15/08/2022

ໃນວັນທີ 15 ສິງຫາ 2022 ນີ້, ທີ່ຫ້ອງປະຊຸມໃຫຍ່ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ສະຫະພັນແມ່ຍິງ ກຕສ ໄດ້ເປີດກອງປະຊຸມປ່ອນບັດຄັດເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງ ບັນດາກົມ/ທຽບເທົ່າ ຄືນໃໝ່ ຮອບ II ຈໍານວນ 10 ໜ່ວຍ ຊຶ່ງແບ່ງເປັນ 02 ພາກ ຄື: ພາກເຊົ້າປະກອບມີ: ໜ່ວຍສະຫາຍພັນແມ່ຍິງຫ້ອງການ, ສູນອິນເຕີເນັດແຫ່ງຊາດ, ກົມເຕັກໂນໂລຊີດິຈິຕ໋ອນ ແລະ ກົມແຜນການ ແລະ ການເງິນ; ພາກບ່າຍປະກອບມີ: ໜ່ວຍສະຫະພັນແມ່ຍິງກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມໄປສະນີ, ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກົມຄວາມປອດໄພທາງໄຊເບີ ແລະ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ. ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີຄັ້ງນີ້ ໂດຍ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ນາງ ເກສອນ ສຸລິວົງ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກຕສ, ມີຕາງໜ້າຈາກຄະນະພັກຂອງກົມ/ທຽບເທົ່າ ພ້ອມດ້ວຍບັນດາສະມາຊິກ ເອື້ອຍນ້ອງແມ່ຍິງເຂົ້າຮ່ວມທັງໝົດ 200 ກວ່າສະຫາຍ.
ຈຸດປະສົງຂອງການປ່ອນບັດຄັດເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງ ບັນດາກົມ/ທຽບເທົ່າ ຄືນໃໝ່ ແມ່ນເນື່ອງມາຈາກສະພາບການປັບປຸງທາງດ້ານການຈັດຕັ້ງ ແລະ ສັບຊ້ອນບຸກຄະລາກອນ ທີ່ໂຮມເຂົ້າກັນ ຈາກ 2 ພາກສ່ວນ ເຂົ້າເປັນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄື: ຈາກອະດີດ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງໃນນັ້ນ ຈໍານວນສະມາຊິກຈາກອົງການຈັດຕັ້ງມະຫາຊົນ ກໍຄື ແມ່ຍິງກໍໄດ້ມີການສັບຊ້ອນ, ຍົກຍ້າຍໄປຕາມການຈັດຕັ້ງໃໝ່ ແລະ ໂຮມເຂົ້າກັນເປັນກ້ອນກໍາລັງໃໝ່ທີ່ໃຫຍ່ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ. ສະນັ້ນ, ເພື່ອເຮັດໃຫ້ການປັບປຸງສັບຊ້ອນ ທັງວຽກພັກ, ວຽກລັດ ແລະ ວຽກສາມອົງການຈັດຕັ້ງມະຫາຊົນ ດໍາເນີນໄປຢ່າງສອດຄ່ອງກັບສະພາບ ແລະ ເງື່ອນໄຂຕາມວາລະໃໝ່ຂອງກະຊວງໃນປັດຈຸບັນ ການປັບປຸງຄັ້ງນີ້ຈຶ່ງກາຍເປັນຂີດໝາຍອັນສໍາຄັນ ໃນການສ້າງຄວາມເຂັ້ມແຂງຮອບດ້ານທັງຄວາມສາມັກຄີຍພາຍໃນ ແລະ ການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດທີ່ພັກ-ລັດໄດ້ມອບໝາຍໃຫ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ໃນໂອກາດດຽວກັນນີ້, ສະຫາຍ ຮອງເລຂາຄະນະພັກ ກຕສ ໄດ້ມີຄໍາເຫັນ ແລະ ຊີ້ນໍາ ເພື່ອໃຫ້ກອງປະຊຸມ ດໍາເນີນໄປຕາມວາລະທີ່ວາງໄວ້ ທັງຮັບປະກັນຄວາມເປັນເອກະພາບ, ຄວາມສາມັກຄີ ແລະ ຖືກຕ້ອງຕາມລະບຽບ ຂອງສະຫະພັນແມ່ຍິງລາວວາງອອກ. ພ້ອມນີ້, ສະຫາຍ ໄດ້ຮຽກຮ້ອງໃຫ້ເອື້ອຍນ້ອງແມ່ຍິງ ໃນແຕ່ລະໜ່ວຍຈົ່ງນໍາໃຊ້ສິດປະຊາທິປະໄຕຂອງຕົນ ຢ່າງພາວະວິໄສ ໃນການຄັດເລືອກເອົາຕົວແທນຂອງຕົນ ມາຊີ້ນໍາ - ນໍາພາ ການເຄື່ອນໄຫວວຽກງານ ສະຫະພັນແມ່ຍິງພາຍໃນໜ່ວຍ ກໍຄື ເປັນຕົວແທນໃຫ້ເອື້ອຍນ້ອງແມ່ຍິງ ໃນການເຄື່ອນໄຫວວຽກງານຕາມພາລະບົດບາດ ຄຽງຄູ່ກັບການເຄື່ອນໄຫວວຽກງານວິຊາສະເພາະ ແລະ ວຽກງານອື່ນໆ ຕາມການມອບໝາຍຂອງພັກ-ລັດ. ພ້ອມທັງ ເອົາໃຈໃສ່ນໍາໃຊ້ສິດຂອງຕົນ ຄັດເລືອກເອົາຄະນະໜ່ວຍ ບົນພື້ນຖານການພິຈາລະນາ ແລະ ວິເຄາະ ຕາມມາດຖານ ແລະ ເງື່ອນໄຂທີ່ຖືກຕ້ອງ ເພື່ອຊຸກຍູ້ໃຫ້ຂະບວນການເຄື່ອນໄຫວ ຂອງເອື້ອຍນ້ອງແມ່ຍິງ ມີຜົນສໍາເລັດ ແລະ ມີຜົນງານ ໂດຍເລັງໃສ່ການຄັດເລືອກ ຜູ້ທີ່ສາມາດເປັນກະບອກສຽງໃນທຸກການເຄື່ອນໄຫວ ເພື່ອຮອງຮັບພາລະໜ້າທີ່ອັນມີກຽດ ແລະ ຫ້າວຫັນນໍາໜ້າໃນທຸກວຽກງານທີ່ຖືກມອບໝາຍ ຈາກຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ ກໍຄື ຈາກຄະນະນໍາຂອງພັກ-ລັດ ທຸກຂັ້ນ ໃຫ້ມີຜົນງານອັນດີເດັ່ນຮອບດ້ານ.
ໃນກອງປະຊຸມ ເອື້ອຍນ້ອງແມ່ຍິງ ຂອງບັນດາກົມ/ທຽບເທົ່າ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ຄະນະໜ່ວຍສະຫະພັນແມ່ຍິງ ຂອງໜ່ວຍທີ່ຕົນສັງກັດ ຄືນໃໝ່ ເພື່ອເລືອກເອົາເປັນຫົວໜ້າໜ່ວຍ, ຮອງຫົວໜ້າໜ່ວຍ, ປະທານກວດກາ ແລະ ກໍາມະການ. ສ່ວນໜ່ວຍທີ່ບໍ່ໄດ້ປ່ອນບັດ ຄືນໃໝ່ ແມ່ນໜ່ວຍທີ່ບໍ່ໄດ້ປັບປຸງໂຄງປະກອບການຈັດຕັ້ງເບື່ອງລັດ ແລະ ບໍ່ໄດ້ມີການໂຮມ ຫຼື ສັບຊ້ອນ ເອື້ອຍນ້ອງພາຍໃນກົມ/ທຽບເທົ່າ ຂອງ 02 ອາດີດກະຊວງ.
ເນື້ອໃນຂ່າວໂດຍ: ພະແນກປະຊາສໍາພັນ, ຫ້ອງການກະຊວງ.