ກອງປະຊຸມສຳມະນາ ການພັດທະນາເສດຖະກິດດິຈິຕ໋ອນ ຢູ່ ສປປ ລາວ

20/09/2022

ກອງປະຊຸມສຳມະນາ ການພັດທະນາເສດຖະກິດດິຈິຕ໋ອນ ຢູ່ ສປປ ລາວ

ໃນວັນທີ 20 ກັນຍາ 2022 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດ ຜູ້ດຽວ ໄດ້ຈັດກອງປະຊຸມສໍາມະນາ ໃນຫົວຂໍ້: “ການພັດທະນາເສດຖະກິດດິຈິຕ໋ອນ ຢູ່ ສປປ ລາວ” ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກຕສ, -ຊຶ່ງມີຮອງລັດຖະມົນຕີ, ບັນດາຄະນະກົມ/ທຽບເທົ່າ ພາຍໃນ ກຕສ, ມີແຂກຖືກເຊີນຈາກກະຊວງອ້ອມຂ້າງ ແລະ ຂະແໜງການທີ່ກ່ຽວຂ້ອງ, ບັນດາຜູ້ບໍລິຫານຈາກ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດ ຜູ້ດຽວ ແລະ ບັນດາບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມ ເຂົ້າຮ່ວມຫຼາຍກວ່າ 70 ທ່ານ.

ໂອກາດນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວວ່າ: ການຈັດກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອຄົ້ນຄວ້າລົງເລິກ ແລະ ແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ເພື່ອຊອກຫາແນວຊຸກຍູ້ ແລະ ເລັ່ງລັດການພັດທະນາເສດຖະກິດດິຈິຕ໋ອນຂອງປະເທດເຮົາໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍ ເພື່ອແນໃສ່ປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ. ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າແມ່ນໄດ້ຮັບຟັງການນໍາສະເໜີຈາກ 5 ພາກສ່ວນ ທີ່ຕາງໜ້າຈາກພາກລັດ ແລະ ເອກະຊົນ ຄື: (1) ຕາງໜ້າບໍລິສັດ ຫົວເວີຍ ນໍາສະເໜີກ່ຽວກັບ ສະພາບການປ່ຽນແປງຂອງໂລກທີ່ເກີດມາຈາກການພັດທະນາທາງດ້ານດິຈິຕ໋ອນ ແລະ ແລກປ່ຽນບົດຮຽນຕ່າງໆ ຂອງພາກພື້ນ ແລະ ສາກົນ ກ່ຽວກັບການພັດທະນາເສດຖະກິດດິຈິຕ໋ອນ; (2) ຕາງໜ້າບໍລິສັດ ລາວໂທລະຄົມມະນາຄົມ ນໍາສະເໜີກ່ຽວກັບ ແຜນພັດທະນາ ແລະ ບັນດາໂຄງການຈຸດສຸມ ຂອງບໍລິສັດ ລາວໂທລະຄົມມະນາຄົມ ທີ່ຕິດພັນກັບວຽກງານການຫັນເປັນດິຈິຕ໋ອນ ແນໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດດິຈິຕ໋ອນຂອງປະເທດ; (3) ຕາງໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ນໍາສະເໜີກ່ຽວກັບ ຍຸດທະສາດ ແລະ ແຜນພັດທະນາ ວຽກງານການຄ້າທາງເອເລັກໂຕຣນິກ ຢູ່ ສປປ ລາວ ເພື່ອແນໃສ່ຊຸກຍູ້ ແລະ ສະໜັບສະໜູນການກະຈາຍສິນຄ້າກະສິກໍາ, ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ຈາກປະຊາຊົນຜູ້ຜະລິດ ໄປສູ່ຜູ້ຊື້ພາຍໃນປະເທດໂດຍກົງ; (4) ຕາງໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ກະຊວງກາເງິນ ນໍາສະເໜີກ່ຽວກັບ ຍຸດທະສາດ ແລະ ແຜນພັດທະນາ ວຽກງານຫັນເປັນທັນສະໄໝຂອງຂະແໜງການເງິນ,​ ຄວາມຄືບໜ້າໃນການປັບປຸງ ແລະ ພັດທະນາ ລະບົບຄຸ້ມຄອງການເງິນພາກລັດເປັນດິຈິຕ໋ອນ; ແລະ (5) ຕາງໜ້າກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ນໍາສະເໜີກ່ຽວກັບ ສະພາບລວມການພັດທະນາເສດຖະກິດດິຈິຕ໋ອນ ຢູ່ ສປປ ລາວ, ແຜນແມ່ບົດການພັດທະນາ ເສດຖະກິດດິຈິຕ໋ອນ ແຫ່ງຊາດ ໃນໄລຍະແຕ່ນີ້ຮອດປີ 2025, ຍຸດທະສາດ 10 ປີ ຮອດປີ 2030 ແລະ ວິໃສທັດ ຮອດປີ 2040 ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃນທ້າຍປີ 2021 ຜ່ານມາ.

ໃນໂອກາດດຽວກັນນີ້, ກອງປະຊຸມກໍໄດ້ຄົ້ນຄວ້າ ແລະ ແລກປ່ຽນຄໍາຄິດເຫັນ ເພື່ອຊອກຫາແນວທາງຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຈຸດສຸມທີ່ເປັນບູລິມະສິດ ຂອງແຕ່ລະຂະແໜງການ ທີ່ຕິດພັນກັບວຽກງານການພັດທະນາເສດຖະກິດດິຈິຕ໋ອນ ໂດຍສະເພາະແມ່ນ ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງການເງິນ ແລະ ຂະແໜງການທະນາຄານ, ພ້ອມທັງ ຄົ້ນຄວ້າສ້າງເງື່ອນໄຂໃຫ້ພາກທຸລະກິດໄດ້ມີສ່ວນຮ່ວມ ນໍາໃຊ້ທ່າແຮງຂອງຕົນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດບັນດາໂຄງການຈຸດສຸມດັ່ງກ່າວ ເພື່ອຜັກດັນ ແລະ ຂັບເຄື່ອນການພັດທະນາເສດຖະກິດດິຈິຕ໋ອນຂອງປະເທດ ຢ່າງຍືນຍົງ ແລະ ໝັ້ນຄົງ.

ພາບ + ຂ່າວ: ພະແນກປະຊາສໍາພັນ, ຫ້ອງການ ກຕສ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ