ທ່ານ ພູຂົງ ຈິດຮູບໂລກ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝ ສາມັນເທື່ອທີ 03 ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ເມືອງພະລານໄຊ ແຂວງສະຫວັນນະເຂດ

20/09/2022

ທ່ານ ພູຂົງ ຈິດຮູບໂລກ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝ ສາມັນເທື່ອທີ 03 ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ເມືອງພະລານໄຊ ແຂວງສະຫວັນນະເຂດ

       ໃນລະຫວ່າງວັນທີິ 15-16 ກັນຍາ 2022 ນີ້, ທ່ານ ພູຂົງ ຈິດຮູບໂລກ, ຄະນະປະຈຳພັກ ກະຊວງ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 03 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ປະຈຳເຂດເລືອກຕັ້ງທີ 13, ທີ່ເມືອງພະລານໄຊ, ແຂວງສະຫວັນນະເຂດ, ເຊິ່ງນຳພາໂດຍ ທ່ານ ຄຳຜັນ ຄູນສະຫວັນ, ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງສະຫວັນນະເຂດ; ບັນດາສະມາຊິກສະພາປະຊາຊົນແຂວງ  (ສສຂ) ປະຈຳເຂດເລືອກຕັ້ງເມືອງພະລານໄຊ. ໂດຍໄດ້ຮັບການຕ້ອນຮັບຈາກ ອໍານາດການປົກຄອງເມືອງ, ຄະນະພັກ-ຄະນະປົກຄອງເມືອງ, ຄະນະຫ້ອງການ, ທະຫານ, ຕຳຫຼວດ, ພະນັກງານລັດຖະກອນ, ອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນຜູ້ທີ່ມີສິດເລືອກຕັ້ງ ເຂົ້າຮ່ວມຮັບຟັງທັງໝົດ 506 ຄົນ, ຍິງ 123 ຄົນ.

        ການລົງເຄື່ອນໄຫວເຜີຍແຜ່ໃນຄັ້ງນີ້, ໄດ້ດຳເນີນຢູ່ 04 ຈຸດຄື: ພົບປະສະມາຊິກພັກ-ພະນັກງານຢູ່ທີ່ສະໂມສອນເມືອງ, ກຸ່ມບ້ານໂພສີ, ບ້ານກະຫຼອງເໜືອ ແລະ ບ້ານພະລານໃຕ້. ໃນແຕ່ລະຈຸດ ທ່ານ ພູຂົງ ຈິດຮູບໂລກ ໄດ້ຮັບມອບໝາຍໃຫ້ເຜີຍແຜ່ເນື້ອໃນຜົນສຳເລັດຂອງ ກອງປະຊຸມສະໄໝສາມັນ ເທື່ອທີ 03 ໃຫ້ປະຊາຊົນຜູ້ມີສິດເລືອກຕັ້ງໄດ້ຮັບຮູ້,  ໂດຍສະເພາະການຮັບຮອງເອົາ 10 ມະຕິຂອງກອງປະຊຸມສະໄໝສາມັນເທື່ອທີ 03 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ເປັນບັນຫາສຳຄັນຂອງຊາດ ເຊັ່ນ: ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 06 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ 06 ເດືອນ ທ້າຍປີ 2022; ບົດລາຍງານ ຜົນການຕິດຕາມກວດກາຄວາມຄືບໜ້າ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ ແລະ ທິດທາງແຜນການຕິດຕາມກວດກາ ໃນ 6 ເດືອນທ້າຍປີ 2022  ແລະ ປະຈຳປີ 2023 ຂອງສະພາແຫ່ງຊາດ.

         ໂອກາດນີ້, ສສຊ ແລະ ສສຂ ຍັງໄດ້ມີຄຳເຫັນແລກປ່ຽນ ແລະ ໃຫ້ຄວາມກະຈ່າງແຈ້ງໃນຫຼາຍດ້ານທີ່ພໍ່ແມ່ປະຊາຊົນໄດ້ຊັກຖາມ ແລະ ສະເໜີ ໂດຍສະເພາະແມ່ນບັນຫາການພັດທະນາພື້ນຖານໂຄງລ່າງ, ການກໍ່ເສັ້ນທາງ, ຂົວແຫ່ງຕ່າງໆຈາກເມືອງຫາບ້ານ, ການສ້າງຕາຂ່າຍໄຟຟ້າ, ການແກ້ໄຂບັນຫາຢາເສບຕິດ, ບັນຫາຄູອາສາສະໝັກ,​ ການກໍ່ສ້າງສຸກສາລາປະຈຳບ້ານ, ລະບົບຊົນລະປະທານເໝືອງຝາຍ, ແນວພັນເຂົ້າ ທີ່ຈະນໍາໃຊ້ເຂົ້າໃນການຜະລິດຂອງພໍ່ແມ່ປະຊາຊົນ ເພື່ອເປັນການແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

          ຂ່າວໂດຍ: ຫ້ອງການ ກຕສ

          ແຫຼ່ງຂໍ້ມູນ: ເອກະສານເຜີຍແຜ່ຂອງຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 03 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ວິໄສທັດ, ແຜນຍຸດທະສາດ ແລະ ແຜນການ 5 ປີ ຄັ້ງທີ III (2021-2025)
ວາ​ລະ​ສານ ໄອ​ຊີ​ທີ 17
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ