ສະຫະພັນແມ່ຍິງ ກຕສ ສໍາເລັດການດໍາເນີນກອງປະຊຸມປະຈຳໄຕມາດ III ປີ 2022

23/09/2022

ສະຫະພັນແມ່ຍິງ ກຕສ ສໍາເລັດການດໍາເນີນກອງປະຊຸມປະຈຳໄຕມາດ III ປີ 2022

       ໃນຕອນເຊົ້າຂອງວັນທີ 22 ກັນຍາ 2022, ທີ່ຫ້ອງປະຊຸມໃຫຍ່ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ສະຫະພັນແມ່ຍິງ ກຕສ, ໄດ້ຈັດກອງປະຊຸມປະຈຳໄຕມາດ III ປີ 2022 ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ເກສອນ ສຸລິວົງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງ, ມີບັນດາຮອງປະທານ, ຄະນະບໍລິຫານງານສະຫະພັນແມ່ຍິງ, ຄະນະໜ່ວຍສະຫະພັນແມ່ຍິງ ບັນດາກົມ/ທຽບເທົ່າ, ຄະນະສະຫະພັນແມ່ຍິງຮາກຖານບໍລິສັດ ລັດວິສາຫະກິດອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

     ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ກໍເພື່ອຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານ ທີ່ພົ້ນເດັ່ນໃນໄລຍະຜ່ານມາຂອງແຕ່ລະຮາກຖານ/ໜ່ວຍ ໂດຍສະເພາະແມ່ນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ ເພື່ອມາຖອນຖອດບົດຮຽນຮ່ວມກັນ. ພ້ອມທັງສະຫຼຸບຕີລາຄາ ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ວາງທິດທາງແຜນການໃນຕໍ່ໜ້າຂອງຮາກຖານ/ໜ່ວຍສະຫະພັນແມ່ຍິງກະຊວງ. ໃນກອງປະຊຸມຄັ້ງນີ້ ຍັງໄດ້ມີການປະກອບຄໍາຄິດຄໍາເຫັນຂອງຜູ້ເຂົ້າຮ່ວມຢ່າງກົງໄປກົງມາ, ພ້ອມທັງແລກປ່ຽນບົດຮຽນການນໍາພາ-ຊີ້ນໍາ ຢ່າງມີລັກສະນະສ້າງສັນ.

      ຕອນທ້າຍຂອງກອງປະຊຸມ, ສະຫາຍ ປະທານສະຫະພັນແມ່ຍິງກະຊວງ, ຍັງໄດ້ເນັ້ນໜັກໃຫ້ແຕ່ລະຮາກຖານ/ໜ່ວຍ ສືບຕໍ່ເອົາໃຈໃສ່ເປັນເຈົ້າການໃນການສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ເອື້ອຍນ້ອງແມ່ຍິງທີ່ຕົນຮັບຜິດຊອບຢ່າງເປັນປະຈຳ ແລະ ຕໍ່ເນື່ອງ ໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ແລະ ປະຕິບັດໜ້າທີ່ໃຫ້ສຳເລັດຕາມການມອບໝາຍ.

        ຂ່າວ: ສະຫະພັນແມ່ຍິງ ກຕສ

        ພາບ: ພະແນກປະຊາສໍາພັນ, ຫ້ອງການກະຊວງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ