ຮ່ວມລົງນາມສຶກສາຄວາມເປັນໄປໄດ້ໂຄງການພັດທະນາລະບົບບໍລິການທັນສະໄໝ

11/08/2022

ຮ່ວມລົງນາມສຶກສາຄວາມເປັນໄປໄດ້ໂຄງການພັດທະນາລະບົບບໍລິການທັນສະໄໝ

      ກົມເຕັກໂນໂລຊີດິຈິຕ໋ອນ ຮ່ວມກັບ ບໍລິສັດ ໄຊຍະສິດ ທີ່ປຶກສາໄອທີ ຈໍາກັດຜູ້ດຽວ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືສຶກສາຄວາມເປັນໄປໄດ້ ໂຄງການພັດທະນາລະບົບບໍລິການທັນສະໄໝ ເພື່ອຊຸກຍູ້ສົ່ງເສີມວຽກງານການຄຸ້ມຄອງ, ການບໍລິຫານ ແລະ ການບໍລິການຂອງກະຊວງ ໃຫ້ແກ່ພາກສ່ວນຕ່າງໆໃນສັງຄົມ ແນ່ໃສ່ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດຂອງລັດຖະບານ ໃນຕອນແລງວັນທີ 09 ສິງຫາ 2022 ຜ່ານມານີ້, ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ.

 

         ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ໃຫ້ຮູ້ວ່າ: ເພື່ອຈັດຕັ້ງຜັນຂະຫຍາຍແຜນວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດຂອງລັດຖະບານ ທີ່ສະພາແຫ່ງຊາດໄດ້ຮັບຮອງໄປແລ້ວນັ້ນ ໂດຍສະເພາະແມ່ນການຜັນຂະຫຍາຍຍຸດທະສາດການພັດທະນາຖານລະບົບ ພລັດຟອມ ແລະ ຫັນເປັນດິຈິຕ໋ອນຂອງສັງຄົມເທື່ອລະກ້າວນັ້ນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ຮ່ວມກັບ ບໍລິສັດ ໄຊຍະສິດ ທີ່ປຶກສາໄອທີ ຈໍາກັດຜູ້ດຽວ ດຳເນີນການສຶກສາ ແລະ ພັດທະນາບັນດາລະບົບບໍລິການຕ່າງໆຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຊັ່ນ: ລະບົບບໍລິການຂໍອະນຸຍາດດຳເນີນທຸລະກິດ, ຂໍອະນຸຍາດນຳເຂົ້າອຸປະກອນ, ຂໍຢັ້ງຢືນມາດຕະຖານເຕັກນິກ ແລະ ລະບົບບໍລິການຕ່າງໆພາຍໃນກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອໃຫ້ກາຍເປັນຕົວແບບການຫັນເປັນທັນສະໄໝ ຂອງວຽກງານບໍລິການຂອງພາກລັດ ໂດຍໃຫ້ມີການເຊື່ອມຕໍ່ກັບລະບົບຊຳລະທັນສະໄໝຂອງກະຊວງການເງິນ ແນ່ໃສ່ອຳນວຍຄວາມສະດວກໃຫ້ແກ່ຜູ້ມາໃຊ້ບໍລິການ, ຮັບປະກັນຄວາມໂປ່ງໃສ່ ແລະ ສາມາດກວດສອບໄດ້.

          ພ້ອມດຽວກັນນັ້ນ, ທ່ານ ອາລຸນຍະເດດ ສະຣິດທິລາດ, ຮອງຜູ້ອຳນວຍການ ບໍລິສັດ ໄຊຍະສິດ ທີ່ປຶກສາໄອທີ ຈໍາກັດຜູ້ດຽວ ຍັງໄດ້ກ່າວວ່າ: ການປະຕິຮູບລະບົບບໍລິການທັນສະໄໝ ແລະ ກ້າວສູ່ດິຈິຕ໋ອນເປັນວຽກບູລິມະສິດຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍໄດ້ມີວິໄສທັດ ຮອດປີ 2030 ແລະ ຍຸດທະສາດພັດທະນາ ຮອດປີ 2025. ສະນັ້ນ, ທາງບໍລິສັດ ໄຊຍະສິດ ທີ່ປຶກສາໄອທີ ຈໍາກັດຜູ້ດຽວ ຈຶ່ງສະເໜີຂໍເຂົ້າມາມີສ່ວນຮ່ວມໃນການສ້າງ ແລະ ປັບປຸງລະບົບທັນສະໄໝ ຫຼຶ ເຄື່ອງມືທັນສະໄໝ ເພື່ອຫຼຸດຊ່ອງຫວ່າງການຮົ່ວໄຫຼ ແລະ ປະກົດການຫຍໍ້ທໍ້ໃນຂະແໜງການສື່ສານ.

ພິທີລົງນາມເຊັນບົດບັນທຶກໃນຄັ້ງນີ້ຝ່າຍກະຊວງເຕັກໂນໂລຊີ ແລະ ການສື່ສານໂດຍແມ່ນ ທ່ານ ນ. ສິຣິລັກ ໄຊຍະບຸນຊູ, ຮອງຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ທ່ານ ວະລະໄຊ ດາລາລອຍ, ຮອງຫົວໜ້າຫ້ອງການ,  ຝ່າຍບໍລິສັດ ໄຊຍະສິດ ທີ່ປຶກສາໄອທີ ຈໍາກັດຜູ້ດຽວ ໂດຍແມ່ນທ່ານ ອາລຸນຍະເດດ ສະຣິດທິລາດ ແລະ ທ່ານ ນ. ຈັນສຸດາ ສີສະຫວັດ,  ຮອງຜູ້ອຳນວຍການ ບໍລິສັດ ໄຊຍະສິດ ທີ່ປຶກສາໄອທີ ຈໍາກັດຜູ້ດຽວ ໂດຍມີທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ບຸນປອນ ວັນນະຈິດ, ຮອງລັດຖະມົນຕີກະຊວງການເງິນ, ບັນດາຫົວໜ້າກົມ/ທຽບເທົ່າ, ຄະນະຮອງປະທານບໍລິສັດ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

          ພາບ+ຂ່າວ: ພະແນກປະຊາສໍາພັນ, ຫ້ອງການກະຊວງ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ