ພິທີມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 4 ຂອງບໍລິຫານງານສູນກາງພັກ ສະໄໝທີ IX

13/09/2022

ພິທີມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 4 ຂອງບໍລິຫານງານສູນກາງພັກ ສະໄໝທີ IX

        ໃນທ້າຍອາທິດຜ່ານມານີ້,  ທີ່ຫ້ອງປະຊຸມຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ(ຫຼັກ14 ບ້ານດອນຕີ້ວ), ໄດ້ມີພິທີມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 4 ຂອງບໍລິຫານງານສູນກາງພັກ ສະໄໝທີ IX ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາສະຫາຍຄະນະປະຈຳພັກກະຊວງ, ຄະນະພັກກະຊວງ, ບັນດາເລຂາໜ່ວຍພັກບັນດາກົມ/ທຽບເທົ່າ ແລະ ສະມາຊິກພັກທົ່ວກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

          ໂອກາດດັ່ງກ່າວ, ສະຫາຍ ຄຳພູ ບົວຖະໜອມ, ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານສະຫຼຸບສະພາຍການເຄື່ອນໄຫວວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງພາຍຫຼັງສຳເລັດກອງປະຊຸມໃຫຍ່ຜູ້ແທນຂອງສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຄະນະພັກ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ທົ່ວອົງຄະນະພັກກະຊວງ ໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ່ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຜູ້ແທນຂອງສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍສະເພາະແມ່ນໄດ້ເອົາໃຈໃສໃນການເຄື່ອນໄຫວວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງເປັນຂະບວນຟົນຟື້ນ.

          ໃນໄລຍະຜານມາ ຄະນະຮັບຜິດຊອບໄດ້ເອົາໃຈໃສ່, ຕິດຕາມ, ກວດກາ, ຄົ້ນຄວ້າບັນດາເອກະສານຂອງບັນດາໜ່ວຍພັກທີ່ຂຶ້ນກັບກະຊວງ ເປັນຕົ້ນບົດສະຫຼຸບ, ການປະເມີນຕີລາຄາຄຸນນະພາບຂອງສະມາຊິກພັກສົມບູນ ແລະ ກໍໄດ້ຈັດຕັ້ງປະເມີນຕີລາຄາຈັດປະເພດໜ່ວຍພັກ, ປະຕິບັດຄຳແນະນຳ ແລະ ສາມາດສະຫຼຸບໄດ້ແຕ່ລະໜ່ວຍພັກໄດ້ມີສະມາຊິກພັກແຂງກວມ 80 ສ່ວນຮ້ອຍຂຶ້ນໄປ ແລະ ໜ່ວຍພັກມີຄະແນນບັນລຸ 9-10 ຄະແນນ. ໃນປີ 2021 ຄະນະຮັບຜິດຊອບໄດ້ຮ່ວມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈຳນວນ 35 ໜ່ວຍພັກ ແລະ ໄດ້ຖືກຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈຳນວນ 26 ໜ່ວຍພັກ, ສ່ວນອີກ 9 ໜ່ວຍພັກແມ່ນຈະໄດ້ປະເມີນຄືນໃນປີ 2022. ພາຍຫຼັງຜ່ານບົດສະຫຼຸບກໍໄດ້ມີການມອບໃບຢັ້ງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນດາໜ່ວຍພັກທີ່ຖືກຮັບຮອງ ໂດຍໃຫ້ກຽດມອບຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ.

          ພ້ອມດຽວກັນນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 4 ຂອງບໍລິຫານງານສູນກາງພັກ ສະໄໝທີ IX ຊຶ່ງສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ຕີລາຄາລວມເນື້ອໃນຂອງກອງປະຊຸມໃຫຍ່ 10 ບັນຫາສຳຄັນຄື: 1) ກອງປະຊຸມໃຫຍ່ໄດ້ປະເມີນສະພາບແວດລ້ອມຢູ່ພາກພື້ນ ແລະ ສາກົນໃນປັດຈຸບັນ ແລະ ຄາດຄະເນທ່າຂະຫຍາຍໃນຕໍ່ໜ້າ; 2) ຕີລາຄາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ເງິນຕາ ຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດ; 3) ສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ປາກົດຜົນເປັນຈິງ, ຄະນະບໍລິຫານສູນກາງພັກໄດ້ປຶກສາ ແລະ ໃຫ້ທິດຊີ້ນຳ ກ່ຽວກັບການເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ; 4) ການຊຸກຍູ້, ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸນລະວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ; 5) ການເພີ່ມທະວີການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ; 6)  ກ່ຽວກັບການປັບປຸງລະບົບການຈັດຕັ້ງ, ກົນຈັກ ແລະ ກົນໄກການເຄື່ອນໄຫວ ຂອງອົງການບໍລິຫານລັດຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ; 7) ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ ໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ; 8) ການກະກຽມດຳເນີນກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດ ຄັ້ງທີ V, ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ, ກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; 9) ຄະນະບໍລິຫານງານສູນກາງພັກ ໄດ້ວາງວຽກງານຈຸດສຸມ ໃນການນຳພາຊີ້ນຳຂອງຕົນແຕ່ນີ້ຫາກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XI; 10) ຍົກສູງຄວາມເປັນເຈົ້າການຍູ້ຂະບວນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກເຂົ້າສູ່ວຽກງານຕົວຈິງ ແລະ ມີຜົນສຳເລັດ. ທັ້ງນີ້ກໍເພື່ອໃຫ້ສະມາຊິກພັກພະນັກງານທົ່ວກະຊວງໄດ້ຮັບຮູ້, ເຂົ້າໃຈ ແລະ ນຳໄປຈັດຕັ້ງຜັນຂະຫຍາຍມະຕິດັ່ງກ່າວໃຫ້ປາກົດຜົນເປັນຈິງ ແລະ ມີຜົນສຳເລັດບາດກ້າວອັນໃໝ່ໃນໜ້າທີ່ຄວາມຮັບຜິດຊອບຂອງຕົນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ວິໄສທັດ, ແຜນຍຸດທະສາດ ແລະ ແຜນການ 5 ປີ ຄັ້ງທີ III (2021-2025)
ວາ​ລະ​ສານ ໄອ​ຊີ​ທີ 17
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ