍ້ມູນຈາກບັນດາກະຊວງ ແລະ ແຂວງ/ນະຄອນຫຼວງ ທົ່ວປະເທດ ຊຶ່ງໄດ້ກໍານົດມີ 6 ເສົາຄໍ້າໃນການ ທີ່ຈະຫັນເປັນດິຈິຕອນ ປະກອບມີ: 1. ເຕັກໂນໂລຊີ ແລະ ເຄື່ອງມືໄອຊີທີ ໃນຫ້ອງການລັດ; 2. ນະໂຍບາຍ ແລະ ລະບຽບການກ່ຽວຂ້ອງ; 3. ການສ້າງທັກສະ ແລະ ຂີດຄວາມສາມາດດ້ານດິຈິຕອນຂອງພະນັກງານ; 4. ການເອົາຜູ້ຊົມໃຊ້ເປັນໃຈກາງ; 5. ການກໍານົດ ແລະ ການສະໜອງບໍລິການ ຂອງພາກລັດແບບດິຈິຕອນ ແລະ 6. ຂອບໜ້າວຽກ ແລະ ການຮ່ວມມືດ້ານດິຈິຕອນ.
ບົດລາຍງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA Report) ແມ່ນໜຶ່ງໃນແຜນວຽກ ຂອງການຮ່ວມມືກັບ UNDP ຊຶ່ງເປັນໜຶ່ງທີ່ມີຄວາມສຳຄັນຫຼາຍ ແລະ ເປັນວຽກບູລິມະສິດຂອງລັດຖະບານ ຊຶ່ງບົດລາຍງານດັ່ງກ່າວ ຈະຂໍ້ມູນພື້ນຖານທີ່ສຳຄັນ ແລະ ເປັນບ່ອນອິງໃນການດຳເນີນການຕໍ່ ກໍຄື: ການສ້າງແຜນແມ່ບົດຂອງການພັດທະນາລັດຖະບານດິຈິຕອນ (Masterplan) ແລະ ສ້າງກອບໜ້າວຽກທີເປັນມາດຕະຖານລວມ (Standard Framework) ພ້ອມທັງຈະສ້າງໂຄງການຕົວແບບ ກໍ່ຄືການສ້າງ Pilot Project ຄື: ສູນລວມບໍລິການລັດ (Gov Super App – Digital Government Services), ສ້າງທັກສະ ແລະ ຂີດຄວາມສາມາດ ໃຫ້ພະນັກງານລັດ (Skill Assessment of Public Sector) ແລະ ລະບົບຫ້ອງຮຽນທາງໄກ ລາຄາຖືກ (G-Room – A Digital Platform to delivery Education to Rural Population) ຊຶ່ງກິດຈະກໍາເຫຼົ່ານີ້ ຈະກາຍເປັນແນວທາງທີ່ສໍາຄັນຕໍ່ ສປປ ລາວ ກໍຄືລັດຖະບານໃນການຄົ້ນຄວ້າແຜນການຫັນເປັນລັດຖະບານດິຈິຕອນໃນຕໍ່ໜ້າ.
ຂ່າວ: ສູນບໍລິຫານລັດດິຈິຕອນ
ພາບ: ພະແນກປະຊາສໍາພັນ.