18/08/2022

ໂດຍປະຕິບັດຕາມຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍເພີ່ມທະວີການນຳພາຊີ້ນຳຂອງຄະນະພັກແຕ່ລະຂັ້ນ ໃນການຈັ້ງຕັ້ງປະຕິບັດມາດຕະການ ແກ້ໄຂຄວາມ ຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ແລະ ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍ ເພີ່ມທະວີການນຳພາ - ຊີ້ນຳຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ. ສະນັ້ນ, ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ຈຶ່ງໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ພະແນກເຕັກໂນໂລຊີ ແລະ ການສື່ສານ 03 ແຂວງພາກໃຕ້ຄື: ແຂວງ ຈຳປາສັກ, ສາລະວັນ ແລະ ສະຫວັນນະເຂດ ເພື່ອຈັດຕັ້ງຜັນຂະຫຍາຍ 2 ວາລະ ແຫ່ງຊາດຂອງຂະແໜງການໄປສະນີ ໃນລະຫວ່າງວັນທີ 31 ກໍລະກົດ ເຖິງ 06 ສິງຫາ 2022 ຜ່ານມານີ້, ໂດຍການນໍາພາຂອງ ທ່ານ ປະສິດ ສີສົມບຸນ, ຮອງຫົວໜ້າກົມໄປສະນີພ້ອມດ້ວຍຄະນະ, ຊຶ່ງມີບັນດາຫົວໜ້າ ແລະ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານວິຊາການຂະແໜງການ ໄປສະນີ, ຜູ້ປະກອບການໄປສະນີ, ຂະແໜງ ປກສ ແລະ ສ່ວຍສາອາກອນຂອງແຕ່ລະແຂວງເຂົ້າຮ່ວມຮັບຟັງ ແລະ ແລກປ່ຽນຄຳຄິດຄຳເຫັນ
ຈຸດປະສົງຂອງການລົງເຄື່ອນໄຫວຄັ້ງນີ້ແມ່ນເພື່ອແນໃສ່ເຮັດໃຫ້ພະແນກເຕັກໂນໂລຊີ ແລະ ການສື່ສານ ລວມທັງ ຜູ້ປະກອບການທຸລະກິດຂອງຂະແໜງການໄປສະນີ ໄດ້ຮັບຮູ້, ເຂົ້າໃຈ, ເປັນເອກະພາບ ແລະ ກຳແໜ້ນຕໍ່ເນື້ອໃນຈິດໃຈສຳຄັນ ທີ່ເປັນພື້ນຖານ ຮັບປະກັນໃຫ້ແກ່ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ - ການເງິນ ແລະ ການແກ້ໄຂບັນຫາ ຢາເສບຕິດ ໄດ້ດຳເນີນໄປຢ່າງຖືກຕ້ອງ ແລະ ເປັນລະບົບຢູ່ໃນປະເທດເຮົາ, ຍົກສູງບົດບາດ ແລະ ຄວາມສາມາດນຳພາຂອງພັກ, ການຄຸ້ມຄອງ-ບໍລິຫານຂອງລັດ ໃນການສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ຕໍ່ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດ ຖະກິດ - ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດໃຫ້ເປັນຮູບປະທຳຕົວຈິງ. ພ້ອມທັງຊຸກຍູ້ໃຫ້ຜູ້ປະກອບການ ຕ້ອງໄດ້ ເອົາໃຈໃສ່ໃນການມອບພັນທະອາກອນຂອງຕົນຕໍ່ລັດດ້ວຍຄວາມຮັບຜິດຊອບສູງ, ປະຕິບັດລະບອບລາຍງານການມອບພັນທະ ແລະ ບໍລິມາດການຜະລິດຂອງຕົນ ໃຫ້ກັບອົງການຄຸ້ມຄອງໄປສະນີ ແຕ່ລະຂັ້ນຢ່າງ ເປັນປົກກະຕິຕໍ່ເນື່ອງ. ພ້ອມດຽວກັນ, ກໍໄດ້ມີການຮຽກຮ້ອງໃຫ້ຜູ້ປະກອບການຕ້ອງໄດ້ເອົາໃຈໃສ່ກວດກາພັດສະດຸກ່ອນການຮັບຝາກໃຫ້ມີຄວາມປອດໄພ, ສະກັດ ກັ້ນການລັກລອບຝາກສົ່ງຢາເສບຕິດເຂົ້າໃນລະບົບໄປສະນີ ໂດຍການປະສານສົມທົບກັບສ່ວຍສາອາກອນ ແລະ ຂະແໜງ ປກສ ຂອງແຂວງ. ພ້ອມນັ້ນ, ຂະແໜງການໄປສະນີຕ້ອງສົມທົບກັບຂະແໜງການທີ່ກ່ຽວຂ້ອງສືບຕໍ່ຈັດຕັ້ງເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍ ສິ່ງຂອງເກືອດຫ້າມໃນການບໍລິການໄປສະນີ, ຂໍ້ຕົກລົງວ່າດ້ວຍການຮັບຝາກ, ຈັດສົ່ງ ແລະ ແຈກຢາຍເຄື່ອງຝາກ, ຝືກອົບຮົມ ການສັງເກດສິ່ງເສບຕິດ ຮ່ວມກັບ ປກສ, ຝືກອົບຮົມການສະຫລຸບລາຍງານການມອບພັນທະຂອງຜູ້ປະກອບການ ແລະ ນິຕິກຳທາງດ້ານການເງິນຮ່ວມຂະແໜງສ່ວຍສາອາກອນ ຄຽງຄູ່ກັບການ ລົງຕິດຕາມກວດກາສະພາບການບໍລິການຂອງຜູ້ປະ ກອບການພາຍໃນແຕ່ລະແຂວງ ເພື່ອ ເຮັດໃຫ້ເຫັນ ໄດ້ສະພາບການເຄື່ອນໄຫວບໍລິການຕົວຈິງຂອງແຕ່ລະທ້ອງຖິ່ນ ຊຶ່ງເປັນ ຂໍ້ມູນພື້ນຖານທີ່ດີໃຫ້ກົມໄປສະນີ ທີ່ຈະຕ້ອງໄດ້ ເອົາໃຈໃສ່ຄົ້ນຄວ້າ ແລະ ວາງບັນດານິຕິກຳໃນການເສີມຂະຫຍາຍທ່າແຮງທາງ ດ້ານໄປສະນີໃຫ້ສູງຂື້ນ.
ພາບ+ຂ່າວ: ກົມໄປສະນີ.