ກອງປະຊຸມສໍາມະນາ ຫົວຂໍ້: ການນໍາໃຊ້ເຕັກໂນໂລຊີກັບການຄ້າມະນຸດ ເພື່ອລະນຶກວັນສາກົນດ້ານການຄ້າມະນຸດ 30 ກໍລະກົດ ປະຈໍາປີ 2022

12/08/2022

ກອງປະຊຸມສໍາມະນາ ຫົວຂໍ້: ການນໍາໃຊ້ເຕັກໂນໂລຊີກັບການຄ້າມະນຸດ ເພື່ອລະນຶກວັນສາກົນດ້ານການຄ້າມະນຸດ 30 ກໍລະກົດ ປະຈໍາປີ 2022

       ໃນຕອນເຊົ້າ ວັນທີ 11 ສິງຫາ 2022 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ຫຼັກ 5, ນະຄອນຫຼວງວຽງຈັນ. ສະຫາຍ ນາງ ຍອດ ໄຊທົງເດດ ຮອງປະທານ ສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ນໍາພາ ເອື້ອຍນ້ອງຍິງ ເຂົ້າຮ່ວມກອງປະຊຸມ ສໍາມະນາ ຫົວຂໍ້: ການນໍາໃຊ້ເຕັກໂນໂລຊີ ກັບການຄ້າມະນຸດ ເພື່ອລະນຶກວັນສາກົນ ຕ້ານການຄ້າມະນຸດ 30 ກໍລະກົດ ປະຈໍາປີ 2022 ເປັນປະທານ ໂດຍ ທ່ານ ນາງ ປອ. ອິນລາວັນ ແກ້ວບຸນພັນ, ກໍາມະການສູນກາງພັກ, ປະທານ ສູນກາງສະຫະພັນແມ່ຍິງລາວ.
       ຜູ້ເຂົ້າຮ່ວມທັງໝົດ ໄດ້ຮັບຟັງ ການນໍາສະເໜີຂອງນັກວິທະຍາກອນຈາກພາກສ່ວນກ່ຽວຂ້ອງ ກ່ຽວກັບການນໍາໃຊ້ເຕັກໂນໂລຊີ ທີ່ຕິດພັນກັບພາລະບົດບາດ ການຕ້ານ ແລະ ສະກັດກັ້ນ ການຄ້າມະນຸດ ຂອງ ກະຊວງປ້ອງກັນຄວາມສະຫງົບ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຜູ້ຮັບຜິດຊອບ ແຜນງານ ອາຊຽນ-ອົດສະຕາລີ ຕ້ານ ແລະ ສະກັດກັ້ນ ການຄ້າມະນຸດ.
ເນື້ອໃນໂດຍ: ຄະນະຂະບວນການ ສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ