ກອງປະຊຸມໃຫຍ່ ຄະນະຊາວໜຸ່ມຮາກຖານຫ້ອງການ

15/08/2022

ກອງປະຊຸມໃຫຍ່ ຄະນະຊາວໜຸ່ມຮາກຖານຫ້ອງການ

ກອງປະຊຸມໃຫຍ່ ຂອງ ຄະນະຊາວໜຸ່ມຮາກຖານຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 11 ສິງຫາ 2022, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 05 ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພູຂົງ ຈິດຮູບໂລກ, ຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກຫ້ອງການ ກຕສ, ສະຫາຍ ພວງປະເສີດ ແກ້ວສຸວັນ, ຄະນະພັກກະຊວງ, ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຕາງໜ້າຈາກສະຫະພັນແມ່ຍິງຫ້ອງການ, ຕາງໜ້າຈາກຄະນະກໍາມະບານຫ້ອງການ, ຕາງໜ້າຈາກຄະນະບໍລິຫານງານຊາວໜຸ່ມຂອງບັນດາ/ທຽບເທົ່າ ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມພາຍໃນຫ້ອງການ ເຂົ້າຮ່ວມທັງໝົດ 88 ສະຫາຍ, ຍິງ 44 ສະຫາຍ, ໃນນັ້ນ ມີຜູ້ແທນກອງປະຊຸມເຂົ້າຮ່ວມທັງໝົດ 65 ສະຫາຍ.

        ໃນກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານການເມືອງ ແລະ ບົດສໍາຫຼວດ ການຊີ້ນໍາ-ນໍາພາລວມ ຂອງຄະນະຊາວໜຸ່ມຮາກຖານຫ້ອງການ ກຕສ ຊຸດເກົ່າ ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມນີ້, ກອງປະຊຸມໄດ້ເປັນເອກະສັນກັນຮັບຮອງເອົາທິດທາງແຜນການ 05 ປີ (2023-2027) ຊຶ່ງມີເນື້ອໃນຄື: ເພື່ອເຮັດໃຫ້ສຳເລັດໜ້າທີ່ການເມືອງທີ່ພັກ - ລັດ ໄດ້ມອບໝາຍໃຫ້ ໂດຍສະເພາະກໍແມ່ນການເຂົ້າຮ່ວມເປັນກຳລັງຫຼັກໃນວຽກງານ ການພັດທະນາໜ່ວຍພັກຫ້ອງການ ຕິດພັນໄປກັບການຈັດຕັ້ງປະຕິບັດແຜນຍຸດທະສາດ ການຫັນເປັນອຸດສາຫະກຳທັນສະໄໝຂອງ ກຕສ, ຄະນະຊາວໜຸ່ມ ຮາກຖານຫ້ອງການ ຕ້ອງໄດ້ສຸມໃສ່ສ້າງຄົນຮຸ່ນໜຸ່ມໃຫ້ມີຄວາມພ້ອມທາງດ້ານການເມືອງ - ແນວຄິດ ແລະ ຄວາມສາມາດດ້ານວິຊາສະເພາະ ເພື່ອກາຍເປັນກໍາລັງຫຼັກແຫຼ່ງໃຫ້ໜ່ວຍພັກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ເພື່ອກາຍເປັນຜູ້ສືບທອດອຸດົມການປະຕິວັດ, ວັດທະນາທຳອັນດີງາມຂອງຊາດ; ປົດແອກແນວຄິດມັກງ່າຍຕາມຮີດຄອງເດີມ, ແນວຄິດເພິ່ງພໍໃຈນຳແຕ່ຜົນສຳເລັດເລັກໆນ້ອຍໆ ໂດຍບໍ່ມີຄວາມກະຕືລືລົ້ນສ້າງຜົນງານອັນໃໝ່ ໃນລະບອບທີ່ສະຫວ່າງສະໄຫວຂອງປະເທດຊາດ, ຕີຕ້ານກັບທຸກປະກົດການຫຍໍ້ທໍ້ໃນສັງຄົມ ແລະ ມ້າງເພການຫັນປ່ຽນໂດຍສັນຕິຂອງກໍາລັງອິດທິປໍລະປັກ ທີ່ຫວັງເຊື່ອມຊຶມເຂົ້າໃນອົງການຈັດຕັ້ງ, ຖັນແຖວຂອງຊາວໜຸ່ມ ແລະ ໄວໜຸ່ມລາວບັນດາເຜົ່າ; ປັບປຸງການຈັດຕັ້ງ ແລະ ກໍ່ສ້າງສະມາຊິກຊາວໜຸ່ມ ໃນລວງເລິກ ໃຫ້ນັບມື້ໜັກແໜ້ນເຂັ້ມແຂງ ສາມາດເຕົ້າໂຮມຄວາມສາມັກຄີ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ ໂດຍສຸມໃສ່ປັບປຸງແບບແຜນວິທີການນຳພາ, ແບບແຜນວິທີການເຮັດວຽກ ຕາມກົນໄກການປະສານງານທີ່ຖືກຕ້ອງ ແລະ ກໍ່ສ້າງເອົາພະນັກງານຊາວໜຸ່ມ ໃຫ້ໄດ້ທັງດ້ານຈຳນວນ ແລະ ຄຸນນະພາບ, ຈັດຕັ້ງ ແລະ ປຸກລະດົມສະມາຊິກຊາວໜຸ່ມ ໃຫ້ເຂົ້າຮ່ວມຂະບວນການຕ່າງໆໃຫ້ກວ້າງຂວາງ ແລະ ເປັນຂະບວນການຟົດຟື້ນ, ສົມທົບກັບ ຄຊປປລ ກຕສ ເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານຮ່ວມກັບອົງການຈັດຕັ້ງຊາວໜຸ່ມຂອງຂະແໜງການອ້ອມຂ້າງ ແລະ ປະເທດທີ່ມີອຸດົມການດຽວກັນ ຕາມທິດການຮ່ວມມືຂອງ ສູນກາງ ຊປປລ ແລະ ຄະນະພົວພັນຕ່າງປະເທດ ສູນກາງພັກ. 

        ພ້ອມນີ້, ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະຊາວໜຸ່ມ ຮາກຖານຫ້ອງການ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 07 ສະຫາຍ, ຍິງ 02 ສະຫາຍ ແລະ ເລືອກໄດ້ 05 ສະຫາຍ, ຍິງ 01 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະ ຂອງ ຄະນະຊາວໜຸ່ມ ຮາກຖານຫ້ອງການ ໄດ້ເລືອກຕັ້ງເອົາເລຂາ, ຮອງເລຂາ, ປະທານກວດກາ ແລະ ຄະນະ ດັ່ງນີ້: ສະຫາຍ ສະຫາຍ ຄໍາແກ້ວ ປັນຍາຈິດ ເປັນເລຂາ, ສະຫາຍ ນາງ ຂັນທະລີ ບົວຖະໜອມ ເປັນຮອງເລຂາ, ສະຫາຍ ບິນລີ້ ສີສຸລາດ ປະທານກວດກາ, ສະຫາຍ ສຸກປະເສີດ ພັນທະໄຊ ແລະ ສະຫາຍ ກິດຕິຍາ ສຸກຂະວັນ ເປັນຄະນະ.

        ໃນໂອກາດດຽວກັນ, ກອງປະຊຸມໃຫຍ່ ຖືເປັນກຽດຢ່າງສູງທີ່ໄດ້ຮັບຟັງການໂອ້ລົມອັນມີຄວາມໝາຍໜັກແໜ້ນ ແລະ ເລິກເຊິ່ງຈາກ ສະຫາຍ ພວງປະເສີດ ແກ້ວສຸວັນ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ນໍາເອົາຄວາມຮັກແພງອັນອົບອຸ່ນມາສູ່ກອງປະຊຸມໃຫຍ່ຂອງພວກເຮົາໃນຄັ້ງນີ້ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຊີ້ນໍາ-ນໍາພາ ຂອງ ຄະນະຊາວໜຸ່ມຮາກຖານຫ້ອງການ ໃນໄລຍະຜ່ານມາ. ພ້ອມນັ້ນ, ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ ແລະ ບາງຂໍ້ຄົງຄ້າງ ທີ່ຄະນະຊາວໜຸ່ມຮາກຖານຫ້ອງການ ຈະຕ້ອງໄດ້ສູ້ຊົນປັບປຸງແກ້ໄຂ. ຈາກນັ້ນ, ສະຫາຍໄດ້ໃຫ້ທິດຊີ້ນໍາວຽກງານແຕ່ລະດ້ານ ໃນທາງທີ່ສ້າງສັນ, ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະບໍລິຫານງານຊາວໜຸ່ມຮາກຖານຫ້ອງການຊຸດໃໝ່ ທີ່ຈະສືບຕໍ່ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງ ຄະນະຊາວໜຸ່ມຮາກຖານຫ້ອງການ ກໍຄື ຂອງ ຄຊປປລ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ສ້າງໄດ້ຜົນງານ ແລະ ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ສ້າງຄວາມເປັນເອກະພາບສູງພາຍໃຕ້ການນຳພາຂອງຄະນະ​ພັກ​ຫ້ອງການ ພ້ອມກັນບຸກບືນກ້າວຂຶ້ນຢ່າງໜັກແໜ້ນ, ສຸມສະຕິປັນຍາກຳລັງແຮງຂອງຊາວໜຸ່ມ, ເຊີດຊູນ້ຳໃຈຮັກຊາດ, ເປັນເຈົ້າຕົົນເອງເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການຈັດຕັ້ງປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ.

          ຂ່າວ+ພາບ: ພະແນກປະຊາສໍາພັນ, ຫ້ອງການກະຊວງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ